ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ແບບທາງໄກ

2021624-som-eas-1

2021624-som-eas-2

2021624-som-eas-3

2021624-som-eas-4

 

    ໃນຕອນແລງ ວັນທີ 24 ມິຖຸນາ 2021, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດໄດ້ນຳພາຄະນະຜູ້​ແທນ​ລາວເຂົ້າຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສຂອງ ກອງປະຊຸມສຸດຍອດອາຊີຕາເວັນອອກ (EASSOM) ແບບທາງໄກ ພາຍໃຕ້ການເປັນປະທານຂອງບຣູໄນ ດາຣຸຊາລາມ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີບັນດາເຈົ້າໜ້າທີ່ອາວຸໂສຈາກ 18 ປະເທດຜູ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ, ຮອງເລຂາທິການໃຫ່ຍອາຊຽນແລະວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.

ກອງປະຊຸມໄດ້ຕີລາຄາສູງແລະຮັບຊາບສະພາບການຮ່ວມມືຂອງ ກອງປະຊຸມສຸດຍອດອາຊີຕາເວັນອອກ ໃນໄລຍະຜ່ານມາໂດຍສະເພາະຄວາມຄືບໜ້າຂອງ​ການ​ຈັດຕັ້ງປະຕິບັດແຜນປະຕິບັດງານມະນິລາເພື່ອຜັນຂະຫຍາຍ ຖະແຫຼງການພະນົມເປັນ ວ່າດ້ວຍຂໍ້ລິເລີ່ມການຮ່ວມມືໃນຂອບກອງປະຊຸມສຸດຍອດອາຊີຕາເວັນອອກ (2018-2022) ກໍ່ຄືການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 15. ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າເປັນຕົ້ນຢ້ຳຄືນຄຳໝາຍໝັ້ນຈະສືບຕໍ່ຮ່ວມມືກັນໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມແລະແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄືການຟື້ນຟູລະບົບເສດຖະກິດພາຍຫຼັງທີ່ສາມາດຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ.

ພ້ອມດຽວກັນນີ້, ກອງປະຊຸມໄດ້ຮັບຊາບ ບັນດາຮ່າງຖະແຫຼ່ງການສຳລັບຜູ້ນຳໃນທ້າຍປີຄື:1. EAS Leaders’ Statement on Mental Health Cooperation; 2. EAS Leaders’ Statement on Economic Growth through Tourism Recovery; ແລະ 3. EAS Leaders’ Statement on Green Recovery: Advancing Towards a Sustainable and Resilient Future.

          ໃນໂອກາດນີ້, ກອງປະຊຸມຍັງໄດ້ປືກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນແລະສາກົນທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ໄດ້ປືກສາຫາລືການກະກຽມ ດ້ານເນື້ອໃນ ແລະ ພິທີການ ສຳລັບກອງປະຊຸມລັດຖະມົນຕີຕ່າງປະເທດຜູ້ນໍາອາຊີຕາເວັນອອກ ແບບທາງໄກ ໃນເດືອນສິງຫາແລະ ກອງປະຊຸມສຸດຍອດຜູ້ນໍາອາຊີຕາເວັນອອກ ໃນເດືອນ ຕຸລາ 2021 ທີ່ຈະມາເຖິງນີ້.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487222
ມື້ນີ້57
ມື້ວານ191
ອາທິດນີ້884
ເດືອນນີ້615