ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ

 

20240404 LaoAmbtoVietnam cc HeadofHanoi 01

 

ວັນທີ 4 ເມ​ສາ 2024, ສະ​ຫາຍ ນາງ ຄຳເພົາ ເອີນທະວັນ, ເອ​ກອັກຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ພ້ອມ​ຄະ​ນະ  ໄດ້ເຂົ້າຢ້ຽມ​ຂ່ຳ​ນັບ ​​ສະ​ຫາຍ ດິງ ຕຽນ ຢຸງ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ໃນ​ໂອ​ກາດ​ທີ່​​​ສະ​ຫາຍໄດ້​​​ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດລາວ​ຄົນ​ໃໝ່ ປະຈໍາ ຫວຽດນາມ.

 

20240404 LaoAmbtoVietnam cc HeadofHanoi 02

 

ໃນ​ໂອ​ກາດນີ້, ສະ​ຫາຍ ນາງ ຄຳເພົາ ເອີນທະວັນ ​ໄດ້​ນຳ​ເອົາ​ຄຳຢື້​ຢາມ​ຖາມຂ່າວ ແລະ ຄຳ​ອວຍ​ພອນໄຊ​​​ອັນ​ປະ​ເສີດ ຈາກ​ສະ​ຫາຍເລ​ຂາ​ພັກ​ນະ​ຄອນຫຼວງວຽງ​ຈັນ ກໍ​ຄື​ການ​ນຳ​ທຸກ​ຂັ້ນ​ຂອງ ສ​ປ​ປ ລາວ ມາ​ຍັງ​ສະ​ຫາຍ ດິງ ຕຽນ ຢຸງ ພ້ອມ​ດ້ວຍ​ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດ​ນາມ. ພ້ອມ​ທັງ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ການ​ຕ້ອນ​ຮັບ​ອັນ​​ອົບ​ອຸ່ນ, ​ສະ​ໜິດ​ສະ​ໜົມ​ຂອງ​ສະ​ຫາຍເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ແລະ ສະ​ແດງ​ຄວາມ​ຮູ້​ສຶກ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ​ຕໍ່​ຜົນ​ສຳ​ເລັດ​​ໃນກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໃນ​ໄລ​ຍະ​ຜ່ານ​ມາ ຊຶ່ງ​ສາ​ມາດ​ນຳ​ພາ​ປະ​ເທດ​ຊາດຫວຽດ​ນາ​ມ ເວົ້າ​ລວມ, ເວົ້າ​ສະ​ເພາະ​ແມ່ນ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ໄດ້​ຮັບ​ການ​​ພັດ​ທະ​ນາຢ່າງວ່ອງ​ໄວ ແລະ ກ້າວ​ກະ​ໂດດ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ນັບ​ມື້ດີ​ຂຶ້ນ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ. ສະ​ຫາຍ​ທູດ​ຕີ​ລາ​ຄາ​ສູງ​ຕໍ່ຜົນ​ສຳ​ເລັດ​ການ​ເຄື່ອ​ນ​ໄຫວ​ວຽກ​ງານ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ໂດຍ​ສະ​ເພາະ​ແມ່ນ​ນະ​ຄອນຫຼວ​ງ​ຮ່າ​ໂນ້ຍ ໄດ້​ມີ​ການ​ເຄື່ອນ​ໄຫວ​ຢ່າງຫຼວງຫຼາຍ​ຂອງ​ບັນ​ດາ​ການ​ນຳ​ຫວຽດ​ນາມ ໄດ້​ເຄື່ອນ​ໄຫວ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ​ໃນ​ລະ​ດັບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ​ໃນ​ໄລ​ຍະ​ຜ່ານ​ມາ. ພ້ອມທັງ​ໄດ້ຕ້ອນຮັບການ​ມາຢ້ຽມຢາມ​ຫວຽດ​ນາມ​ຢ່າງ​ເປັນທາງ​ການ, ການ​ເຂົ້າ​ຮ່ວມກອງ​ປະ​ຊຸມຫຼາຍ​ຝ່າຍ​ຂອງການ​ນຳ​ສູງ​ສຸດ​ຕ່າງ​ປະ​ເທດຫຼາຍ​ຄະ​ນະ ຊຶ່ງ​ໄດ້​ເຮັດ​ໃຫ້ຖານະ ແລ​ະ ບົດບາດຂອງ ສ​ສ ຫວຽດນາມ ພົ້ນເດັ່ນຂຶ້ນໃນພາກພື້ນ ແລະ ສາກົນຢ່າງ​ຈະ​ແຈ້ງ. ສະ​ຫາຍ​​ເຊື່ອ​ໝັ້ນ​ວ່າ, ສ​ສ ຫວຽດ​ນາມ ເວົ້າ​ລວມ, ເວົ້າ​ສະ​ເພາະ​ແມ່ນ ນະ​ຄອນຫຼວງ​ຮ່າ​ໂນ້ຍ ຈະ​ປະ​ສົ​ບ​ຜົນ​ສຳ​ເລັດ​ໃນ​ວິ​ໄສ​ທັດ ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອງ​ຕົນ​ຕາມ​ແຜນ​ການ​ທີ່​ໄດ້​ວາງ​ເອົາ​ໄວ້. ໃນ​ໂອ​ກາດ​ດຽວ​ກັນ​ນີ້, ສະ​ຫາຍ​ທູດ​ຍັງ​ໄດ້ຕາງໜ້​າໃຫ້ ພັກ, ລັດ ແລະ ປະຊາຊົນລາວບ​ັນ​ດາ​ເຜົ່າ ສະແດງຄວາມຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຜູ້​ນຳ ພັກ, ລັດ ແລະ ປະຊາຊົນຫວຽດນາມເວົ້າ​ລວມ, ເວົ້າ​ສະ​ເພາະ​ແມ່ນ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ທີ່ໄດ້​ໃຫ້ການ​ຊ່ວຍ​ເຫຼືອ, ສະ​ໜັບ​ສະ​ໜູນ ສ​ປ​ປ ລາວ ໃນ​ໄລ​ຍະ​ຜ່ານ​ມາ ຊຶ່ງ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນການເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ  ແລະ ການຮ່ວມມືຮອບດ້ານ ​ລະ​ຫວ່າງ ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ​ລາ​ວ-ຫວຽດ​ນາມ ແລະ ​​ຈ​ະສືບ​ຕໍ່​ເປັນ​ຂົວ​ຕໍ່, ຮ່ວມ​ມື​ກັບ​ທຸກ​ພາກ​ສ່ວນ​ຂອງທັງ​ສອງ​ຝ່າຍ​ປະ​ຕິ​ບັດ​ໜ້າ​ທີ່​ດັ່ງ​ກ່າວນີ້​ໃຫ້​ນັບ​ມື້​ມີ​ໝາກ​ຜົນ​ຍິ່ງໆ​ຂຶ້ນ.

 

ໃນ​ພິ​ທີ​ຕ້ອນ​ຮັບ, ສະ​ຫາຍ ດິງ ຕຽນ ຢຸງ ໄດ້ສະແດງ​ຄວາມ​ຊົມເຊີຍທີ່ສະ​ຫາຍ ນາງ ຄຳ​ເພົາ ເອີນ​ທະ​ວັນ ​​ໄດ້ມາ​ດຳ​ລົງ​ຕຳ​ແໜ່ງ ເປັນເອກອັກຄະລັດຖະທູດ​ລາວປະຈໍາ ສ​ສ ຫວຽດນາມ. ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງການນ​ຳ​ ຂັ້ນ​ສູງພັກ​, ລັດ​ລາວ ສະຫາຍເອກອັກຄະລັດຖະທູດລາວຄົນ​ໃໝ່ ຈະສືບ​ຕໍ່​ເປັນ​ຂົວ​ຕໍ່ ແລະ ປະ​ຕິ​ບັດ​​ໜ້າ​ທີ່ການ​ເມືອງ ​ຂອງ​ຕົນທີ່​ໄດ້​ຮັບ​ມອບ​ໝາຍໃຫ້​ສຳ​ເລັດ​​​ຜົນໃຫຍ່ຫຼວງກວ່າ​ເກົ່າ. ​​ສຳ​ລັບ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ການສະ​ໜັບ​ສະ​ໜູນ, ​ຊຸກ​ຍູ້ການຮ່ວມມືກັບນະຄອນຫຼວງວຽງຈັນ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງພະນັກງານການນຳຂອງນະຄອນຫຼວງວຽງຈັນ.

 

ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487279
ມື້ນີ້114
ມື້ວານ191
ອາທິດນີ້941
ເດືອນນີ້672