ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນດານັງ ສະຫຼອງບຸນປີໃໝ່ລາວ ພສ 2567.

 

Consul Lao in Danang 20240409 2

 

ໃນວັນທີ 08 ເມສາ  2024,  ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນດານັງ  ຮ່ວມກັບສະມາຄົມມິດຕະພາບຫວຽດນາມ-ລາວ ແລະ ສະມາຄົມນັກສຶກສາລາວ ທີ່ ນະຄອນດານັງ ໄດ້ຈັດງານສະເຫຼີມສະຫຼອງບຸນປະເພນີປີໃໝ່ລາວ ເພື່ອສົ່ງທ້າຍປີເກົ່າ ພສ 2566 ແລະ ຕ້ອນຮັບປີ ພສ 2567 ໂດຍມີ ທ່ານ ສຸພັນ ຫາດາວເຮືອງ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນດານັງ, ມີບັນດາຄະນະນຳສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນດານັງ ແລະ ບັນດາແຂວງພາກກາງ-ໄຕຫງວຽນ ສສ ຫວຽດນາມ  ພ້ອມດ້ວຍພະນັກງານສະຖານກົງສຸນໃຫຍ່ລາວ ແລະ ນັກຮຽນນັກສຶກສາລາວເຂົ້າຮ່ວມ.

ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567 ໃນຄັ້ງນີ້ ແມ່ນເຕັມໄປດ້ວຍ ບັນຍາກາດເບີກບານມ່ວນຊື່ນ, ຮັກສາໄດ້ຄວາມສາມັກຄີ,ວັດທະນະທຳ ຮີດຄອງປະເພນີ ຂະນົບທຳນຽມອັນດີງາມຂອງລາວ.  ພ້ອມທັງເປັນການໂຄສະນາເຜີຍແຜ່ ແລະ ສົ່ງເສີມຕິດພັນກັບກິດຈະກຳສະໜັບສະໜູນປີທ່ອງທ່ຽວລາວ 2024; ໃນພິທີ ທ່ານ ກົງສຸນໃຫ່ຍ ຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດຂອງການພົວພັນຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ ເວົ້າລວມ; ເວົ້າສະເພາະລະຫວ່າງ ບັນດາແຂວງພາກໃຕ້ຂອງລາວ ກັບ ນະຄອນດານັງ ແລະ ບັນດາແຂວງພາກກາງ-ໄຕຫງວຽນໃນໄລຍະ 1 ປີຜ່ານມາ ກໍ່ຄືປັດຈຸບັນ  ຊຶ່ງໄດ້ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງບັນດາແຂວງພາກກາງ-ໄຕຫງວຽນ ສສ ຫວຽດນາມ ເຂົ້າໃນການ ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຫຍິ່ງໃຫຍ່ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ,  ເວົ້າສະເພາະ ໂດຍຜ່ານການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມື ສອງຝ່າຍນຳກັນ ນັບແຕ່ປີ 2022-2027, ການພົວພັນຮ່ວມມືລະຫວ່າງບັນດາແຂວງພາກໃຕ້-ກາງ ສປປ ລາວ ກັບ ນະຄອນດານັງ ແລະ ບັນດາແຂວງພາກກາງ-ໄຕຫງວຽນ ສສ ຫວຽດນາມ ກໍ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ໄດ້ຮັບຜົນດີ. ມາຮອດປະຈຸບັນ ສະເພາະນະຄອນດານັງ ໄດ້ເຊັນສັນຍາ 37 ສະບັບ ແລະ ບົດບັນທຶກຄວາມເຂົ້າໃຈຮ່ວມກັບ 07 ທ້ອງຖິ່ນຂອງລາວ, ໃນນັ້ນມີແຂວງສະຫວັນນະເຂດ, ແຂວງຈຳປາສັກ, ແຂວງເຊກອງ, ແຂວງສາລະວັນ, ແຂວງ ອັດຕະປື, ແຂວງຄຳມ່ວນ, ແຂວງບໍລິຄຳໄຊ ແລະ ນອກນັ້ນ ຍັງມີນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ. ໂດຍສະເພາະ ແຜນການພົວພັນຮ່ວມມືລະຫວ່າງ ນະຄອນດານັງ ແລະ ບັນດາແຂວງພາກກາງໄຕຫງວຽນ ສສ ຫວຽດນາມ ກັບ 05 ແຂວງພາກໃຕ້ ແລະ ພາກກາງ ສປປ ລາວ ກໍ່ແມ່ນໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ນອກຈາກ,  ການແລກປ່ຽນການຢ້ຽມຢາມ ແລະ ຖອດຖອນບົດຮຽນລະຫວ່າງຄະນະຜູ້ແທນຂັ້ນສູງ; ຮອດຂັ້ນວິຊາການລະຫວ່າງສອງທ້ອງຖິ່ນເປັນປະຈຳແລ້ວ, ໂດຍຜ່ານແຜນງານການຮ່ວມມື 5 ປີ ໄລຍະ 2022-2027.ໃນນັ້ນ ກໍ່ແມ່ນການຮ່ວມມືດ້ານການຄ້າ,ການແລກປ່ຽນສີນຄ້າ, ງານຕະຫຼາດນັດສີນຄ້າ, ການລົງທຶນ, ສຶກສາ-ວັດທະນະທຳ, ສາທາລະນະສຸກ, ທ່ອງທ່ຽວ, ບໍ່ແຮ່, ຄົມມະນາຄົມຂົນສົ່ງ (ໂລຈິສະຕິກ), ການບິນກະສິກໍາ, ປ້ອງກັນຊາດປ້ອງກັນຄວາມສະຫງົບຕາມບໍລິເວນຊາຍແດນ, ການເຂົ້າ-ອອກດ່ານຊາຍແດນ; ສຳລັບດ້ານການຄ້າ ແລະ ການລົງທຶນ, ໃນປີ 2023 ນະຄອນດານັງ ໄດ້ສົ່ງອອກສິນຄ້າປະເພດຕ່າງໆ ແລະ ລົງທຶນຢູ່ບັນດາແຂວງພາກໃຕ້-ກາງ ສປປ ລາວ ມີມູນຄ່າເຖິງ 10 ລ້ານໂດລາ.

 

Consul in Danang 20240409 1

 

ສ່ວນດ້ານການສຶກສາແຕ່ລະປີ ແມ່ນສຸ່ມໃສ່ໂຄງການຊ່ວຍເຫຼືອແກ່ບັນດາແຂວງທ້ອງຖິ່ນ ສປປ ລາວ ໃນການກໍ່ສ້າງຊັບພະຍາກອນມະນຸດ ແລະ ຍົກລະດັບພື້ນຖານໂຄງລ່າງໂຮງຮຽນ, ຕຶກອາຄານຮຽນ, ສະໂມສອນຫຼີ້ນກິລາ ໃນມູນຄ່າຈຳນວນເງິນ 115,924 ຕື້ດົງ. ໃນປີ 2022-2024, ນະຄອນດານັງ ແລະ ບັນດາແຂວງພາກກາງ-ໄຕຫງວຽນ ໄດ້ໃຫ້ທຶນການສຶກສາປະມານ 100-120 ທຶນ/ປີ ໃນການກໍ່ສ້າງຊັບພະຍາກອນມະນຸດແກ່ 05 ແຂວງພາກໃຕ້ ຄື: ແຂວງສະຫວັນນະເຂດ; ແຂວງຈໍາປາສັກ; ແຂວງສາລະວັນ; ແຂວງເຊກອງ ແລະ ແຂວງອັດຕະປື; ມາຮອດປະຈຸບັນ ມີນັກສຶກສາລາວ ກໍາລັງສຶກສາ ແລະ ຄົ້ນຄວ້າຢູ່ສະຖາບັນ ແລະ ມະຫາວິທະຍາໄລ ນະຄອນດານັງ-ບັນດາແຂວງພາກກາງ-ໄຕຫງວຽນ ສສ ຫວຽດນາມ ລະດັບຊັ້ນສູງ; ປະ​ລິນຍາຕີ; ປະລິນຍາໂທ  ທັງໝົດ 3,108  ຄົນ, ຍິງ 1,825 ຄົນ, ໃນ 43  ສະຖາບັນທີ່ແຕກຕ່າງກັນ  ແລະ ມາຮອດ ສົກປີ 2022-2023 ມີນັກສຶກສາລາວ ທີ່ຮຽນຈົບ ແລະ ກັບຄືນປະເທດໄປແລ້ວ ທັງໝົດ 1,008 ຄົນ,ຍິງ 764 ຄົນ ແລະ ກໍາລັງສຶກສາຕໍ່ສົກປີ 2023-2024 ຈໍານວນ 2,100 ຄົນ, ຍິງ 1,061 ຄົນ.

 

ນອກຈາກນັ້ນ, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນດານັງ ສສ ຫວຽດນາມ  ກໍ່ໄດ້ມີພິທີບາສີສູ່ຂັວນ ຫົດສົງ-ອວຍພອນ ເຊີ່ງກັນ ແລະ ກັນ, ຊົມລາຍການງານເທດສະການອາຫານພື້ນເມືອງລາວ, ສະແດງສິລະປະວັນນະຄະດີຂອງນັກສຶກສາລາວ ເຊີ່ງເຮັດໃຫ້ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567 ຄັ້ງນີ້,  ມີບັນຍາກາດອັນຟົດຟື້ນ ແລະ ມີຄວາມໝາຍອັນເລິກເຊີງ, ເຕັມໄປດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມຄວາມຮັກແພງພິເສດ ລະຫວ່າງ ພະນັກງານສະຖານກົງສຸນໃຫ່ຍ, ນັກຮຽນສຶກສາລາວ ແລະ ອົງການຈັດຕັ້ງສະມາຄົມມິດຕະພາບຫວຽດນາມ-ລາວ ຂອງນະຄອນດານັງ ແລະ ບັນດາແຂວງພາກກາງ-ໄຕຫງວຽນ ສສ ຫວຽດນາມ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486545
ມື້ນີ້99
ມື້ວານ142
ອາທິດນີ້207
ເດືອນນີ້5850