ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວປະຈຳຫວຽດນາມ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 94 ປີ

 

LaoAmpriseViet 1LaoAmpriseViet 2

 

ໃນ​ຕອນ​ເຊົ້າຂອງ​ວັນ​ທີ 05 ກຸມ​ພາ 2024, ສະ​ຫາຍ ນາງ ຄຳ​ເພົາ ເອີນ​ທະ​ວັນ, ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ປ​ປ ລາວ ປະ​ຈຳ​ ສ​ສ ຫວຽດ​ນາມ ພ້ອມ​ຄະ​ນະ ໄດ້​ໄປ​ອວຍ​ພອນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຄົບ​ຮອບ 94 ປີ​ (03/02/1930 - 03/02/2024) ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ທີ່ນະ​ຄອນຫຼວງ​ຮ່າ​ໂນ້ຍ ໂດຍ​ແມ່ນ​ສະ​ຫາຍ ນາງ ຫງວຽນ ທິ ຮ​ວ່າງ ເວິນ, ຮອງ​ຫົວ​ໜ້າ ຜູ້​ປະ​ຈຳ​ການ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໃຫ້​ກຽດ​​ຕ້ອນ​ຮັບ.

 

 ສະ​ຫາຍ ນາງ ຄຳ​ເພົາ ເອີນ​ທະ​ວັນ ໄດ້​ນຳ​ດອກ​ໄມ້ ແລະ ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ຂອງ​ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ​ເຖິງສະ​ຫາຍ ຫງວຽນ ຝູ ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ການ​ນຳ​ຂັ້ນ​ສູງ​ພັກ, ລັດ​ຖະ​ບານ​ຫວຽດ​ນາມ ໂດຍ​ຜ່ານຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ໃນ​ໂອ​ກາດ​ດັ່ງ​ກ່າວ, ສະ​ຫາຍ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ພັກ-ລັດຖະ​ບານລາວ ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ທີ່​ມີ​ຄວາມ​ສາ​ມາດ​ສະຫຼອງ​ສ່ອງ​ໃສ, ມີ​ໄຫວ​ພິກ ຊຶ່ງ​ໄດ້​ສະ​ແດງ​ອອກ​ທາງ​ດ້ານ​ການ​ເມືອງມີ​ຄວາມ​ໜັກ​ແໜ້ນ, ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ມີ​ສະ​ຖຽນ​ລະ​ພາບ ແລະ ມີ​ຄວາມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ​ໃນ​ສັງ​ຄົມ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ມີ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ ເຮັດ​ໃຫ້​ປະ​ເທດ​ຫວຽດ​ນາມ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ກ້າວ​ກະ​ໂດດ ອັນ​ໄດ້​ເຮັດ​ໃຫ້​ຊີ​ວິ​ດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມນັບ​ມື້​ນັບ​ດີ​ຂຶ້ນ. ການ​ເຄື່ອ​ນ​ໄຫວ​ດ້ານ​ການ​ຕ່າງ​ປະ​ເທດ ກໍ​ມີ​ບັນ​ຍາ​ກາດ​ທີ່​ຝົດ​ຟື້ນ, ຊຶ່ງ​ການ​ນຳ​ຂັ້ນ​ສູງ​ພັກ-ລັດ ໄດ້​ຕ້ອ​ນ​ຮັບການ​ຢ້ຽມ​ຢາມ​ທາງ​ການ​ຕ່າງ​ປະ​ເທດຫຼາຍ​ຄະ​ນະ​ ຈາກ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ທີ່​ຢູ່​ໃກ້ ແລະ ໄກ. ການ​ນຳ ພັກ​-ລັດ ຫວຽດ​ນາມ ກໍ​ໄດ້​ເຄື່ອນ​ໄຫວ​ຢ້ຽມ​ຢາມ, ເຮັດ​ວຽກ​ໃນ​ກອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ​ເປັນ​ຈຳ​ນວນຫຼວງຫຼາຍ​ເຊັ່ນ​ກັນ, ຊຶ່ງ​ເຫັນ​ວ່າ ປີ 2023 ທີ່​ຜ່ານ​ມາ ບົດ​ບາດ, ​ອິດ​ທິ​ພົນ​ຂອງ ສ​ສ ຫວຽດ​ນາມ ໄດ້​ເດັ່ນ​ຂຶ້ນ​ໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ. ສຳ​ລັບ​ການ​ພົວ​ພັນ​ສອງຝ່າຍ ລາວ-ຫວຽດ​ນາມ, ພ​ັກ-ລັດ​ຖະ​ບານ​ ແຫ່ງ ສ​ປ​ປ ລາວ ​ຍາມ​ໃດ​ກໍ​ຢຶດ​ໝັ້ນ​ສາຍ​ພົວ​ພັນ​ມິດ​ຕ​ະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ກາ​ນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອ​ງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດ​ນາມ. ສອງ​ຝ່າຍ​ຍັງ​ໄດ້​ມີ​ການ​ແລກ​ປ່ຽນ, ຢ້ຽມ​ຢາມ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຊຶ່ງ​ກັນ​ແລະ​ກັນ ເປັນ​ຕົ້ນ: ​ທ່ານ ສອນ​ໄຊ ສີ​ພັນ​ດອນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ ແລະ ຜູ້​ແທນ​ຂັ້ນ​ສູງ​ຂອງຫວຽດ​ນາມ ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ລາວເຊັ່ນ​ກັນ​. ນອກ​ຈາກນັ້ນ ຍັງ​ມີ​ການ​ແລກ​ປ່ຽນຢ້ຽມ​ຢາມ, ເຮັດ​ວຽກ​ຊຶ່ງ​ກັນ​ແລະ​ກັນຫຼາຍ​ຄະ​ນະ​ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ.

 

ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຄອບ​ຮອບ 94 ປີ ແລະ ວັນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຫວຽດ​ນາມ, ສະ​ຫາຍທຸດ ຍັງ​ໄດ້​ກ່າວຄຳອວຍ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ສະ​ຫາຍ ນາງ ຫງວຽນ ທິ ຮ​ວ່າງ ເວິນ ພ້ອມ​ຄະ​ນະ​ນຳ ແລະ ພະ​ນັກ​ງານ​ທົ່ວ​ຄະ​ນະ​ພົວ​ພັນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ອວຍ​ພອນ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​​ພິ​ເສດ ແລະ ກາ​ນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອ​ງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດ​ນາມ, ຫວຽດ​ນາມ-ລາວ ຈົ່ງ​ໝັ້ນ​ຄົງ​ທະ​ນົງ​ແກ່ນ​ຕະຫຼອດ​ກາ​ລະ​ນານ.

 

ໃນ​ໂອ​ກາດ​ດຽວ​ກັນ​ນີ້, ສະ​ຫາຍ ນາງ ຫງວຽນ ທິ ຮ​ວ່າງ ເວິນ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ສະ​ຫາຍທູດ ພ້ອມ​ຄະ​ນະ​ຈາກ​ສະ​ຖານ​ທູດ​ລາວ​ທີ່​ໄດ້​ມາ​ອວຍ​ພອນ​ເນື່ອງ​ໃນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ວັນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຂອງ​ຫວຽດ​ນາມໃນ​ເທື່ອນີ້, ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການນຳ​ ທີ່​ໄດ້​ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດມາ​ຍັງ​ການ​ນຳ​ຂັ້ນ​ສູງ​ຂອງພັກ, ລັດ​ຫວຽດ​ນາມ, ຊຶ່ງ​ໄດ້​ສະ​ແດງ​ເຖິງ​ນ້ຳ​ໃຈ​ອັນ​ສະ​ໜິດ​ແໜ້ນ, ເພື່ອນ​ມິດ​ສະ​ຫາຍອ້າຍ​ນ້ອງຂອງ​ສອງ​ປະ​ເທດ. ຕະຫຼອດ​ໄລ​ຍະ 94 ປີ​ຜ່ານ​ມາ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແມ່ນ​ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ພັກ​​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກໍ​ຄືລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວອ້າຍ​ນ້ອງ, ສອງ​ພັກ​ມີ​ຕົ້ນ​ກຳ​ເນີດ​ຈາກ​ພັກ​ກອມ​ມູ​ນິດ​ອິນ​ດູ​ຈີນ​ຮ່ວມ​ກັນ, ສອງ​ປະ​ເທດ​ໄດ້​ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ໃນ​ພາ​ລະ​ກິດ​​ຕໍ່​ສູ້ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ກໍ​ຄື​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ໃນ​ປັດ​ຈຸ​ບັນ. ພິ​ເສດ​ໃນ​ຊຸມປີ​ຜ່ານ​ມາ, ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ໄດ້​ມີ​ການ​ຮ່ວມ​ມື​ກັນ​ພັດ​ທະ​ນາ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ. ​​ສະ​ຫາຍ​ຍັງຫວັງ​ວ່າ ການພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ໄດ້​ຮັບ​ການ​ພັດ​ທະ​ນາ​ສູງ​ຂຶ້ນ​ໄປ​ກວ່າ​ເກົ່າ ແລະ ໃນ​ປີ 2024 ນີ້​ກໍ​ຈະ​ມີຫຼາຍ​ວຽກ​ງານ​ທີ່ຈະ​ໄດ້​ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ ຊຶ່ງ​ໃນ​ນັ້ນ ສະ​ຖານ​ທູດ​ລາວ​ກໍ​ຈະ​ໄດ້​ເປັນ​ຂົວ​ຕໍ່​ໃນ​ການ​ປະ​ສານ​ງານ ເພື່ອ​ສ​ົ່ງ​ເສີມ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຊາດ​ໃຫ້​ນັບ​ມື້​ຂະ​ຫຍາຍ​ຕົວກ້າວ​ຂຶ້ນ​ຢ່າງບໍ່ຢຸດຢັ້ງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486977
ມື້ນີ້3
ມື້ວານ210
ອາທິດນີ້639
ເດືອນນີ້370