ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ຄັ້ງທີ 38 ຂອງ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ

   

  

20230220 23 ASEAN 1

     

    

ສປປ ລາວ ​​ເປັນ​ເຈົ້າພາບ​ຈັດກອງປະຊຸມ ຄັ້ງທີ 38 ຂອງຄະນະກຳມາທິການລະຫວ່າງລັດຖະບານອາຊຽນ  ວ່າດ້ວຍ ສິດທິມະນຸດ (ASEAN Intergovernmental Commission on Human Rights  ຫຼື AICHR)  ໃນວັນທີ 20-23 ກຸມພາ 2024 ທີ່ ໂຮງແຮມເສດຖາປາລຣາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ             ທ່ານ ທູດ ຢົ້ງ ຈັນທະລັງສີ, ຜູ້ຕາງໜ້າ ສປປ ລາວ ປະຈໍາ ຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ແລະ ທັງເປັນປະທານຂອງ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ສຳລັບປີ 2024. ​ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີ​ຜູ້ຕາງໜ້າຂອງ​ແຕ່ລະ​ປະ​ເທດ​ສະມາຊິກ​ອາຊຽນ ປະຈຳ​ຄະນະ​ກຳມາ​ທິການ​ດັ່ງກ່າວ ແລະ ພະນັກງານຈາກກອງ​ເລຂາ​ອາຊຽນ. ນອກນັ້ນ, ກໍມີຜູ້ຕາງໜ້າຈາກປະເທດ ຕີມໍ ເລສເຕ ເຂົ້າຮ່ວມໃນຖານະປະເທດສັງເກດການ. ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມສະໄໝສາມັນຄັ້ງທຳອິດຂອງ​ຄະນະ​ກຳມາ​ທິການລະຫວ່າງ​ລັດຖະບານ​ອາຊຽນ ວ່າ​ດ້ວຍ ສິດທິ​ມະນຸດ ສຳລັບປີ 2024 ພາຍ​ໃຕ້ການເປັນປະທານຂອງ ສປປ ລາວ.

  

  

20230220 23 ASEAN 3

20230220 23 ASEAN 2

     

  

ໃນກອງປະຊຸມ, ບັນດາປະເທດສະມາຊິກອາຊຽນ ໄດ້ລາຍງານ ກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນປະເທດຂອງຕົນ. ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ​ການຈັດຕັ້ງປະຕິບັດແຜນວຽກ 5 ປີ (2021-2025) ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດແຜນວຽກບູລິມະສິດຕ່າງໆ ຂອງຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ກໍຄື ບັນດາຂໍ້ລິເລີ້ມ ແລະ ກິດຈະກໍາ/ໂຄງການຕ່າງໆຂອງບັນດາປະເທດສະມາຊິກອາຊຽນ ເປັນຕົ້ນແມ່ນ ການຈັດກອງ​ປະຊຸມ​ສໍາ​ມະ​ນາໃນຂົງເຂດສິດທິມະນຸດໃນຫົວຂໍ້ຕ່າງໆເຊັ່ນ: ການສົ່ງເສີມບົດບາດຍິງ-ຊາຍຕໍ່ກັບວຽກງານສິດທິມະນຸດ ແລະ ທຸລະກິດ, ສິດທິມະນຸດ ແລະ ສິ່ງແວດລ້ອມ, ສິດທາງດ້ານການສຶກສາ, ສິດທິແມ່ຍິງ ແລະ ເດັກນ້ອຍ, ສິດທິຄົນພິການ ແລະ ຂົງເຂດອື່ນໆ, ການ​ເຮັດ​ບົດສືກສາຄົ້ນຄວ້າ ໃນຫົວຂໍ້ຕ່າງໆ ເຊັ່ນ: ສິດ​ໃນ​ການມີສັນຕິພາບ, ແລະ ສິດໃນການໄດ້ຮັບນໍ້າດື່ມທີ່ສະອາດ ແລະ ສຸຂະອະນາໄມ. ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລືແຜນວຽກບູລິມະສິດໃນປີ 2024, ລວມທັງການກະກຽມສ້າງແຜນວຽກ 5 ປີ ສະບັບໃໝ່ (2026-2030).

         

ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ​ໄດ້​ຖືກ​ສ້າງຕັ້ງຂື້ນຕາມ​ມາດຕາ 4 ຂອງ​ກົດ​ບັດ​ອາຊຽນ ​ເຊິ່ງ​ເອກະສານ​ພາລະ​ບົດບາດ​ຂອງ​ຄະນະ​ກໍາມາ​ທິການ ​ໄດ້​ຖືກ​ຮັບຮອງ​ເອົາ​ໃນ​ປີ 2009. ​ແຕ່ລະ​ປະ​ເທດ​ອາຊຽນ ​ແຕ່ງຕັ້ງຜູ້​ຕາງໜ້າຂອງ​ຕົນ ປະຈຳ​ຄະນະ​ກຳມາ​ທິການ​ດັ່ງກ່າວ ​ເຊິ່ງ​ມີ​ອາຍ​ຸການ 3 ປີ ​ແລະ ສາມາດ​ຕໍ່​ໄດ້  1 ສະ​ໄໝ. ຄະນະ​ກຳມາ​ທິການ​ ລະຫວ່າງ​ລັດຖະບານ​ອາຊຽນ ວ່າ​ດ້ວຍ​ ສິດທິ​ມະນຸດ ​ເປັນ​ອົງ​ກອນຫຼັກຂອງ​ອາຊຽນ​ໃນ​ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ສິດທິ​ມະນຸດ​ໃນ​ການ​ສ້າງ​ປະຊາ​ຄົມ​ອາຊຽນ ບົນ​ພື້ນຖານ​ຈຸດ​ພິ​ເສດ​ຂອງ​ພາກພື້ນ ​ແລະ ຂອງ​ແຕ່ລະ​ປະ​ເທດ.

  

  

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486956
ມື້ນີ້192
ມື້ວານ157
ອາທິດນີ້618
ເດືອນນີ້349