ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຮັບຟັງການໂອ້ລົມ ແລະ ລະດົມຄວາມຄິດ ໃນການປັບປຸງໂຄງຮ່າງ ການຈັດຕັ້ງ ສະໂມສອນນັກການທູດລາວ ແລະ ແຜນການປະຕິບັດງານວຽກງານໃນຕໍ່ໜ້າ

 

Diplomatic Meeting 7 5 24 3

 

ກອງປະຊຸມຮັບຟັງການໂອ້ລົມ ແລະ ລະດົມຄວາມຄິດ ໃນການປັບປຸງໂຄງຮ່າງການຈັດຕັ້ງສະໂມສອນນັກການທູດລາວ ແລະ ແຜນການປະຕິບັດງານໃນຕໍ່ໜ້າ ໄດ້ຈັດຂຶ້ນໃນວັນທີ 07 ພຶດສະພາ 2024, ທີ່ ສະຖາບັນການຕ່າງປະເທດ ໂດຍໄດ້ຮັບກຽດເປັນປະທານກອງປະຊຸມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ,  ປະທານກິຕິມະສັກສະໂມສອນນັກການທູດລາວ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊຸມ ດັ່ງກ່າວມີ ບັນດາອະດີດທ່ານທູດອາວຸໂສ, ອະດີດກົງສຸນໃຫຍ່, ພະນັກງານບໍານານ, ຄະນະສະຖາບັນ,​ ບັນດາຄະນະກົມ, ຄະນະພະແນກ ແລະ ຜູ້ເຂົ້າຮ່ວມທີ່ມາຈາກ ບັນດາກົມຕ່າງໆພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດ ພ້ອມດ້ວຍຄະນະຈັດຕັ້ງກອງປະຊຸມ ລວມທັງໝົດ 80 ທ່ານ.

Diplomatic Meeting 7 5 24 1Diplomatic Meeting 7 5 24 4

 

ກອງປະຊຸມດັ່ງກ່າວ, ໄດ້ດໍາເນີນໄປເປັນເວລາເຄິ່ງວັນ, ເຊິ່ງຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການເປີດເວທີໃຫ້ບັນດານັກການທູດອາວຸໂສບໍານານ ທີ່ມີຄວາມຮູ້ ແລະ ປະສົບການສູງເຂົ້າມາເປັນສະມາຊິກ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວ ຂອງສະໂມສອນນັກການທູດລາວໃຫ້ມີຄວາມຟົດຟື້ນກວ່າເກົ່າ. ນອກຈາກນີ້,​ ກອງປະຊຸມຍັງໄດ້ຮັບຟັງການສະເໜີການຕີລາຄາສະພາບພົ້ນເດັ່ນໃນໂລກ  ໃນຫົວຂໍ້ “ການຈັດລະບຽບໂລກໃໝ່”, ນໍາສະເໜີໂດຍ  ທ່ານ ໄຊຍະການ ສີສຸວົງ, ປະທານສະໂມສອນນັກການທູດລາວ, ອະດີດເອກອັກຄະລັດຖະທູດ. ບັນຍາກາດພາຍໃນກອງປະຊຸມແມ່ນມີການແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ຢ່າງກົງໄປກົງມາຮ່ວມກັບບັນດາແຂກທີ່ເຊີນເຂົ້າຮ່ວມ ດ້ວຍບັນຍາການອັນດີ.

 

Diplomatic Meeting 7 5 24 5Diplomatic Meeting 7 5 24 6Diplomatic Meeting 7 5 24 7

 

ສະຖາບັນການຕ່າງປະເທດ ໃນນາມເປັນກອງເລຂາຂອງສະໂມສອນນັກການທູດລາວ ແລະ  ເປັນຜູ້ຈັດຕັ້ງປະຕິບັດການເຄື່ອນໄຫວກິດຈະກໍາຕ່າງໆຂອງສະໂມສອນ, ທ່ານ ນາງ ວິທະຍາ ໄຊຍະວົງ, ຫົວໜ້າສະຖາບັນການຕ່າງປະເທດ, ຫົວໜ້າສະໂມສອນນັກການທູດ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວຂອງສະໂມສອນນັກການທູດລາວ ນັບແຕ່ມື້ສ້າງຕັ້ງປີ 2020 ຈົນເຖິງປະຈຸບັນ ແລະ ແຜນການປະຕິບັດວຽກງານໃນຕໍ່ໜ້າ ຕໍ່ກອງປະຊຸມ, ໃນໂອກາດດັ່ງກ່າວ ປະທານກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການເຄື່ອນໄຫວກິດຈະກໍາຕ່າງໆຂອງສະໂມສອນທີ່ຜ່ານມາ, ພ້ອມທັງໃຫ້ທິດຊີ້ນໍາໃນຕໍ່ໜ້າໃນການສ້າງໃຫ້ສະໂມສອນນັກການທູດ ມີຄວາມເຂັ້ມແຂງຍິ່ງຂຶ້້ນ ກາຍເປັນເວທີປຶກສາຫາລືແລກປ່ຽນ, ປະກອບຄໍາຄິດຄຳເຫັນ ຕໍ່ບັນຫາເຄັ່ງຮ້ອນ ຢູ່ໃນພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປຢ່າງໄວວາ ເພື່ອເປັນບ່ອນອີງໃຫ້ແກ່ ພະນັກງານກະຊວງການຕ່າງປະເທດ ນຳໄປຄົ້ນຄວ້າວິໄຈ ແລະ ຫມູນໃຊ້ໃຫ້ຖືກຕ້ອງເຂົ້າໃນການປະຕິບັດຫນ້າທີ່ຂອງຕົນ. ພ້ອມນັ້ນ, ເພື່ອສືບຕໍ່ສ້າງກິດຈະກຳຕ່າງໆ ໃນການສົ່ງເສີມຄວາມສາມັກຄີຮັກແພງ, ແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງ ນັກການທູດອາວຸໂສບຳນານດ້ວຍກັນ ແລະ ເພື່ອກໍ່ສ້າງພະນັກງານກະຊວງການຕ່າງປະເທດ ຮຸ້ນໜຸ່ມນ້ອຍ.

 

Diplomatic Meeting 7 5 24 8

 

 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490476
ມື້ນີ້29
ມື້ວານ213
ອາທິດນີ້1
ເດືອນນີ້3869