ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈໍາ ສປປ ເກົາຫລີ ເຂົ້າຢ້ຽມອໍາລາ ຮອງປະທານຄະນະປະທານຄະນະກຳມະການ ປະຈໍາສະພາປະຊາຊົນສູງສຸດ ສປປ ເກົາຫລີ

     

   

20231115 Lao Am to DPRK 1

  

  

ໃນຕອນເຊົ້າຂອງວັນທີ 15 ພະຈິກ 2023, ທີ່ ນະຄອນຫລວງພຽງຢາງ, ສະຫາຍ ສີສະຫວາດ ຄໍາສາລີ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປປ ເກົາຫລີ ໄດ້ເຂົ້າຢ້ຽມອໍາລາ ສະຫາຍ ກັງ ຢຸນ ຊອກ ( Kang Yun Sok), ຮອງປະທານຄະນະປະທານຄະນະກຳມະການປະຈໍາສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ ເນື່ອງໃນໂອກາດທີ່ ສະຫາຍ ຈະຈົບວາລະການດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປປ ເກົາຫລີ.

   

ໃນໂອກາດນີ້, ສະຫາຍ ຮອງປະທານຄະນະປະທານຄະນະກຳມະການປະຈໍາສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດທີ່ສະຫາຍ ເອກອັກຄະລັດຖະທູດຍາດມາໄດ້ໃນໄລຍະ 5 ປີ ທີ່ປະຕິບັດໜ້າທີ່ການທູດ ຢູ່ ສປປ ເກົາຫລີ ເຊິ່ງ ສະຫາຍ ເອກອັກຄະລັດຖະທູດ ໄດ້ປະກອບສ່ວນສໍາຄັນໃນການເພີ່ມຄູນສ້າງສາຍພົວພັນມິດຕະພາບແລະການຮ່ວມມື ທີ່ ເປັນມູນເຊື້ອ ລະຫວ່າງສອງປະເທດ ສປປ ລາວ-ສປປ ເກົາຫລີ.

ໃນໂອກາດນີ້, ສະຫາຍ ກັງ ຢຸນ ຊອກ, ຮອງປະທານຄະນະປະທານຄະນະກຳມະການປະຈໍາສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ ໄດ້ປະດັບຫຼຽນໄຊມິດຕະພາບຊັ້ນ 1 ຂອງລັດຖະບານ ສປປ ເກົາຫລີ ໃຫ້ແກ່ ສະຫາຍ ສີສະຫວາດ ຄໍາສາລີ ຢ່າງສົມກຽດ.

   

ໃນຕອນທ້າຍ, ສະຫາຍ ຮອງປະທານຄະນະປະທານຄະນະກຳມະການປະຈໍາສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ ໄດ້ອວຍພອນໃຫ້ ສະຫາຍ ເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດພາລະກິດໃໝ່ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

   

ສະຫາຍ ສີສະຫວາດ ຄຳສາລີ, ເອກອັກຄະລັດຖະທູດ ແຫ່ງ ສປປລາວ ປະຈຳ ສປປ ເກົາຫລີ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ຈຕໍ່ ສະຫາຍ ຮອງປະທານຄະນະປະທານຄະນະກຳມະການປະຈໍາສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ ທີ່ໄດ້ສະຫລະເວລາ ອັນມີຄ່າຕ້ອນຮັບ ສະຫາຍ ສີສະຫວາດ ຄຳສາລີ ຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຢ່າງເລິກຊຶ່ງ ຕໍ່ ພັກ-ລັດຖະບານ ແຫ່ງ ສປປ ເກົາຫລີ ທີ່ໄດ້ຕົກລົງປະດັບຫລຽນໄຊມິດຕະພາບຊັ້ນ 1 ແກ່ສະຫາຍ ສີສະຫວາດ ໃນຄັ້ງນີ້.

   

ໃນໂອກາດສະຫງ່າລາສີນີ້, ສະຫາຍ ເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັັນອົບອຸ່ນທີ່ສຸດ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍຜ່ານ ສະຫາຍ ຮອງປະທານຄະນະປະທານຄະນະກຳມະການປະຈໍາສະພາປະຊາຊົນສູງສຸດ ສປປ ເກົາຫລີ ໄປຍັງ ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫ່ຍພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດ ແຫ່ງ ສປປ ເກົາຫລີ ນະໂອກາດນີ້ດ້ວຍ,

   

ໃນໂອກາດເຂົ້າຢ້ຽມອໍາລາດັ່ງກ່າວ, ສະຫາຍ ເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ,ຄວາມສາມັກຄີ ແລະ ການຮ່ວມມື ທີ່ເປັນມູນເຂື້ອ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນສອງຊາດ ລາວ- ເກົາຫລີ, ເຊິ່ງ ແມ່ນ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ແລະ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫ່ຍຂອງປະຊາຊົນເກົາຫລີເປັນຜູ້ກໍ່ຕັ້ງ ແລະ ໄດ້ຮັບການສືບທອດໂດຍບັນດາຜູ້ນໍາລຸ້ນລຸ້ນຕ່າງໆຂອງສອງປະເທດ ຕະຫລອດມາ.  

         

ສະຫາຍ ເອກອັກຄະລັດຖະທູດ, ໄດ້ອວຍພອນໃຫ້ສະຫາຍ Kang Yun Sok, ຮອງປະທານຄະນະປະທານຄະນະກຳມະການປະຈໍາສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ ຈົ່ມີພະລານາໄມສົມບູນ ແລະ ອວຍພອນໃຫ້ ພັກ, ລັດຖະບານ ແລະ ປະຊາຊົນ ເກົາຫລີ ຈົ່ງຍາດໄດ້ຜົນສຳເລັດອັນຍິ່ງໃຫ່ຍກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ ເກົາຫລີ ສັງຄົມນິຍົມ.

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486411
ມື້ນີ້107
ມື້ວານ220
ອາທິດນີ້73
ເດືອນນີ້5716