ໃນວັນທີ 29 ກໍລະກົດ 2016, ທີ່ ກະຊວງການຕ່າງປະເທດ, ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 61 ປີ (20 ກໍລະກົດ 1955-20 ກໍລະກົດ 2016), ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ຄຳເພົາ ເອີນທະວັນ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກກະຊວງ, ຄະນະສະຫະພັນແມ່ຍິງກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ, ພະນັກງານອາວຸໂສບໍານານ, ສະມາຊິກສະຫະພັນແມ່ຍິງ, ພ້ອມພະນັກງານກ່ຽວຂ້ອງ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຫລາຍກວ່າ 400 ຄົນ.
ໃນພິທີດັ່ງກ່າວ, ທ່ານ ນາງ ພິມພາ ແກ້ວມີໄຊ, ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ, ໄດ້ໃຫ້ກຽດເຜິຍແຜ່ເອກະສານຫວນຄືນປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 61 ປີ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ. ເພື່ອປ້ອງກັນສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກ.
ນອກຈາກນັ້ນ, ສະຫະພັນແມ່ຍິງ ກະຊວງດັ່ງກ່າວ ຍັງໄດ້ເຄື່ອນໄຫວກິດຈະກໍາຕ່າງໆເຊັ່ນ: ເຂົ້າຢ້ຽມຊົມຫ້ອງມູນເຊື້ອຂອງ ສະຫະພັນແມ່ຍິງລາວ, ຈັດການແຂ່ງຂັນກິລາບານເຕະເພດຍິງ ແລະ ເຂົ້າຮ່ວມພິທີໂຮມຊຸມນຸມສະເຫລີມສະຫລອງວັນສໍາຄັນດັ່ງກ່າວ ທີ່ ຫໍວັດທະນະທໍາແຫ່ງຊາດ.