ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ

  

  

20231108 Lao Am to VN 1

    

    

ໃນຕອນບ່າຍ ຂອງ ວັນທີ 08 ພະຈິກ 2023, ສະຫາຍ ນາງ ຄຳເພົາ ເອີນທະວັນ  ໄດ້ເຂົ້າຍືນສານຕາຕັ້ງຕໍ່ ສະຫາຍ ຫວໍ ວັນ ເຖືອງ (VO VAN THUONG), ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

  

    

  

20231108 Lao Am to VN 2

20231108 Lao Am to VN 3

  

  

ໃນໂອກາດນີ້, ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາດໍາລົງຕໍາແໜ່ງ ຂອງ ສະຫາຍ ເອກອັກຄະລັດຖະທູດລາວຄົນໃໝ່ ປະຈໍາ ສສ ຫວຽດນາມ, ພ້ອມທັງຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໄດ້ຮັບການເສີມຂະຫຍາຍຖານອ້າຍນ້ອງແບບໃກ້ສິດ ແລະ ເພື່ອນຮ່ວມອຸດົມການອັນດຽວກັນ, ມີມູນເຊື້ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈຕະຫຼອດມາ ຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືສະໄໝສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ລວມເຖິງໃນຂອບການຮ່ວມມືພາກພື້ນ ແລະ ສາກົນຕ່າງໆ, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ສະຫາຍເອກອັກຄະລັດຖະທູດລາວ ຈະເຄື່ອນໄຫວຢ່າງຕັ້ງໜ້າເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ  ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານດັ່ງກ່າວ ລະຫວ່າງ ສອງພັກ-ລັດຖະບານ ແລະ ປະຊາຊົນສອງຊາດລາວ- ຫວຽດນາມ ໃຫ້ຈະນັບມື້ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ, ພ້ອມທັງອວຍພອນໃຫ້ ສະຫາຍ ເອກອັກຄະລັດຖະທູດລາວ ຈົ່ງປະສົບຜົນສໍາເລັດອັນຈົບງາມ ໃນການປະຕິບັດໜ້າທີ່ວຽກງານການທູດຄັ້ງນີ້.

   

 

   

20231108 Lao Am to VN 4

    

 

ໂອກາດດຽວກັນ, ສະຫາຍເອກອັກຄະລັດຖະທູດລາວ ກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກແພງຖານອ້າຍນ້ອງເພື່ອນມິດ ຈາກ ສະຫາຍ ທອງລຸນ ສີສຸລິດ, ປະທານ ປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ສະຫາຍ ຫວໍ ວັນ ເຖືອງແລະ ສົ່ງຜ່ານ ໄປຍັງ ສະຫາຍ ຫງວຽນ ຟູ້ ຈ້ອງ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ພ້ອມດ້ວຍການນຳພັກ-ລັດ ກໍຄືປະຊາຊົນຫວຽດນາມອ້າຍນ້ອງ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງປະເທດ ທີ່ເປັນມູນເຊື້ອມາແຕ່ຍາວນານ, ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອເຊິ່ງກັນ. ພ້ອມທັງເຫັນດີເປັນເອກະພາບ ທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືຮອບດ້ານ, ເປັນຕົ້ນ: ດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດການຄ້າ, ການລົງທຶນ, ວັດທະນະທໍາ-ສັງຄົມ ສາທາລະນະສຸກ, ການທູດປະຊາຊົນ ແລະ ອື່ນໆ. ສະຫາຍ ເອກອັກຄະລັດຖະທູດລາວ ຍັງໄດ້ຕາງໜ້າ ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດໃນໄລຍະຜ່ານມາ.

  

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487333
ມື້ນີ້1
ມື້ວານ167
ອາທິດນີ້995
ເດືອນນີ້726