ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປິດຊຸດຝຶກອົບຮົມວິທີວິທະຍາ ໃຫ້ແກ່ ພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງອ້ອມຂ້າງສູນກາງ

 

20231109 IFA ResearchMethodology 01

 

ໃນວັນທີ 09 ພະຈິກ 2023, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປີດຊຸດຝຶກ​ອົບຮົມວິທີວິທະຍາ (Research Methodology Skills) ໃຫ້​ແກ່​ ພະນັກງານ​ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ແລະ ບັນດາກະຊວງອ້ອມຂ້າງສູນກາງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນ. ວິທະຍາ ໄຊຍະວົງ, ຮັກສາການແທນ ຫົວໜ້າສະຖາບັນການຕ່າງປະເທດ, ຮອງຫົວໜ້າສະຖາບັນການຕ່າງປະເທດ. ນອກນັ້ນ, ຍັງມີຄະນະສະຖາບັນ, ຄະນະພະແນກ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກສໍາມະນາກອນຂອງຊຸດຝຶກອົບຮົມເຂົ້າຮ່ວມທັງໝົດ ປະມານ 30 ທ່ານ. ຊຸດຝຶກອົບຮົມດັ່ງກ່າວ ແມ່ນໄດ້ດຳເນີນມານັບແຕ່ວັນທີ 06 ພະຈິກ 2023 ເປັນຕົ້ນມາ, ເຊິ່ງມີຜູ້ເຂົ້າຮ່ວມຝຶກອົບຮົມ ທັງໝົດ 20 ທ່ານ, ຍິງ 07 ທ່ານ ທີ່ມາຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ມະຫາວິທະຍາໄລແຫ່ງຊາດລາວ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ກະຊວງປ້ອງກັນປະ ເທດ ແລະ ກະຊວງປ້ອງກັນຄວາມສະຫງົບ. ຈຸດປະສົງຂອງຊຸດຝຶກອົບຮົມຄັ້ງນີ້ ແມ່ນເພື່ອພັດທະນາທັກສະການເຮັດບົດຄົ້ນຄວ້າ ແລະ ການວິເຄາະບັນຫາເປັນພາສາອັງກິດ ໃຫ້ມີລັກສະນະວິຊາການ (Academic Writing) ແລະ ໄດ້ມາດຕະຖານສາກົນ.

 

ຕະຫຼອດໄລຍະ 04 ວັນ ຂອງການຝຶກອົບຮົມໃນຄັ້ງນີ້, ທ່ານ ສົມໄພ  ວົງມະຫາຈັກ, ຮອງຫົວໜ້າສະຖາບັນການຕ່າງປະເທດ ໄດ້ລາຍງານສະຫຼຸບຜົນການຝຶກອົບຮົມໃນຄັ້ງນີ້ ໂດຍໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນຂອງການຈັດຊຸດຝຶກອົບຮົມ ໂດຍເນັ້ນໃສ່ ສະພາບລວມຂອງການຄົ້ນຄວ້າໃນຂະແໜງການຕ່າງປະເທດ, ວິທີການວິເຄາະເຫດການລະຫວ່າງປະເທດ, ການຄົ້ນຄວ້າຂັ້ນພື້ນຖານ, ການ​ຄົ້ນ​ຄວ້າ​ການ​ຄາດ​ຄະ​ເນ ຂອງອົງການຈັດຕັ້ງພາກພື້ນ ແລະ ສາກົນ, ການຄົ້ນຄວ້າທ່າອ່ຽງໃຫຍ່ໃນການພົວພັນລະຫວ່າງປະເທດ, ການແບ່ງປັນປະສົບການຂອງກະຊວງການຕ່າງປະເທດຫວຽດນາມ ແລະ ກໍ​ລະ​ນີ​ສຶກ​ສາບັນຫາທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ. ການຝຶກອົບຮົມແມ່ນດໍາເນີນເປັນພາສາອັງກິດ ໂດຍໄດ້ຮັບການຖ່າຍທອດບົດຮຽນ ແລະ ປະສົບການຕົວຈິງ ຈາກຄູອາຈານ ແລະ ຊ່ຽວຊານຜູ້ທີ່ມີບົດຮຽນ ແລະ ປະສົບການທີ່ມາຈາກ ວິທະຍາຄານການທູດຫວຽດນາມ (DAV) ແລະ ກະຊວງການຕ່າງປະເທດຫວຽດນາມໂດຍກົງ, ຊຶ່ງທຸກທ່ານລ້ວນແລ້ວແຕ່ເປັນຜູ້ທີ່ມີປະສົບການໃນການເຄື່ອນໄຫວວຽກງານຕົວຈິງໃນການເຮັດບົດຄົ້ນຄວ້າມາແລ້ວຫຼາຍສິບປີ.

 

20231109 IFA ResearchMethodology 02

 

ຕອນທ້າຍພິທີ ປະທານກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜູ້ເຂົ້າຮ່ວມຝຶກອົບຮົມ ທີ່ໄດ້ເສຍສະລະເວລາ ເຂົ້າຮ່ວມຝຶກອົບຮົມ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ແລະ ແລກປ່ຽນບົດຮຽນທີ່ໄດ້ຈາກການຝຶກອົບຮົມໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຂອງຕົນ ເພື່ອ​ເປັນ​ພື້ນຖານ​ໃນການສືບຕໍ່ຄົ້ນຄວ້າ ແລະ ເປັນເສນາທິການທີ່ມີຄຸນນະພາບໃຫ້ແກ່ການນຳໃນການວາງແນວທາງນະໂຍບາຍຂອງພັກ-ລັດ ຕໍ່ບັນຫາທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນໃນຕໍ່ໜ້າ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486447
ມື້ນີ້1
ມື້ວານ142
ອາທິດນີ້109
ເດືອນນີ້5752