ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີຕ່າງປະເທດ ເຂົ້າຮ່ວມ ກອງປະຊຸມທາງໄກ ເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ

2021622-som-asean-b3-1

2021622-som-asean-b3-2

2021622-som-asean-b3-3

 

     ໃນຕອນເຊົ້າ ວັນທີ 22 ​ມິຖຸນາ 2021, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງສປປລາວໄດ້ນຳພາຄະນະເຂົ້າຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ ອາ​ຊຽນບວກ​ສາມ (ຈີນ, ສ. ເກົາຫຼີ, ຍີ່ປຸ່ນ) ແບບທາງໄກ ພາຍໃຕ້ການເປັນປະທານຂອງບຣູໄນ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ,ຮອງເລຂາທິການໃຫ່ຍອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ

.

          ຈຸດປະສົງລະດັບຄາດໝາຍຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມ ລັດຖະມົນຕີອາຊຽນບວກສາມ ຄັ້ງທີ 22 ແລະ ກອງປະຊຸມສຸດຍອດອາຊຽນບວກສາມ ທີ່ຈະມີຂຶ້ນໃນຕົ້ນເດືອນສິງຫາ 2021 ແລະ ທ້າຍເດືອນຕຸລາ 2021 ຕາມລຳດັບ. ຄຽງຄູ່ກັບການກະກຽມໃຫ້ແກ່ທັງສອງກອງປະຊຸມດັ່ງກ່າວ, ກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສຄັ້ງນີ້ຍັງໄດ້ຕີລາຄາສູງ ຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ການຮ່ວມມືອາຊຽນບວກສາມໄລຍະຜ່ານມາໂດຍສະເພາະ ການຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນບວກສາມ ວ່າດ້ວຍການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງການຟື້ນຟູເສດຖະກິດຫຼັງໂຄວິດ-19 ໃນເດືອນເມສາ 2020 ຜ່ານມາ; ການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນບວກສາມ ສຳລັບໄລຍະ 2018-2022; ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ບັນ​ດາ​ຂໍ້​ສະ​ເໜີ​ແນະ​ຂອງ​ໜ່ວຍ​ງານ​ວິ​ໄສ​ທັດ​ອາ​ຊີ​ຕາ​ເວັນ​ອອກ II (EAVG II).

          ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີ ສືບຕໍ່ຮ່ວມມື ໃນຂະແໜງການສາທາລະນະສຸກ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ລວມທັງ ການຄົ້ນຄວ້າພັດທະນາ ຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ19 ແລະ ການຮັບປະກັນ ໃນການເຂົ້າເຖິງ ຢາວັກແຊັງຕ້ານໂຄວິດ-19 ຢ່າງເທົ່າທຽມ ຜ່ານໂຄງການໂຄແວັກ (COVAX); ຮ່ວມມືກັນເພື່ອຟື້ນຟູ ເສດຖະກິດຮອບດ້ານ; ການປຶກສາຫາລື ໃນການເປີດຊ່ອງທາງພິເສດການເດີນທາງນຳກັນ ທ່າມກາງການແຜ່ລະບາດພະຍາດໂຄວິດ-19; ການສືບຕໍ່ຈັດຕັ້ງປະຕິບັດ ແຜນແມ່ບົດ ການເຊື່ອມຈອດອາຊຽນ ຮອດປີ 2025 (MPAC 2025); ການຈັດຕັ້ງປະຕິບັດ ແຜນປະຕິບັດງານ ການເຊື່ອມໂຍງອາຊຽນ ຫຼື ໄອເອໄອ ສະບັບທີ 4 (20212025); ການຫັນເປັນເສດຖະກິດດີຈີຕອນ ໂດຍສຸມໃສ່ສົ່ງເສີມ ຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດເຮັດທຸລະກິດທາງເອເລັກໂຕຼນິກຮ່ວມກັນໄດ້; ການພັດທະນາແບບຍືນຍົງ ລວມທັງການຮ່ວມມືພາຍໃຕ້ເຄືອຂ່າຍ ຕົວເມືອງອັດສະລິຍະອາຊຽນ.

          ໃນໂອກາດນີ້, ກອງປະຊຸມຍັງໄດ້ປືກສາຫາລືແລະແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນແລະສາກົນທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບແລະຄວາມໝັ້ນຄົງໃນພາກພື້ນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487231
ມື້ນີ້66
ມື້ວານ191
ອາທິດນີ້893
ເດືອນນີ້624