ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໜ່ວຍແມ່ຍິງສະຖານທູດລາວ ທີ່ໂຕກຽວ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 62 ປີ

women Tokyo 62

   ໃນວັນທີ 23 ກໍລະກົດ 2017, ໜ່ວຍສະຫະພັນແມ່ຍິງສະຖານທູດລາວ ທີ່ໂຕກຽວ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ ແລະ ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 62 ປີ (ວັນທີ 20 ກໍລະກົດ 1955 – 20 ກໍລະກົດ 2017) ທີ່ສໍານັກງານສະຖານທູດ ໂດຍເປັນກຽດເຂົ້າຮ່ວມພິທີ ມີ ທ່ານ ວິໂຣດ ສຸນດາຣາ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ທັງເປັນເລຂາໜ່ວຍພັກສະຖານທູດ ພ້ອມດ້ວຍພັນລະຍາ; ທ່ານ ນ. ສົມສະໜຸກ ວົງສັກ, ອັກຄະລັດຖະທູດທີ່ປຶກສາ, ຮອງເລຂາໜ່ວຍພັກ ທັງເປັນຫົວໜ້າໜ່ວຍສະຫະພັນແມ່ຍິງສະຖານທູດ ພ້ອມດ້ວຍສະມາຊິກເອື້ອຍນ້ອງແມ່ຍິງສະຖານທູດ, ຕາງໜ້າໜ່ວຍຊາວໜຸ່ມ, ກໍາມະບານສະຖານທູດ, ພະນັກງານສະຖານທູດ, ຈຸພັກນັກສຶກສາ ແລະ ຄະນະປະທານສະມາຄົມນັກສຶກສາລາວ ເຂົ້າຮ່ວມທັງໝົດປະມານ 40 ຄົນ.

   ໃນພິທີດັ່ງກ່າວ, ທ່ານ ນ. ສົມສະໜຸກ ວົງສັກ ໃນນາມຫົວໜ້າໜ່ວຍສະຫະພັນແມ່ຍິງສະຖານທູດ ໄດ້ເຜີຍແຜ່ເອກະສານ ແລະ ແຈ້ງຈຸດປະສົງສໍາຄັນຂອງພິທີສະເຫລີມສະຫລອງໃນຄັ້ງນີ້ ເພື່ອສຶກສາອົບຮົມ ແລະ ເລົ່າຄືນໂດຍຫຍໍ້ມູນເຊື້ອການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ, ການເຄື່ອນໄຫວທີ່ພົ້ນເດັ່ນ ແລະ ຜົນງານຂອງສະຫະພັນແມ່ຍິງລາວ ຕະຫລອດໄລຍະ 62 ປີ ຜ່ານມາ, ນອກນັ້ນ ກໍ່ເພື່ອເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອອັນດີງາມຂອງແມ່ຍິງລາວ ທັງເປັນການປຸກລະດົມເອື້ອຍນ້ອງແມ່ຍິງລາວເຂົ້າຮ່ວມຂະບວນການພັດທະນາປະເທດຊາດ ກໍ່ຄືການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 03 ດີຂອງແມ່ຍິງລາວ. ພ້ອມດຽວກັນນັ້ນ, ຫົວໜ້າໜ່ວຍແມ່ຍິງສະຖານທູດ ຍັງໄດ້ສະຫລຸບຕີລາຄາຄືນຜົນງານການເຄື່ອນໄຫວໃນໄລຍະ 01 ປີຜ່ານມາຂອງໜ່ວຍສະຫະພັນແມ່ຍິງສະຖານທູດໃນການເຄື່ອນໄຫວວຽກງານການທູດຄຽງບ່າຄຽງໄຫລ່ກັບພະນັກງານອ້າຍນ້ອງຊາຍ, ເອື້ອຍນ້ອງແມ່ຍິງໄດ້ເຮັດຫລ້ອນໜ້າທີ່ວຽກງານ ແລະ ຄວາມຮັບຜິດຊອບຂອງຕົນເອງດ້ວຍຜົນສໍາເລັດ ເປັນຕົ້ນ ໄດ້ເຄື່ອນໄຫວເຂົ້າຮ່ວມກິດຈະກໍາຕ່າງໆ ລວມທັງການຂົນຂວາຍຫາລາຍໄດ້ໄປປະກອບສ່ວນຊ່ວຍເຫລືອເອື້ອຍນ້ອງແມ່ຍິງຢູ່ ສປປ ລາວ.

   ໃນໂອກາດດັ່ງກ່າວ, ທ່ານ ວິໂຣດ ສຸນດາຣາ, ເອກອັກຄະລັດຖະທູດ ທັງເປັນເລຂາໜ່ວຍພັກ, ໄດ້ໃຫ້ກຽດຂຶ້ນກ່າວໂອ້ລົມ ແລະ ມີຄໍາເຫັນໃນກອງປະຊຸມ ທີ່ໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສໍາຄັນຂອງອົງການຈັດຕັ້ງແມ່ຍິງ ໂດຍສະເພາະວັນສ້າງຕັ້ງແມ່ຍິງລາວ ວັນທີ 20 ກໍລະກົດ ພ້ອມທັງໄດ້ເວົ້າເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດໃນການສືບຕໍ່ເສີມຂະຫຍາຍ ແລະ ຊຸກຍູ້ຊ່ວຍເຫລືອສະມາຊິກແມ່ຍິງ ແລະ ອົງການຈັດຕັ້ງສະຫະພັນແມ່ຍິງໃນຂົງເຂດວຽກງານ ແລະ ຂະ   ແໜງການຕ່າງໆ, ການປະກອບສ່ວນຂອງເພດຍິງໃນຂະບວນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໂດຍທ່ານທູດຍັງໄດ້ໃຫ້ຂໍ້ຄິດ ແລະ ຝາກຄໍາສັ່ງສອນຂອງທ່ານນາຍົກລັດຖະມົນຕີຕໍ່ການເຄື່ອນໄຫວ ແລະ ດໍາລົງຊີວິດໃນຕໍ່ໜ້າຂອງເອື້ອຍນ້ອງແມ່ຍິງສະຖານທູດ ກໍ່ຄືນັກສຶກສາລາວທີ່ກໍາລັງສຶກສາຢູ່ປະເທດຍີ່ປຸ່ນ ໂດຍສະເພາະການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 03 ດີຂອງແມ່ຍິງລາວ ແລະ ການອະນຸລັກຮັກສາເອກະລັກສະເພາະຂອງແມ່ຍິງລາວ.

    ພິທີສະເຫລີມສະຫລອງ ແລະ ປາຖະກະຖາດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ, ເຕັມໄປດ້ວຍຄວາມໝາຍທາງດ້ານເນື້ອໃນ ແລະ ສໍາເລັດລົງດ້ວຍຜົນສໍາເລັດອັນຈົບງາມ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485935
ມື້ນີ້66
ມື້ວານ168
ອາທິດນີ້971
ເດືອນນີ້5240