ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍ ກົງສຸນໃຫ່ຍລາວ ປະຈຳ ນະຄອນໂຮ່ຈິມີນ ຍື່ນສັນຍາບັດແຕ່ງຕັ້ງກົງສຸນໃຫ່ຍຕໍ່ ສະຫາຍ ຫົວໜ້າກົມກົງສຸນ ກະຊວງການຕ່າງປະເທດຫວຽດນາມ

Lao Con Hogimin1

 

Lao Con Hogimin2

 

 ໃນ​ຕອນ​ເຊົ້າ ຂອງ ວັນ​ທີ 17 ພະ​ຈິກ 2023, ສະ​ຫາຍ ພອນ​ສີ ບຸນມີ​ໄຊ ໄດ້​ເຂົ້າ​ຍື່ນ​ສັນ​ຍາ​ບັດ​ແຕ່ງ​ຕັ້ງ​ກົງ​ສຸນ​ໃຫ່​ຍ ແຫ່ງ ສ​ປ​ປ ລາວ ປະ​ຈຳ​ ນະ​ຄອນ​ໂຮ່​ຈິ​ມີນ, ສ​ສ ຫວຽດ​ນາມ ຕໍ່​ສະ​ຫາຍ ຍວານ ຮວງ ມິງ (DOAN HOANG MINH), ຫົວ​ໜ້າ​ກົມ​ກົງ​ສຸນ ກະ​ຊວງ ການ​ຕ່າງ​ປະ​ເທດ ແຫ່ງ ສ​ສ ຫວຽດ​ນາມ ເພື່ອ​ດຳ​ລົງ​ຕຳ​ແໜ່ງ​ເປັນ ກົງ​ສຸນ​ໃຫ່​ຍ ແຫ່ງ ສ​ປ​ປ ​ລາວ ປະ​ຈຳ ນະ​ຄອນ​ໂຮ່​ຈິ​ມີນ, ສ​ສ ຫວຽດ​ນາມ.

ໃນ​ໂອກາດ​ນີ້, ສະຫາຍ ຍວານ ຮວງ ມິງ ໄດ້​ສະ​ແດງ​ຄວາມ​ຍີນດີຕ້ອນ​ຮັບ ແລະ ຊົມ​ເຊີຍ​ເປັນ​ພິ​ເສດ​ຕໍ່​ການ​ມາ​ດຳ​ລົງ​ຕຳ​ແໜ່ງ ຂອງ ສະ​ຫາຍ ພອນ​ສີ ບຸນ​ມີ​ໄຊ ກົງ​ສຸນ​ໃຫ່​ຍ​ຄົນ​ໃຫ່​ມ ປະ​ຈຳ ນະ​ຄອນ​ໂຮ່​ຈິ​ມີນ ສ​ສ ຫວຽດ​ນາມ, ເນື່ອງ​ຈາກ​ ສະ​ຫາຍ ກົງ​ສຸນ​ໃຫ່​ຍ ແມ່ນ​ຜູ້​ທີ່​ມາ​ຈາກ​ພາກ​ສ່ວນ​ໂດຍ​ກົງ​ກໍ່​ຄື​ເປັນ ຮອງ​​ຫົວ​ໜ້າກົມ​ກົງ​ສຸນ ແລະ ເປັນ​ອີກ​ຜູ້​ໜຶ່​ງ​ທີ່​ເຄີຍ​ຮ່ວມ​ງານ​ມາ​ກ່ອນ​ໜ້າ​ແລ້ວ. ພ້ອມ​ທັງ​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ແບບ​ໃກ້​ສິດ ແລະ ເພື່ອນ​ຮ່ວມ​ອຸ​ດົມ​ການ​ດຽວ​ກັນ, ມີ​ມູນ​ເຊື້ອ​ຊ່ວຍ​ເຫລືອ​ເຊິ່ງ​ກັນ​ ແລະ ກັນ ດ້ວຍ​ຄວາມ​ຈິງ​ໃຈ​ຕະ​ຫລອດ​ມາ, ພ​ອ້ມ​ທັງ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ສະ​ຫາຍ ກົງ​ສຸນ​ໃຫ່​ຍ ຈະ​ສືບ​ຕໍ່​ຮັດ​ແໜ້ນ​ສົ່ງ​ເສີມ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນ​ຍິ່ງ​ໃຫ່​ຍ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຢູ່​ໃນ​ທຸກ​ຄົງ​ເຂດ​ພາກ​ໃຕ້ ສ​ສ ຫວຽດ​ນາມ ກັບ ສ​ປ​ປ ລາວ ໂດຍ​ສະ​ເພາະ​ວຽກ​ງານ​ກົງ​ສຸນ ແລະ ວຽກ​ງານ​ອື່ນໆ​ທີ່​ປິ່ນອ​ອ້ມ​ເຊັ່ນ: ​ວຽກ​ງານການ​ເມືອງ, ເສດ​ຖະ​ກິດ, ການ​ສືກ​ສາ​, ວັດ​ທະ​ນາ​ທຳ​ສັງ​ຄົມ, ສາ​ທາ​ລະ​ນະ​ສຸກ ແລະ ຈະ​ພະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດ​ເພື່ອ​ໃຫ້​ວຽກ​ງານ ກໍ່​ຄື ​ກົມ​ກົງ​ສຸນ ກະ​ຊວງ ການ​ຕ່າງ​ປະ​ເທດ​ ສ​ສ ຫວຽດ​ນາມ ຈະ​ໄດ້​ຮ່ວມ​ມື​ກັບ ກົງ​ສຸນ​ໃຫ່​ຍ ແຫ່ງ ສ​ປ​ປ ລາວ ປະ​ຈຳ ນະ​ຄອນ​ໂຮ່​ຈິ​ມີນ ລວມ​ທັງ​ຂະ​ແໜ່ງ​ການ​ຕ່າງໆ​ທີ່​ຕິດ​ພັນກໍ່​ຄື ກົງ​ສຸນ​ໃຫ່​ຍ ແຫ່ງ ສ​ສ ຫວຽດ​ນາມ ປະ​ຈຳ ແຂວງ ຈຳ​ປາ​ສັກ​ ແລະ ແຂວງ ສະ​ຫວັນ​ນະ​ເຂດ ໃຫ້​ມີ​ການ​ພົວ​ພັນ ແລະ ຊ່ວຍ​ເຫລືອ​ກັນ​ເພີ່ມ​ຂື້ນ.

 

ໂອກາດ​ດຽວ​ກັນ, ສະ​ຫາຍ ກົງ​ສຸນ​ໃຫ່​ຍ ປະ​ຈຳ ນະ​ຄອນ​ໂຮ່​ຈິ​ມີນ ​ກໍ່​ໄດ້​ນຳ​ເອົາ​ຄວາມ​ຢ້ຽມ​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ ຈາກ​ຄະ​ນະ​ນຳ ກະ​ຊວງ ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ ໂດຍ​ສະ​ເພາະ ສະ​ຫາຍ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ ກະ​ຊວງ ການ​ຕ່າງ​ປະ​ເທດ ສົ່ງ​ເຖິງ ຄະ​ນະ​ນຳ ກະ​ຊວງ ການ​ຕ່າງ​ປະ​ເທດ ແຫ່ງ ສ​ສ ຫວຽດ​ນາມ ໂດຍ​ສະ​ເພາະ ເຖິງ​ສະ​ຫາຍ ບຸ່ຍ ແທັງ ເຊີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ ກະ​ຊ​ວງ ການ​ຕ່າງ​ປະ​ເທດ ສ​ສ ຫວຽດ​ນາມ. ພ້ອມ​​ນີ້​ຍັງ​ຂໍ​ຝາກ​ຄວາມ​ຮ່ວມ​ໄມ້​ຮ່ວມ​ມື ຜ່ານທາງ ກະ​ຊວງ ການ​ຕ່າງ​ປະ​ເທດ ສ​ສ ຫວຽດ​ນາມ ໄປ​ຍັງ​ບັນ​ດາ ກະ​ຊວງ ແລະ ກົມ​ກອງ ຢູ່​ສູນ​ກາງ ແລະ ບັນ​ດາ​ຂະ​ແໜງ​ການ​ຕ່າງໆ ຢູ່​ບັນ​ດາ​ແຂວງ ແລະ ທ້ອງ​ຖິ່ນ, ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ຮ່ວມ​ມື​ທີ່​ດີ ເພື່ອ​ເສີມ​ສ້າງ​ສາຍ​ພົວ​ພັນ ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫ່​ຍ, ຄວາມ​ສາ​ມັກ​ຄີ​ພິ​ເສດ ລາວ-ຫວຽດ​ນາມ ໃຫ້ເກີດດອກ​ອອກ​ຜົນ​ແລະ​ຍືນ​ຢົງຕະ​ຫລອດ​ໄປ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຫລາຍ​ຂື້ນ ລະ​ດົມ​ຂົນ​ຂວາຍ​ການ​ລົງ​ທືນ​ໃຫ້​ຫລາຍກວ່າ​ເກົ່າ, ຊຸກ​ຍູ້​ວຽກ​ງານ​ທອ່ງ​ທ່ຽວ​ໃຫ້​ແຂງ​ແຮງ​​ເພາະ​ປີ 2024 ເປັນ​ປີ​ທ່ອງ​ທ່ຽວ​ຂອງ ສ​ປ​ປ ລາວ, ສົ່ງ​ເສີມ​ການ​ສືກ​ສາ​ໃຫ້​ມີ​ປະ​ສິດ​ທິ​ພາບ​ແລະ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ວຽກ​ການ​ຮ່ວມ​ມື​ທາງ​ດ້ານ​ສາ​ທາ​ໃຫ້​ມີ​ຮູບ​ປະ​ທຳ​ທີ່​ດີ​ຂື້ນກວ່າ​ເກົ່າ.

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486398
ມື້ນີ້94
ມື້ວານ220
ອາທິດນີ້60
ເດືອນນີ້5703