ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງນິງບິ່ງ.

 

 

2022 11 9 bingning2

2022 11 9 bingning1

2022 11 9 bingning3

2022 11 9 bingning

 

ວັນທີ 07 ພະຈິກ 2022, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງນິງບິ່ງ, ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ນາງ ຫງວຽນ ທິ ທູ ຮ່າ, ກຳມະການສູນກາງພັກ, ເລຂາພັກແຂວງ, ຊຶ່ງໃນການພົບປະຄັ້ງນີ້ມີ ສະຫາຍ ຟາມ ກວາງ ຫງອກ, ຮອງເລຂາພັກແຂວງປະທານຄະນະກໍາມະການປະຊາຊົນ ແຂວງນິງບິ່ງ, (ເຈົ້າແຂວງ), ມີການນໍາແຂວງເຂົ້າຮ່ວມຢ່າງພ້ອມພຽງ,  ໃນການຕ້ອນຮັບຄັ້ງນີ້ການນຳແຂວງກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງ ທີ່ ສະຫາຍ ເອກອັກຄະລັດຖະທູດ ພ້ອມຄະ ນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງ ນິງບິ່ງມີຂຶ້ນທ່າມກາງບັນຍາກາດທີ່ສອງປະເທດ ພວມຈັດຕັ້ງ ກິດຈະກໍາຕ່າງໆເພື່ອພ້ອມກັນສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022” ເພື່ອຫວນຄືນສອງ ວັນປະຫວັດສາດທີ່ສຳຄັນ ຄື: ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ຄົບຮອບ 60 ປີ (05/09/1962-05/09/2022) ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ​ລາວ-ຫວຽດນາມ ຄົບຮອບ 45 ປີ (18/07/1977-18/07/2022).

​​

ໂອກາດ​ນີ້, ສະຫາຍ ນາງ ຫງວຽນ ທິ ທູ ຮ່າ ກໍໄດ້ລາຍ​ງານ​ໂດຍຫຍໍ້​ກ່ຽວ​ກັບສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຂວງ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ທັງ​ໄດ້​ແຈ້ງ​ໃຫ້​ຊາບການ ພົວພັນຮ່ວມມືກັບ ສປປ ລາວ,  ໂດຍສະເພາະແຂວງນິງບິ່ງໄດ້ເຊັນບົດບັນທຶກການແຮກສ່ຽວ ກັບແຂວງອຸດົມໄຊຂອງລາວ. ​ພ້ອມ​ທັງ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບໂຄງການ​ຊ່ວຍ​ເຫຼຶອຂອງ​ແຂວງ​ນິງບິ່ງໃຫ້​ກັບ​ແຂວງ​ອຸດົມໄຊໃນ​ໄລຍະ​ຜ່ານ​ມາ​ເຊັ່ນ: ການ​ໃຫ້​ທຶນ​ການ​ສຶກສາ​. ສະຫາຍ​​ເລຂາ​ແຂວງຍັງ​​ໃຫ້​ຄວາມ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ທີ່​ສະຫາຍ​ເອກ​ອັກຄະ​ລັດຖະທູດ​ມາ​ດຳລົງ​ຕຳ​ແໜງ​ຢູ່ ສສ ຫວຽດນາມ​ຈະສືບຕໍ່​ເປັນ​ຂົວ​ຕໍ່ທີ່ສຳຄັນ​ໃນ​ການ​ປະສານ​ງານລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ແຂວງ​ນິງບິ່ງ ​ແລະ ​ແຂວງ​ອຸດົມໄຊ​ ​ແລະ ບັນດາແຂວງພາກເໜຶອຂອງລາວ.

 

ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງໃນຖານສະຫາຍອ້າຍນ້ອງພ້ອມທັງສະແດງຄວາມຊົມເຊີຍໝາກຜົນການພັດທະນາເສດຖະກິດ-ສັງຄົມ ໃນ ໄລຍະຜ່ານມາ ຂອງແຂວງເຊັ່ນ: ທາງດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພັດທະນາພຶ້ນຖານໂຄງລ່າງ ແລະ ການພັດທະນາເສດຖະກິດຂອງແຂວງນິງບິ່ງມີການພັດທະນາແບບໄວວາໂດຍສະເພາະແມ່ນຂະແໜງອຸດສາຫະກຳນຳໜ້າ ຕໍ່ມາແມ່ນຂະແໜງການບໍລິການ ແລະ ທ່ອງທ່ຽວ, ຊຶ່ງບັນດາຜົນສຳເລັດດັ່ງກ່າວ ກໍໄດ້ສະແດງ ໃຫ້ເຫັນເຖິງການວາງແນວທາງທີ່ຖືກ ຕ້ອງ, ຄວາມສາມາດໃນການຊີ້ນຳ-ນຳພາຂອງອົງຄະນະພັກ, ອຳນາດການ ປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວຂອງປະຊາຊົນແຂວງນິງບິ່ງ. ພ້ອມ​ທັງຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ສອງປະເທດ​ໂດຍ​ສະ​ເພາະ​ແມ່ນ​ປີ 2022 ​ເປັນ​ປີ​ສາມັກຄີ​ມິດຕະພາບ​ລາວ-ຫວຽດນາມ, ການນຳແຂວງນິງບິ່ງກໍໄດ້ໄປ​ເຄື່ອນ​ໄຫ​ວຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງ​ອຸດົມໄຊ,  ນອກຈາກ​ນັ້ນ​ຍັງ​ໄດ້​ປະສານ​ສົບ​ທົບການ​ຮ່ວມ​ມື​ກັບ​ບັນດາ​ແຂວງ​ແຮກ​ສ່ຽວ​ເຊັ່ນ​ອຸດົມໄຊ ​ແລະ ​ແຂວງ​ຫົວພັນຢ່າງຮອບດ້ານ.

 

ໃນວັນດຽວກັນ, ສະຫາຍ​ເອກ​ອັກຄະ​ລັດຖະທູດ ​ພ້ອມ​ດ້ວຍຄະນະ​ ຍັງໄດ້ລົງໄປພົບປະ, ເຮັດວຽກກັບ ຄະນະອຳນວຍການ ມະຫາວິທະຍາ​ໄລ​ຮົວລື ເພື່ອສະແດງຄວາມຂອບໃຈໃນການເອົາໃສ່ເບິ່ງແຍງດູແລ ແລະ ຕີລາ ຄາ ສູງການ ປະກອບສ່ວນ ຢ່າງຕັ້ງໜ້າ ໃນການກໍ່ສ້າງ ຊັບພະຍາກອນ ມະນຸດໃຫ້ແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນ ການກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ ແຂວງອຸດົມໄຊ ພ້ອມທັງສືບຕໍ່ໃຫ້ເນັ້ນໜັກ ການກໍ່ສ້າງ ຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ ກວ່າເກົ່າ ແລະ ໂອ້ລົມນັກສຶກສາລາວທີ່ກຳລັງສຶກສາຮໍ່າຮຽນ ຢູ່ມະຫາວິທະ ຍາໄລແຫ່ງນັ້ນ.

 

ແຂວງນິງບິ່ງໄດ້ໃຫ້ທືນການສຶກສາແຂວງອຸດດົມໄຊໃນການສ້າງບຸກຄະລາກອນຢູ່ມະຫາວິທະຍາໄລຮົວລືມີຈຳນວນທັງໝົດ 120 ຄົນ, ໃນນັ້ນຈົບໄປແລ້ວ 69 ຄົນ, ປັດຈຸບັນກຳລັງສຶກສາຕໍ່ 51 ຄົນ ໃນ 3 ຂະແໜງການຄື: ວິທະຍາສາດການສຶກສາ, ເສດຖະກິດ-ວັດທະນະທຳ ແລະ ຂະແໜງບໍລິການ.

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485939
ມື້ນີ້70
ມື້ວານ168
ອາທິດນີ້975
ເດືອນນີ້5244