ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກ ທີ່ ດ່ານສາກົນສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ

   

  

  

20240427 DFM PX Bokeo 1

    

     

ໃນວັນທີ 27-28 ເມສາ 2024 ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງໄປພົບປະເຮັດວຽກຮ່ວມກັບຄະນະຄຸ້ມຄອງເຂດເສດ ຖະກິດພິເສດສາມຫຼ່ຽມຄໍາ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງບໍ່ແກ້ວ ເພື່ອຮ່ວມກັນລົງຕິດຕາມ, ກວດກາການກໍ່ສ້າງສຳນັກງານຫ້ອງການດ່ານສາກົນສາມຫຼ່ຽມຄຳ ຫຼັງໃໝ່.

  

  

  

20240427 DFM PX Bokeo 2

  

  

ດ່ານສາກົນສາມຫຼ່ຽມຄໍາ ເປັນດ່ານຊາຍແດນທາງນໍ້າຂອງ, ຕັ້ງຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ (ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ) ເຊິ່ງໜ້າກັບດ່ານສາກົນຊົບຮວກ, ບ້ານສົບຮວກ, ອໍາເພີຊຽງແສນ, ຈັງຫວັດຊຽງລາຍ, ຣາຊະອານາຈັກໄທ. ດ່ານດັ່ງກ່າວ ໄດ້ສ້າງຕັ້ງຂຶ້ນ ໃນວັນທີ 29 ກໍລະກົດ 2012, ໂດຍປະກອບມີຕຶກອາຄານຫ້ອງການດ່ານ 1 ຫຼັງ ພ້ອມທັງມີທ່າເຮືອສໍາລັບຜູ້ໂດຍສານເດີນທາງເຂົ້າ-ອອກ ແລະ ຂົນສົ່ງສິນຄ້າ. ມາຮອດທ້າຍປີ 2023 ກຸ່ມບໍລິສັດ ດອກງິ້ວຄໍາຈໍາກັດ ໄດ້ດໍາເນີນການກໍ່ສ້າງສໍານັກງານຫ້ອງການດ່ານສາກົນສາມຫຼ່ຽມຄໍາ ຫຼັງໃໝ່ ແລະ ສ້າງທ່າເຮືອຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ໃກ້ກັບອາຄານດ່ານຫຼັງເກົ່າທີ່ນໍາໃຊ້ມາດົນ ແລະ ຊຸດໂຊມ. ການປັບປຸງຕຶກອາຄານຫ້ອງການດ່ານຫຼັງໃໝ່ນີ້ແມ່ນເພື່ອຮອງຮັບການເພີ່ມຂຶ້ນຂອງຜູ້ໂດຍສານໃນປັດຈຸບັນກໍຄືໃນຕໍ່ໜ້າ ເຊິ່ງດ່ານດັ່ງກ່າວ ແລະ ທ່າເຮືອແຫ່ງໃໝ່ນີ້ ມີລະບົບການອຳນວຍຄວາມສະດວກຢ່າງຄົບຊຸດ ແລະ ທັນສະໄໝ, ຮັບປະກັນປະສິດທິພາບການເຮັດວຽກ ແລະ ການບໍລິການຂອງເຈົ້າໜ້າທີ່ປະຈໍາດ່ານ, ການບໍລິການຂົນສົ່ງຜູ້ໂດຍສານ, ສະຖານທີ່ຈອດເຮືອ, ການຂຶ້ນລົງເຮືອ ແລະ ການໃຊ້ບໍລິການອື່ນໆ. ອາຄານດ່ານຫຼັງໃໝ່ເປັນອາຄານ 2 ຊັ້ນ, ມີເຂດກວດກາຄົນເຂົ້າ-ອອກດ່ານ, ທ່າທຽບເຮືອ ແລະ ການຂຶ້ນ-ລົງທີ່ສະດວກ, ມີເຂດບໍລິການຮ້ານຄ້າ ແລະ ອື່ນໆ ທີ່ຈະອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ເຂົ້າ-ອອກ ຜ່ານດ່ານແຫ່ງນີ້. ປັດຈຸບັນການກໍ່ສ້າງສໍາເລັດແລ້ວປະມານ 90% ໂດຍແມ່ນ ກຸ່ມບໍລິສັດດອກງີ້ວຄໍາ ຈໍາກັດ ເປັນຜູ້ລົງທຶນທັງໝົດ ແລະ ຄາດວ່າຈະໄດ້ເປີດນໍາໃຊ້ຕຶກດັ່ງກ່າວໃນກາງປີ 2024 ນີ້.

  

  

  

20240427 DFM PX Bokeo 3

  

  

ການລົງຕິດຕາມ ແລະ ກວດກາອາຄານດ່ານຫຼັງໃໝ່ໃນຄັ້ງນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບຟັງການລາຍງານຂັ້ນຕອນການກໍ່ສ້າງຕຶກອາຄານຈາກຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ພ້ອມທັງຮັບຟັງການປະກອບຄວາມຄິດເຫັນ ຂອງບັນດາຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ແລະ ກໍ່ໄດ້ໃຫ້ທິດຊີ້ນຳ ກ່ຽວກັບການກະກຽມຄວາມພ້ອມເປີດນຳໃຊ້ອາຄານຫຼັງໃໝ່.

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489428
ມື້ນີ້13
ມື້ວານ258
ອາທິດນີ້627
ເດືອນນີ້2821