ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ອີຢູ

 

20210708 ASEAN-EU-1

20210708 ASEAN-EU-3

 

ໃນວັນທີ 8 ກໍລະກົດ 2021, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ ທັງເປັນຫົວໜ້າ​ເຈົ້າໜ້າ​ທີ່​ອາວຸໂສ​ອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງ​ປະ​ຊຸມເຈົ້າ​ໜ້າ​ທີ່ອາ​ວຸ​ໂສ    ອາ​ຊຽນ-ອີຢູ ແບບທາງໄກ, ໂດຍການເປັນປະທານຮ່ວມຂອງ ສິງກະໂປ ແລະ ອີຢູ. ນອກຈາກນີ້, ຍັງມີ ບັນດາຫົວໜ້າ​ເຈົ້າໜ້າ​ທີ່​ອາວຸໂສອາຊຽນ, ທ່ານຮອງເລຂາທິການໃຫ່ຍອາຊຽນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.

ກອງປະຊຸມ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ຄວາມຄືບໜ້າ​ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດການຮ່ວມມື ອາຊຽນ-ອີຢູ ຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດ​ແຜນ​ປະຕິບັດງານ ໄລ​ຍະ​ປີ (2018-2022) ລວມທັງ ໄດ້ຊົມເຊີຍຜົນສຳເລັດການເຈລະຈາສັນຍາອາຊຽນ-ອີຢູ ວ່າດ້ວຍ ການຂົນສົ່ງທາງອາກາດຮອບດ້ານ. ພ້ອມນີ້, ບັນດາປະເທດສະມາຊິກອາຊຽນ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງອີຢູ ຕໍ່ອາຊຽນ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ຈຳນວນເງິນ 800 ລ້ານເອີໂຣ ໂດຍຜ່ານໂຄງການທີມງານເອີຣົບ (Team Europe).

ກອງປະຊຸມ ໄດ້ປຶກສາຫາລື ທິດທາງແຜນການຮ່ວມມື ອາຊຽນ-ອີຢູໃນຕໍ່ໜ້າ ເຊິ່ງໄດ້ເຫັນດີເພີ່ມທະວີການຮ່ວມມືໃນດ້ານຕ່າງໆເຊັ່ນ: ການຮ່ວມມືດ້ານເສດຖະກິດ, ການຄ້າແລະ ການລົງທຶນ, ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ, ການເຊື່ອມຈອດ, ການ​ຮັດ​ແຄບ​ຄວາມ​ແຕກ​ໂຕນ, ການຮັບມືກັບສະພາບການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ການພັດທະນາແບບຍືນຍົງ, ແລະ ການໄປມາຫາສູ່ລະຫວ່າງ ປະຊາຊົນກັບປະຊາຊົນ. ນອກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການຈັດກອງປະຊຸມສຸດຍອດ ເພື່ອສະເຫຼີມສະຫຼອງການຮ່ວມມືອາຊຽນ-ອີຢູ ຄົບຮອບ 45 ປີ ໃນປີ 2022.

ກອງປະຊຸມຫົ​ວ​ໜ້າ​ເຈົ້າ​ໜ້າ​ທີ່ ອາ​ວຸ​ໂສ ອາ​ຊຽນ-ອີຢູ ຄັ້ງນີ້ ຍັງໄດ້ແລກປ່ຽນຄວາມຄິດເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

----------------//----------------

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487194
ມື້ນີ້29
ມື້ວານ191
ອາທິດນີ້856
ເດືອນນີ້587