ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປິ່ນອ້ອມກ່ຽວກັບ ຂະບວນການສ້າງຍຸດທະສາດຂ້າມຜ່ານ ສໍາລັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ເພື່ອກະກຽມເຂົ້າຮ່ວມກອງປະຊຸມໂຕະມົນ ຄັ້ງທີ 13

20211111-ldc1

20211111-ldc2

ໃນຕອນເຊົ້າຂອງວັນທີ 11 ພະຈິກ 2021, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມປິ່ນອ້ອມກ່ຽວກັບ ຂະບວນການສ້າງຍຸດທະສາດຂ້າມຜ່ານ ສໍາລັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ເພື່ອກະກຽມເຂົ້າຮ່ວມກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ, ເຊິ່ງມີຕາງໜ້າຈາກພາກລັດ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ, ບັນດາສະຖານທູດ, ຄູ່ຮ່ວມພັດທະນາ,​ ອົງການເຄືອຂ່າຍ ສປຊ,ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຫຼາຍກ່ວາ 120 ທ່ານ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການສ້າງຍຸດທະສາດຂ້າມຜ່ານ ເພື່ອກະກຽມໃຫ້ແກ່ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຊິ່ງເປັນຂະບວນການສືບຕໍ່ຈາກພາຍຫຼັງທີ່ ສປປ ລາວ ສາມາດຜ່ານການທົບທວນຮອບວຽນ 3 ປີ ໂດຍ ຄະນະກໍາມະການນະໂຍບາຍການພັດທະນາ ອົງການ ສປຊ ໃນຕົ້ນປີທີ່ຜ່ານມາ ແລະ ຖືວ່າເປັນການຜ່ານການປະເມີນ ຄັ້ງທີ 2 ຕິດຕໍ່ກັນ ຫຼັງຈາກຄັ້ງທຳອິດໃນປີ 2018. ສະນັ້ນ, ສປປ ລາວ ຈຶ່ງໄດ້ຮັບການສະເໜີ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໂດຍມີໄລຍະການກະກຽມສຳລັບການຂ້າມຜ່ານ 5 ປີ ຈົນຮອດປີ 2026. ແຕ່ເຖິງຢ່າງໃດກໍຕາມ, ຍ້ອນການລະບາດຂອງ ພະຍາດໂຄວິດ-19 ເຊິ່ງໄດ້ສ້າງຜົນກະທົບໂດຍກົງ ຕໍ່ກັບທຸກມິຕິຂອງການພັດທະນາເສດຖະກິດ-ສັງຄົມ, ຍິ່ງເຮັດໃຫ້ປະເທດເຮົາມີຄວາມບອບບາງຫຼາຍຂື້ນກ່ວາເກົ່າ ແລະ ອາດຈະປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນອະນາຄົດ.

ຕໍ່ໜ້າສະພາບການດັ່ງກ່າວນີ້, ທ່ານ ຮອງລັດຖະມົນຕິ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງສືບຕໍ່ກະກຽມຄວາມພ້ອມຂອງຂະແໜງການຂອງຕົນ ໂດຍສະເພາະຂະແໜງການທີ່ຕິດພັນ ກັບທັງ 3 ເງື່ອນໄຂ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຊິ່ງລວມເຖິງການລົງທຶນທີ່ຈໍາເປັນຕໍ່ການພັດທະນາຊັບພະຍາກອນມະນຸດ, ຄຽງຄູ່ກັບວຽກງານຟື້ນຟູຈາກຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19. ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ໄດ້ກ່າວວ່າ ຄວາມພະຍາຍາມເລົ່ານີ້ຕ້ອງໄດ້ສືບຕໍ່ມີການຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອຮັບປະກັນວ່າ ການສູນເສຍການສະໜັບສະໜູນຈາກນະໂຍບາຍພິເສດສະເພາະ ສຳລັບປະເທດດ້ອຍພັດທະນາ ຈະບໍ່ສົ່ງຜົນກະທົບຕໍ່ຈັງຫວະການພັດທະນາຂອງປະເທດ,ການນຳໃຊ້ມາດຕະການສະໜັບສະໜູນສະເພາະ ຈະຖືກນຳໃຊ້ຢ່າງມີປະສິດທິຜົນສູງສຸດໃນໄລຍະກະກຽມໃຫ້ແກ່ການຫຼຸດພົ້ນ ເພື່ອຮັບປະກັນຄວາມພ້ອມໃຫ້ດີທີ່ສຸດ, ແນ່ໃສ່ເຮັດໃຫ້ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ມີລັກສະນະໂລ່ງລຽນ ແລະ ຍືນຍົງ.

ພ້ອມກັນນັ້ນ,​ ທ່ານ ຮອງລັດຖະມົນຕີ ກໍ່ໄດ້ກ່າວວ່າ ການຈັດກອງປະຊຸມປິ່ນອ້ອມໃນຄັ້ງນີ້ ຍັງເປັນໂອກາດອັນດີໃນການຊີ້ແຈ້ງ, ອະທິບາຍ ແລະ ເຜີຍແຜ່ຂໍ້ມູນ ໃຫ້ແກ່ທຸກຂະແໜງການຂອງພາກລັດ ລວມທັງ ຄູ່ຮ່ວມພັດທະນາ ກ່ຽວກັບຜົນປະໂຫຍດ ແລະ ກາລະໂອກາດ ທີ່ຈະໄດ້ຮັບຈາກການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ພ້ອມທັງເປັນການກະກຽມເພື່ອເຂົ້າຮ່ວມ ກອງປະຊຸມລະດັບສູງ ອົງການ ສປຊ ວ່າດ້ວຍ ປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ຈະຈັດຂຶ້ນໃນເດືອນມັງກອນ ປີ 2022 ທີ່ ປະເທດ ກາຕ້າ ເຊິ່ງຈະຖືເປັນໂອກາດສຳຄັນ ສໍາລັບ ສປປ ລາວ ໃນການສະເໜີຮ່າງຍຸດທະສາດຂ້າມຜ່ານ ເພື່ອສືບຕໍ່ລະດົມຂົນຂວາຍການຮ່ວມມື ແລະ ສະໜັບສະໜູນຈາກສາກົນ ຕະຫຼອດໄລຍະກະກຽມໃຫ້ແກ່ການຫຼຸດພົ້ນ ໄປຈົນເຖິງໄລຍະຂ້າມຜ່ານຫຼັງຈາກປີ 2026.

ພ້ອມດຽວກັນນັ້ນ, ທ່ານນາງ ຊາຣາ ເຊເກນເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ກອງປະຊຸມໂດຮາ ວ່າດ້ວຍປະເທດດ້ອຍພັດທະນາ (LDC5) ເຊິ່ງຈະເປັນໂອກາດໃນການກຽມຄວາມພ້ອມໃຫ້ແກ່ບັນດາເງື່ອນໄຂອັນຈຳເປັນຕໍ່ການຂ້າມຜ່ານຢ່າງໂລ່ງລ່ຽນ, ພ້ອມທັງເປັນການລະດົມການຊ່ວຍເຫຼືອສະໜັບສະໜຸນຈາກວົງສາຄະນະຍາດສາກົນໃນການກ້າວອອກຈາກສະຖານະພາບດ້ອຍພັດທະນາ. ທ່ານ ນາງ ເຊເກນເນັສ ຍັງໄດ້ຢ້ຳຕື່ມວ່າ ເພື່ອຈະໃຫ້ກາຍເປັນປະເທດທີ່ມີລາຍຮັບປານກາງ ດ້ວຍເສດຖະກິດທີ່ເຂັ້ມແຂງ ແລະ ຄວາມບອບບາງຕໍ່າ ປັດໄຈຫຼັກແມ່ນຕ້ອງໄດ້ຍົກລະດັບຊັບພະຍາກອນມະນຸດ ແລະ ການຂະຫຍາຍໂຕຂອງ GDPເຊິ່ງຈະເປັນປັດໄຈຫຼັກໃນການຂັບເຄື່ອນປະເທດໃຫ້ສາມາດບັນລຸການພັດທະນາແບບຍືນຍົງ ແລະ ພ້ອມກັນກ້າວໄປໄດ້ຢ່າງແທ້ຈິງ. ທ່ານ ນາງ ເຊເກນເນັສ ຍັງກ່າວວ່າ ກອງປະຊຸມໃນມື້ນີ້ແມ່ນມີຄວາມໝາຍຄວາມສໍາຄັນ ເຊິ່ງຖືກຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບຂັ້ນຕອນການວາງແຜນການຫຼຸດພົ້ນອອກຈາກສະນະຖາບດ້ອຍພັດທະນາຂອງ ສປປ ລາວ ແລະ ຈະຊ່ວຍໃຫ້ລັດຖະບານ, ຜູ້ສ້າງນະໂນຍາຍ ແລະ ຄູ່ຮ່ວມພັດທະນາມີ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄາດໝາຍການປ່ຽນແປງ, ສິ່ງທ້າທາຍ ແລະ ກາລະໂອກາດຕ່າງໆທີ່ອາດເກີດຂຶ້ນໃນອະນາຄົດຈາກການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ.

ຫຼັງຈາກນັ້ນ, ກອງປະຊຸມ ກໍ່ໄດ້ຮັບຟັງການນໍາສະເໜີບົດໂດຍ ອົງການ ສປຊ ກ່ຽວກັບ ການປະເມີນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໂດຍເນັ້ນໜັກເຖິງ ຜົນກະທົບ ແລະ ຄວາມບອບບາງ ຂອງ ສປປ ລາວ. ພ້ອມກັນນັ້ນ, ກະຊວງການຕ່າງປະເທດ ໂດຍຕາງໜ້າໃຫ້ແກ່ ກອງເລຂາຄະນະຊີ້ນຳລະດັບຊາດ ກໍ່ໄດ້ນໍາສະເໜີບົດກ່ຽວກັບ ຂະບວນການສ້າງຍຸດທະສາດຂ້າມຜ່ານ ເພື່ອກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຊິ່ງກໍ່ໄດ້ຮັບຟັງການປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຢ່າງກວ້າງຂວາງ ຈາກທຸກພາກສ່ວນທັງພາກລັດ ແລະ ສາກົນ ກ່ຽວກັບຂະບວນການທີ່ໄດ້ສຳເລັດຜ່ານມາ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດໃນອະນາຄົດ ເພື່ອຮັບປະກັນວ່າ ຍຸດທະສາດຂ້າມຜ່ານດັ່ງກ່າວ ແມ່ນອີງໃສ່ບົນພື້ນຖານການມີສ່ວນຮ່ວມຂອງທຸກພາກສ່ວນ. ຜົນຂອງກອງປະຊຸມປິ່ນອ້ອມໃນຄັ້ງນີ້ ແມ່ນຈະສືບຕໍ່ນຳໄປສະເໜີຢູ່ໃນໜຶ່ງໃນວາລະຂອງ ການປຶກສາຫາລືລະດັບສູງ ທີ່ ກອງປະຊຸມລະດັບສູງໂຕະມົນ ປະຈຳປີ 2021.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487650
ມື້ນີ້90
ມື້ວານ228
ອາທິດນີ້12
ເດືອນນີ້1043