ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ

20210629

20210629a

ໃນຕອນເຊົ້າວັນທີ 29 ​ມິຖຸນາ 2021, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້​ແທນ​ລາວ ເຂົ້າຮ່ວມກອງ​ປະ​ຊຸມ​ເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ (ASEAN Regional Forum Senior Officials’ Meeting ຫຼື ARF SOM) ຈັດຂຶ້ນໃນຮູບແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ ໃນຖານະປະທານອາຊຽນ ສໍາລັບປີ 2021. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີບັນດາເຈົ້າໜ້າທີ່ອາວຸໂສ ຈາກ 27 ປະເທດຜູ້ເຂົ້າຮ່ວມເວທີພາກພື້ນອາຊຽນ, ຮອງເລຂາທິການໃຫ່ຍອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.

ກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດ​ບັນດາກິດຈະກໍາຮ່ວມມືເວທີພາກພື້ນອາຊຽນ ສຳລັບໄລຍະສົກປີ2020-2021 ພາຍໃຕ້ແຜນວຽກການຮ່ວມມືກາງສະໄໝ,ພ້ອມທັງໄດ້ຮັບຊາບຜົນການຈັດຕັ້ງປະຕິບັດແຜນປະຕິບັດງານຮ່າໂນ້ຍ ສະບັບທີ 2 (2020-2025) ທີ່ຮັບຮອງໃນປີ 2020, ມາຮອດປັດຈຸບັນ ສາມາດຈັດຕັ້ງປະຕິບັດໄດ້ 12 ກິດຈະກໍາ, ຍັງຄົງຄ້າງ 95 ກິດຈະກໍາ, ເຊິ່ງເຫັນວ່າຍັງມີຄວາມຄືບໜ້າໜ້ອຍ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ພາກພື້ນ, ຕໍ່ກັບບັນຫານີ້ບັນດາເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ ໄດ້ສະເໜີໃຫ້ມີການປັບກິດຈະກໍາໃຫ້ແທດເໝາະກັບສະພາບການ ແລະ ສິ່ງທ້າທ້າຍໃນປັດຈຸບັນ ເພື່ອຮັກສາໄດ້ທ່ວງທ່າທີ່ດີໃນການຈັດຕັ້ງປະຕິບັດກິດຈະກໍາການຮ່ວມມືດັ່ງກ່າວ.

ກອງປະຊຸມ ໄດ້ພິຈາລະນາຮັບຮອງເອົາແຜນວຽກເວທີພາກພື້ນອາຊຽນ ກ່ຽວກັບການບັນເທົາທຸກໄພພິບັດ ສະບັບປັບປຸງໃໝ່ ໄລຍະສົກປີ 2021-2023 ໂດຍແມ່ນ ສປປ ລາວ, ສປ ຈີນ ແລະ ການາດາ ເປັນຜູ້ນໍາພາໃນນາມປະເທດປະທານຮ່ວມກິດຈະກໍານີ້ ໄລຍະສົກປີ 2018-2022.ນອກນັ້ນ, ​ກອງປະຊຸມ ຍັງໄດ້ເຫັນດີຮັບຮອງບັນຊີກິດຈະກໍາ ສໍາລັບສົກປີ 2021-2022, ເຊິ່ງມີທັງໝົດ 42 ກິດຈະກໍາ.

ກອງ​ປະ​ຊຸມ ​ໄດ້ປຶກ​ສາ​ຫາ​ລືການກະກຽມດ້ານເນື້ອໃນ ແລະ ພິທີການໃຫ້ແກ່ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຄັ້ງທີ 28, ຊຶ່ງຈະຈັດຂຶ້ນໃນຕົ້ນເດືອນ ສິງຫາ 2021 ທີ່ຈະມາເຖິງນີ້, ພ້ອມທັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະບັນຫາອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ການກໍ່​ການຮ້າຍ, ການ​ຄ້າ​ມະ​ນຸດ ລວມທັງສະພາບການໃນມຽນມາ, ແຫຼມເກົາຫຼີ, ທະເລຈີນໃຕ້ ແລະ ບັນຫາອື່ນໆ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487299
ມື້ນີ້134
ມື້ວານ191
ອາທິດນີ້961
ເດືອນນີ້692