ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ ການຮັກສາສຸຂະພາບໄວຈະເລີນພັນ

seminar grow1

seminar grow2

seminar grow3

ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາຂຶ້ນໃນຕອນເຊົ້າຂອງວັນທີ 13 ມີນາ 2018, ທີ່ ຫ້ອງປະຊຸມ ກະຊວງການຕ່າງປະເທດ ພາຍໃຕ້ຫົວຂໍ້ ການຮັກສາສຸຂະພາບໄວຈະເລີນພັນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ, ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງການຕ່າງປະເທດ, ມີຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການທັງຍິງ ແລະ ຊາຍ ຈາກບັນດາກົມພາຍໃນກະຊວງເຂົ້າຮ່ວມ 300 ກວ່າທ່ານ.

ໃນໂອກາດກ່າວເປີດກອງປະຊຸມ ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການຮັກສາສຸຂະພາບຮ່າງກາຍ ໂດຍສະເພາະແມ່ຍິງທີ່ກຽມພ້ອມຈະຖືພາ ແລະ ແມ່ຍິງທີ່ກຳລັງຖືພາເອງ ກໍຫຍິ່ງຈຳເປັນຕ້ອງໃຫ້ການເອົາໃຈໃສ່ເບິ່ງແຍງສຸຂະພາບໃຫ້ແຂງແຮງ. ຄຽງຄູ່ກັບການເບິ່ງແຍງຕົນເອງ ເພດຊາຍໂດຍສະເພາະຜູ້ທີ່ເປັນພໍ່ ເປັນເພື່ອຮ່ວມງານກໍຈຳເປັນຕ້ອງເອົາໃຈໃສ່ ປະຕິບັດຕໍ່ແມ່ຍິງໃຫ້ຖືກຕ້ອງ ເພື່ອຮັບປະກັນທາງດ້ານສຸຂະພາບຂອງພວກເຂົາ ແລະ ຫຼຸດຜ່ອນຄວາມສ່ຽງທີ່ເປັນອັນຕະລາຍ ຫຼື ຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ ທີ່ອາດເກີດຂຶ້ນ. ສະພາບປະຈຸບັນເຫັນໄດ້ວ່າ ບັນຫາສັງຄົມທີ່ເກີດຂຶ້ນຫຼາຍກວ່າໝູ່, ໜຶ່ງໃນນັ້ນ ແມ່ນສາເຫດມາຈາກຄວາມບໍ່ພ້ອມໃນການເປັນພໍ່-ແມ່ ເຊິ່ງເປັນສາເຫດພື້ນຖານໃນການສ້າງບັນຫາສັງຄົມໃນຕົວ.

ກອງປະຊຸມໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍເອກະສານກ່ຽວກັບ ວຽກງານບົດບາດຍິງ-ຊາຍ ແລະ ການວາງແຜນຄອບຄົວ, ການຮັກສາສຸຂະພາບຂອງແມ່ຍິງໃນໄລຍະຖືພາແຕ່ 01-09 ເດືອນ ແລະ ການດູແລສຸຂະພາບເດັກລຸ່ມ 01 ປີ ບັນຍາຍໂດຍວິທະຍາກອນຈາກ ສູນສຸຂະພາບແມ່ ແລະ ເດັກ, ກະຊວງສາທາລະນະສຸກ. ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ສົນທະນາ ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບປະສົບການໃນການດູແລຕົນເອງ ແລະ ສະມາຊິກໃນຄອບຄົວ ຮ່ວມກັນຢ່າງມີບັນຍາກາດຟົດຟື້້ນ.

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488140
ມື້ນີ້87
ມື້ວານ163
ອາທິດນີ້502
ເດືອນນີ້1533