ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ລັດເຊຍ ຄັ້ງ 16

ໃນວັນທີ 20 ກຸມພາ 2019, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ າວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າ້າທີ່ອາວຸໂສ ອາຊຽນ-ລັດເຊຍ ຄັ້ງທີ 16 ທີ່ ບາຫຼີ, ອິນໂດເນເຊຍ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໂຮເຊ ທາວາເຣັ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ອິນໂດເນເຊຍ ແລະ ທ່ານ ອີກໍ ມໍກູລອບ, ຮອງລັດຖະມົນຕີກຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສະຫະພັນ ລັດເຊຍ.

ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືອາຊຽນ-ລັດເຊຍ ໃນໄລຍະໜຶ່ງປີຜ່ານມາ ໂດຍສະເພາະ ການຜັນຂະຫຍາຍຜົນກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ຄັ້ງທີ 3 ໃນເດືອນພະຈິກປີ 2018 ທີ່ສິງກະໂປ ເປັນຕົ້ນແມ່ນການຍົກລະດັບການພົວພັນ ອາຊຽນ-ລັດເຊຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດ​, ຖະແຫຼງການຮ່ວມອາຊຽນ-ລັດເຊຍ ວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດ, ຖະແຫຼງການອາຊຽນ-ລັດເຊຍ ວ່າດ້ວຍ ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະບົດບັນທຶກຄວາມເຂົ້າໃຈ ລະຫວ່າງອາຊຽນ ແລະ ຄະນະກຳທິການອົງການຮ່ວມມືເສດຖະກິດຢູເຣເຊຍ ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ. ກອງປະຊຸມໄດ້ສະແດງຄວາມເພີ່ງພໍໃຈຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິດບັດແຜນປະຕິບັດງານອາຊຽນ-ລັດເຊຍ ສຳລັບປີ 2016-2020 ​​ທີ່ກວມເອົາຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ເປັນຕົ້ນແມ່ນດ້ານການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊ,ວິທະຍາສາດ ແລະ ເຕັກໂນໂລຊີ, ພະລັງງານ, ກະສິກຳ, ການຄຸ້ມຄອງໄພພິບັດທຳມະຊາດ, ການສຶກສາ, ານແລກປ່ຽນທາງວັດທະນາທຳ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ. ກອງປະຸມ ໄດ້​​ເຫັນ​​ດີເພີ່ມທະວີການຮ່ວມມືທີ່ເປັນຮູປະທຳໃນຂົງເຂດຕ່າງໆທີ່ມີຄວາມສົນໃຈ ແລະ ທ່າແຮງຮ່ວມກັນ ເຊັ່ນ: ການພັດທະນາຕົວເມືອງອັດສະລິຍະ, ການແລກປ່ຽນກ່ຽວກັບຄວາມໝັ້ນຄົງ ແລະ ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການສຶກສາ, ​ການສົ່ງເສີມການຮ່ວມມື ລະຫວ່າງ ອາຊຽນ ແລະ ສະຫະພັນຢູເຣເຊຍ ເພື່ອການຮ່ວມມືດ້ານເສດຖະກິດ ແລະ ການຮ່ວມມື ລະຫວ່າງອາຊຽນ ແລະ ອົງການຮ່ວມມືຊຽງໄຮ ແລະ ອື່ນໆ.

ໃນໂອກາດນີ້, ກອງປະຊຸມ​​ໄດ້ແລກປ່ຽນຄຳຄິດ​​ເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນເປັນຕົ້ນແມ່ນ​: ​ການຮ່ວມມືຫຼາຍຝ່າຍ, ​ການສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງສ້າງຄວາມໝັ້ນຄົງພາກພື້ນ, ການບໍ່ແຜ່ຜາຍອາວຸດນິວເຄລຍ ແລະ ສະພາບການໃນແຫຼມເກົາຫຼີ. ນອກນີ້, ກອງປະຊຸຍັງໄດ້ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ລັດເຊຍຊຶ່ງຈະຈັດຂຶ້ນໃນທ້າຍເດືອນກໍລະກົດ 2019 ທີ່ບາງກອກ, ປະເທດໄທ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488025
ມື້ນີ້135
ມື້ວານ136
ອາທິດນີ້387
ເດືອນນີ້1418