ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາອາຊຽນ ວ່າດ້ວຍ ການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ

20210713DFMSeanSOM1

 

20210713DFMSeanSOM2

 

20210713DFMSeanSOM3

 

ໃນວັນທີ 13 ກໍລະກົດ 2021, ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາອາຊຽນ ວ່າດ້ວຍ ການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ (ASEAN Seminar on Upholding Multilateralism) ແບບທາງໄກ ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ. ມີບັນດາຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ຄື: ເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ, ຜູ້ຊົງຄຸນວຸດທິ ແລະ ຜູ້ຊ່ຽວຊານ, ຂະແໜງການກ່ຽວຂ້ອງຂອງອາຊຽນ, ອົງກອນຂອງລັດຖະບານອາຊຽນ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ.

 

ກອງປະຊຸມສຳມະນາຄັ້ງນີ້ ແມ່ນເປັນກິດຈະກຳພາຍໃຕ້ຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍ ການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ, ຊຶ່ງຈະໄດ້ຖືກຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ໃນເດືອນ ຕຸລາ 2021 ແລະ ເປັນໜຶ່ງໃນບັນດາບູລິມະສິດການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ໃນປີ 2021. ກອງປະຊຸມສຳມະນາ ໄດ້ຮັບຟັງການແລກປ່ຽນຄຳຄິດເຫັນໃນຫຼາຍຫົວຂໍ້ສຳຄັນ ທີ່ກ່ຽວພັນກັບການສົ່ງເສີມການຮ່ວມມືຫຼາຍຝ່າຍ ໃນທ່າມກາງການປ່ຽນແປງທາງດ້ານພູມສາດການເມືອງ​; ການເສີມສ້າງຄວາມເຂັ້ມແຂງດ້ານລະບົບການຄ້າຫຼາຍຝ່າຍ ແລະ ບົດບາດຂອງສົນທິສັນຍາຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP); ການພັດທະນາລະບົບໄຊເບີ ບົນພື້ນຖານລະບຽບຫຼັກການ; ການຮ່ວມມືຫຼາຍຝ່າຍ ເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ການຫຼຸດຜ່ອນຄວາມສ່ຽງທາງໄພພິບັດ ແລະ ການປົກປັກຮັກສາສິ່ງແວດລ້ອມ; ແລະ ການຮ່ວມມືຫຼາຍຝ່າຍ ເພື່ອການຟື້ນຟູຈາກໂຄວິດ-19 ແລະ ການກຽມຄວາມພ້ອມສໍາລັບພາວະສຸກເສີນທາງດ້ານສາທາລະນະສຸກໃນອະນາຄົດ.

 

ສປປ ລາວ ໄດ້ປະກອບຄຳເຫັນໃນຫົວຂໍ້ການພັດທະນາລະບົບໄຊເບີ ບົນພື້ນຖານລະບຽບຫຼັກການ, ໂດຍໄດ້ເນັ້ນຢຳ້ເຖິງຄວາມສຳຄັນໃນການພັດທະນາລະບຽບຫຼັກການ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ປອດໄພທາງດ້ານໄຊເບີ, ຊຶ່ງເປັນປັດໃຈສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະໃນຍຸກອຸດສາຫະກຳ 4.0. ພ້ອມນີ້, ກໍໄດ້ຊຸກຍູ້ໃຫ້ມີການສົ່ງເສີມຄວາມໄວ້ ເນື້ອເຊື່ອໃຈ ແລະ ການສ້າງຂີດຄວາມສາມາດທາງດ້ານໄຊເບີ ໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ເພື່ອຮັດແຄບຄວາມແຕກໂຕນທາງດ້ານໄອຊີທີ ໃນພາກພື້ນອາຊຽນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487194
ມື້ນີ້29
ມື້ວານ191
ອາທິດນີ້856
ເດືອນນີ້587