ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ຄຣັງ ດຸກ ແຫ່ງ ຣາຊະອານາຈັກ ລຸກຊຳບວກ

 

LaoAmbInbrusselPresentsCredential

 

ໃນວັນທີ 8 ກຸມພາ 2024, ທີ່ ພະຣາຊະວັງ Palais grand-ducal ທີ່ ລຸກຊຳບວກ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ຄຣັງດຸກ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກ ລຸກຊຳບວກ ໂດຍມີສະຖານທູດ ຕັ້ງຢູ່ ບຣຸກແຊນ, ປະເທດ ແບນຊິກ.

 

ໃນໂອກາດດັ່ງກ່າວ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຮັບກຽດໂອ້ລົມກັບ ສົມເດັດ ພະຣາຊາ ຄຣັງ ດຸກ  ແຫ່ງ ຣາຊະອານາຈັກ ລຸກຊຳບວກ ດ້ວຍບັນຍາກາດອັດທະຍາໄສໄມຕີຈິດອັນດີ, ເຊິ່ງ ທ່ານ ທູດ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ສົມເດັດ ພະຣາຊາ ຄຣັງ ດຸກ ແຫ່ງ ຣາຊະອານາຈັກ ລຸກຊຳບວກ, ລັດຖະບານ ແລະ ປະຊາຊົນລຸກຊຳບວກ ທຸກຖ້ວນ ໜ້າ. ພ້ອມດຽວກັນນີ້, ທ່ານ ທູດ ຍັງໄດ້ກ່າວໃນນາມຕາງໜ້າລັດຖະບານລາວ ວ່າ ສປປ ລາວ ຕີລາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ນັບຕັ້ງແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດນຳກັນໃນວັນທີ 25 ກັນຍາ 1997 ເປັນຕົ້ນມາ, ພິເສດ ປີ 2022 ແມ່ນຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກລຸກຊຳບວກ ແລະ ການເດີນທາງໄປຢ້ຽມຍາມ ສປປ ລາວ ຂອງ ສົມເດັດ ພະຣາຊາ ຄຣັງ ດຸກ, ເຊິ່ງເປັນຂີດໝາຍສຳຄັນທາງດ້ານປະຫວັດສາດແຫ່ງການພົວພັນຮ່ວມມື ລະຫວ່າງສອງປະເທດ. ໃນໂອກາດດຽວກັນນີ້, ສົມເດັດ ພະຣາຊາ ຄຣັງ ດຸກ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ສົ່ງຄຳອວຍພອນຢື້ຢາມຖາມຂ່າວຄືນເຖິງ ປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ, ທັງໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານທູດຄົນໃໝ່ ແລະ ອວຍພອນໃຫ້ທ່ານ ທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດທຸກປະການ.

 

ການຮ່ວມມື ລະຫວ່າງ ລາວ ແລະ ລຸກຊຳບວກ ໄດ້ເລີ່ມຕົ້ນມີມາແຕ່ ປີ 1996 (ກ່ອນສ້າງຕັ້ງ ສາຍພົວພັນການທູດ ໃນປີ 1997), ລັດຖະບານ ລຸກຊຳບວກ ໄດ້ເລີ່ມໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ດ້ວຍມູນຄ່າ ປະມານ 2 ລ້ານ ໂດລາສະຫະລັດ ຕໍ່ປີ.  ສິ່ງທີ່ພົ້ນເດັ່ນທີ່ສຸດ ປີ 2001 ລຸກຊໍາບວກ ໄດ້ເອົາ ລາວ ເຂົ້າເປັນປະເທດເປົ້າໝາຍໃຫ້ການຊ່ວຍເຫຼືອ (Target Country), ທັງສອງປະເທດໄດ້ລົງນາມໃນແຜນງານການຮ່ວມມື ລະຫວ່າງ ສອງລັດຖະບານ ຫຼື Indicative Cooperation Programme (ICP)  ເຮັດໃຫ້ການຊ່ວຍເຫຼືອຈາກ ລຸກຊຳບວກ ໃຫ້ແກ່ການພັດທະນາໃນ ລາວ ນັບມື້ນັບເພີ່ມຂຶ້ນ, ລວມມູນຄ່າການຊ່ວຍເຫຼືອທັງໝົດ ນັບແຕ່ ICP I-V (2003-2027) ປະມານ: 299 ລ້ານ ເອີໂຣ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486972
ມື້ນີ້208
ມື້ວານ157
ອາທິດນີ້634
ເດືອນນີ້365