ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ປະຈຳ ຫວຽດນາມ ຈັດງານບຸນຕ້ອນຮັບປີໃໝ່ລາວ ພສ. 2567

 

20240406 LaoNewYear Hanoi 01

 

ວັນທີ 6 ເມ​ສາ 2024, ສະ​ຖານເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ ສ​ສ ຫວຽດ​ນາມ ໄດ້ຮ່ວມ​ກັນ​ຈັດ​ງານ​ບຸນເພື່ອ​ຕ້ອນ​ຮັບ ແລະ ສະ​ເຫຼີມ​ສະຫຼອງ​ປີ​ໃໝ່​ລາວ ປີ​ມະ​ໂລງ ພ​ສ 2567 ຂຶ້ນ​ຢູ່​ທີ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິ​ສາ​ມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ​ສ​ສ ຫວຽດນາມ. ຝ່າຍ​ຫວຽດ​ນາມໃຫ້​ກຽດ​ເຂົ້າ​ຮ່ວມ​ມີ ​ທ່ານ ນາງ ເຈືອງ ທິ ມາຍ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ; ທ່ານ ຫງວຽນ ຊວັນ ຖັງ, ກຳ​ມະ​ການ​ກົມ​ການ​ເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ; ທ່ານ ເຈິ່ນ ລືວ ກວາງ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ ບຸ່ຍ ແທັງ ເຊີນ, ກຳ​ມະ​ການ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ພ້ອມດ້ວຍການນຳບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ຜູ້ຕາງໜ້າຄະນະຕິດຕໍ່ພົວພັນອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຢູ່ ລາວ ແລະ ພະ​ນັກ​ງານ​ສະ​ຖານ​ທູດ, ນັກ​ສ​ຶກ​ສາ​ຈຳ​ນວນ​ໜຶ່ງ​ ລວມ​ທັງ​ໝົດຫຼາຍກວ່າ 700 ຄົນ.

 

20240406 LaoNewYear Hanoi 02

 

ໃນ​ພິ​ທີ, ທ່ານ ນາງ ຄຳ​ເພົາ ເອີນ​ທະ​ວັນ ໄດ້​ກ່າວ​ວ່າ: ບຸນປີໃໝ່ 2024 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນສຳລັບ ສປປ ລາວ, ເຊິ່ງທົ່ວພັກ, ທົ່ວລັດ ແລະ ປວງຊົນທັງຊາດ ໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງການສະຫຼອງບຸນ​ປີ​ໃໝ່​ເພື່ອ​ຊົມ​ເຊີຍ ຜົນສຳເລັດການປະຕິບັດໜ້າທີ່ວຽກງານທີ່ຍາດມາໄດ້ຕະຫຼອດໜຶ່ງປີທີ່ຜ່ານມາ ແລະ ທັງເປັນການສ້າງບັນຍາກາດອັນຟົດຟື້ນໃຫ້ແກ່ການເປັນປະທານອາຊຽນຮອບວຽນ ແລະ ປີທ່ອງທ່ຽວລາວ. ຫຼາຍກິດຈະກຳຈະໄດ້ຈັດຂຶ້ນຕາມຮີດຄອງປປະເພນີອັນດີງາມຂອງຊາດລາວ ເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕາ່ງປະເທດ, ຮັບປະກັນປະຕິບັດຄຳຂວັນປີທ່ອງທ່ຽວລາວ 2024 “ທ່ອງທ່ຽວລາວ ປອດໄພ ຊື່ນໃຈໃນວັດທະນະທຳ, ທຳມະຊາດ ຍີ້ມແຍ້ມແຈ່ມໃສ ຮັກແຂກແພງຄົນ ເປັນເຈົ້າພາບທີ່ດີ ດ້ວຍໄມຕີຈິດມິດຕະພາບ”.

 

20240406 LaoNewYear Hanoi 03

 

ນອກ​ຈາກນັ້ນ, ທ່ານ​ທູດ​ຍັງ​ໄດ້​ຕາງ​ໜ້າ​ໃຫ້ຜູ້​ນຳ ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ ​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່ການສະໜັບສະໜຸນ, ການຊ່ວຍເຫຼືອຂອງສະຫາຍຫວຽດນາມ ຕະຫຼອດໄລຍະທີ່ຜ່ານມາ ບໍ່ວ່າໃນຍຸກສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ ໂດຍ​ສະ​ເພາະ​ແມ່ນ​ການ​ເປັນ​ປ​ະ​ທານ​ອາ​ຊຽນ​ຂອງ​ລາວ 2024 ນີ້. ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນເລິກເຊິ່ງ ມາຍັງບັນດາສະຫາຍການນຳທຸກຂັ້ນ ນັບແຕ່ສູນກາງຮອດທ້ອງຖິ່ນ, ອົງການຈັດຕັ້ງຕ່າງໆ, ສະຖາບັນການສຶກສາ ທີ່ໄດ້ໃຫ້ການເບິ່ງແຍງດູແລ, ສິດສອນ, ອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ພົນລະເມືອງລາວ ທີ່ໄດ້ມາດຳລົງຊີວິດ, ມາເຮັດວຽກ ແລະ ສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ, ເຊິ່ງໄດ້ສ້າງເງື່ອນໄຂອັນເອື້ອອຳນວຍທຸກດ້ານຕະຫຼອດມາ. ເນື່ອງ​ໃນ​ໂອ​ກາດ​ວັນ​ສຳ​ຄັນ​ດັ່ງ​ກ່າວນີ້, ທ່ານ​ທູດ​​​ໄດ້​​ນຳ​ເອົາ​ຄວາມ​ຮັກ​ແພງ​ອັນ​ອົບ​ອຸ່ນ, ຄຳ​ອວຍ​ພອນໄຊ​ອັນ​ປະ​ເສີດ​ຈາກ​ການ​ນຳ​ພັກ-ລັດ ແລະ ປະ​ຊາ​ຊົນ​ລາວ ມາ​ຍັງ​ການ​ນຳ ພັກ-ລັດ ແລະ​ ປະ​ຊາ​ຊົນ​ຫວຽດ​ນາມ​.

 

20240406 LaoNewYear Hanoi 04

 

ໃນ​ງານ​ດັ່ງ​ກ່າວ​ນີ້, ທ່ານ ຫງວຽນ ຊວັນ ຖັງ, ກຳ​ມະ​ການ​ກົມ​ການ​ເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຂອງ​ຫວຽດ​ນາມ ກໍ​ໄດ້​​​ຕາງ​ໜ້າ​ໃຫ້​ແກ່​ການ​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາ​ມາ​ອ້າຍ​ນ້ອງ ກ່າວອວ​ຍ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງບັນ​ດາຜູ້​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວທຸກ​ຖ້ວນ​ໜ້າ​ເວົ້າ​ລວມ, ໂດຍສະ​ເພາະ ທ່ານ​ທູດ ພ້ອມ​ດ້ວຍ​ພະ​ນັກ​ງານ​ສະ​ຖານ​ທູດ ແລະ ແຂກ​ເຂົ້າ​ຮ່ວມ. ພ້ອມ​​ນີ້, ທ່ານ​ຍັງ​ໄດ້​ວ່າ: ຫວຽດນາມ ແລະ ລາວ ແມ່ນສອງປະເທດອ້າຍນ້ອງ ບ້ານໃກ້ເຮືອນຄຽງ ມີສາຍພົວພັນແບບພິເສດ, ເຊິ່ງມີໜຶ່ງບໍ່ມີສອງຢູ່ໃນໂລກ. ສາຍພົວພັນດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນ, ເພີ່ມພູນຄູນສ້າງ ແລະ ຜັນຂະຫຍາຍດ້ວຍຄວາມຈິງໃຈ, ນ້ຳໃຈແຫ່ງຄວາມຊື່ສັດບໍລິສຸດ, ການຊ່ວຍເຫຼືອອັນລ້ຳຄ່າໝົດຈິດໝົດໃຈ, ພ້ອມທີ່ຈະເສຍສະຫຼະເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ: ສາຍພົວພັນມິດຕະພາບຖານອ້າຍນ້ອງ ລະຫວ່າງປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ແມ່ນຍິ່ງໃຫຍ່ທີ່ສຸດ ເຖິງແມ່ນວ່າຈະເປັນບົົດລຳໃດ ບົດເພງໃດ ຫຼື ບົດກະວີໃດທີ່ມ່ວນທີ່ສຸດ ກໍ່ບໍ່ສາມາດພັນລະນາໄດ້. ຕໍ່ກັບນຳ້ໃຈຄວາມຮັກແພງອັນບໍລິສຸດຈາກໃຈຈິງ, ຄວາມພະຍາຍາມໃນທຸກໆບາດກ້າວ ຂອງປະຊາຊົນສອງຊາດພວກເຮົາໄດ້ຄຽງບ່າງຄຽງໄຫຼ່ ນຳພາສາຍພົວພັນແບບພິເສດ ຫວຽດນາມ - ລາວ  ຜ່ານຜ່າບັນດາສິ່ງທ້າທາຍຂອງປະຫວັດສາດ, ນຳເອົາສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດພວກເຮົາ ພັດທະນາກ້າວຂຶ້ນສູ່ໃບໜ້າອັນໃຫມ່ ທີ່ມີປະສິດທິພາບ ແລະ ປະສິດທິຜົນ.

 

ການ​ຈັດ​ງານ​ຕ້ອນ​ຮັບ​ປີ​ໃໝ່​ລາວ ປີ​ມະ​ໂລງ ພ​ສ 2567 ແລະ ການ​ເຂົ້າ​ຮ່ວມ​ຂອ​ງ​ບັນ​ດາ​ການ​ນຳ​ຂັ້ນ​ສູງ ພັກ, ລັດ ທັງ​ສູນ​ກາງ ແລະ ທ້ອງ​ຖິ່ນ ແມ່ນ​ສະ​ແດງ​ໃຫ້​ເຫັນ ເຖິງອາລົມຈິດມິດຕະພາບອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ບົນພື້ນຖານສາຍພົວພັນພິເສດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກ, ໄດ້ກາຍເປັນແຮງບັນດານໃຈອັນໃຫຍ່ຫຼວງໃຫ້ແກ່ບັນ​ດາ​ການ​ນຳ​, ພະ​ນັກ​ງານ​ສະ​ຖານ​ທູດ​ລາວ ແລະ ​ບັນ​ດານັກ​​ຄົ້ນ​ຄວ້າ, ນັກສຶກ​ສາ​ລາວ ທີ່ກຳລັງປະ​ຕິ​ບັດ​ໜ້າ​ທີ່ ​ແລະ ສຶກ​ສາ​ຮ່ຳ​ຮຽນ ຢູ່ຫ່າງໄກຈາກບ້ານເກີດເມືອງນອນຂອງຕົນ ໄດ້​ຕ້ອນ​ຮັບ ແລະ ສະຫຼອງປີໃໝ່ລາວຢູ່ ຫວຽດນາມ ດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ຖືກຕ້ອງຕາມຮີດຄອງປະເພນີທີ່ດີງາມຂອງລາວເຮົາ. ພ້ອມ​ກັນ​ນັ້ນ ຍັງ​ເປັນ​ການ​ໂຄ​ສະ​ນາ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ລາວໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ​ອ້າຍ​ນ້ອງ​ໄດ້​ຮັບ​ຮູ້ ແລະ ເຂົ້າ​ໃຈຫຼາຍ​ຂຶ້ນກວ່າ​ເກົ່າ.

 

ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487280
ມື້ນີ້115
ມື້ວານ191
ອາທິດນີ້942
ເດືອນນີ້673