ໃນວັນທີ 01 ມີນາ 2017, ທີ່ ກະຊວງການຕ່າງປະເທດ, ບໍລິສັດ ສະຕາຣ ໂທລະຄົມມະນາຄົມ ຕາງໜ້າໂດຍທ່ານ ນາງ ລັດສະໝີ ທຳມະວົງ, ຫົວໜ້າພະແນກການເງິນ, ໄດ້ມອບເງິນສົມທົບບູລະນະຖ້ຳຂະແໜງການຕ່າງປະເທດ ທີ່ ເມືອງວຽງໄຊ, ແຂວງຫົວພັນ, ເປັນຈຳນວນເງິນ 14.000.000 ກີບ, ໂດຍການກ່າວຮັບຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ, ຫົວໜ້າກົມອົງການຈັດຕັ້ງສາກົນ, ເລຂາຄະນະບໍລິຫານງານຊ່າວໜຸ່ມ, ກະຊວງການຕ່າງປະເທດ.