ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ຢ້ຽມຢາມ ສສ ຫວຽດນາມ

20190321-24Vietnam3

20190321-24Vietnam2

20190321-24Vietnam1

ການ​ພົບ​ປະສອງຝ່າຍ ລະຫວ່າງ ສະຫະພັນແມ່ຍິງຂອງສອງ​ກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ

 

 20190321-24Vietnam4

ທ່ານ ນາງ ອາ​ລຸ​ນີ ກົມ​ມະ​ສິດ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຫວໍ ທິ ຢຸງ

 

 ໃນ​ລະ​ຫວ່າງ ວັນ​ທີ 21-24ມີນາ 2019, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ນຳໂດຍ ທ່ານ ນາງ ອາ​ລຸ​ນີ ກົມ​ມະ​ສິດ, ພັນ​ລະ​ຍາລັດ​ຖະ​ມົນ​ຕີ​, ປະ​ທານ​ກິດ​ຕິ​ມະ​ສັກ​ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສປປ ລາວ ໄດ້ເດີນທາງຢ້ຽມ​ຢາມ​ເຮັດ​ວຽກຢູ່ ນະ​ຄອນ​ໂຮ່​ຈີ​ມິນ ແລະ ແຂວງ ກຽນ ຢາງ, ສ​ສ ຫວຽດ​ນາມ ຕາມການເຊື້ອເຊີນຂອງ ສະ​ຫາຍ ນາງ ຫງວຽນ ທິ ຫງວຽດ ງາ, ພັນ​ລະ​ຍາ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ປະທານກິດຕິມະສັກກຸ່ມແມ່ຍິງອາຊຽນ ຢູ່ ຮ່າໂນ້ຍ. ການຢ້ຽມຢາມຄັ້ງນີ້, ເປັນການ​ຢ້ຽມ​ຢາມ-ແລກປ່ຽນ​ບົດ​ຮຽນປະຈຳປີ ລະ​ຫວ່າງສະ​ຫະ​ພັນ​ແມ່​ຍິງ​ ຂອງສອງກະຊວງກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ແລະ ຫວຽດ​ນາມ. ໂດຍໄດ້ຮັບກຽດໃຫ້ການຕ້ອນຮັບຢ່າງອົບອຸ່ນ ຂອງການນຳ​ນະ​ຄອນ​ໂຮ່​ຈີ​ມິນ, ການ​ນຳ ເມືອງຝູກວັກ, ​ແຂວງ ກຽນ ຢາງ ແລະ ກົງສູນໃຫຍ່ຂອງ ສປປ ລາວ ປະຈໍາ ນະຄອນໂຮ່ຈີ່ມິນ.

ໃນ​ການ​ພົບ​ປະສອງຝ່າຍ ລະຫວ່າງສະຫະພັນແມ່ຍິງຂອງສອງ​ກະຊວງການຕ່າງປະເທດ ໃນວັນທີ 21 ມີນາ 2019 ທັງສອງຝ່າຍ ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ຂອງແມ່​ຍິງ​ ໃນການປະກອບສ່ວນພັດທະນາປະເທດຊາດ ທີ່ນັບມື້ນັບເພີ່ມຂຶ້ນ. ສະເພາະການພົວພັນສອງຝ່າຍ ລາວ-ຫວຽດນາມ, ແມ່ຍິງກໍ່ໄດ້ເປັນຂົວຕໍ່ອັນສຳຄັນໃຫ້ແກ່ການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ. ແມ່ຍິງລາວ ແລະ ແມ່ຍິງຫວຽດນາມແມ່ນມີພາລະບົດບາດ ບໍ່ແຕກຕ່າງກັນ, ນອກຈາກຕ້ອງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນແລ້ວ ຍັງມີໜ້າທີ່ຕໍ່ຄອບຄົວ ໃນຖານະເປັນພັນລະຍາ ແລະ ເປັນແມ່ ອີກ. ທັງສອງຝ່າຍໄດ້ເຫັນດີວ່າ, ການພົບປະເຊິ່ງກັນ ແລະ ກັນຢ່າງເປັນປະຈຳ ກໍ່ເປັນໂອກາດອັນດີໃຫ້ແມ່ຍິງສອງກະຊວງໄດ້ແລກປ່ຽນບົດຮຽນ, ປະສົບການໃນການປະຕິບັດໜ້າທີ່ຂອງຕົນໃຫ້ນັບມື້ນັບດີຂຶ້ນ ແລະ ເສີມຂະຫຍາຍບົດບາດຂອງແມ່ຍິງໃຫ້ນັບມື້ນັບສູງເດັ່ນຂຶ້ນ. ຝ່າຍລາວໄດ້ຕີລາຄາສູງ ບົດບາດຂອງແມ່ຍິງຫວຽດນາມ ໃນຂະແໜງການຕ່າງປະເທດ ທີ່ນັບມື້ນັບສູງເດັ່ນຂຶ້ນ, ເຊິ່ງມາເຖິງປະຈຸບັນ ຈໍານວນພະນັກງານເພດຍິງໃນຂະແໜງການຕ່າງປະເທດຫວຽດນາມ ກວມເອົາ 42,6% ຂອງພະນັກງານທັງໝົດ ຊຶ່ງເປັນອັດຕາສ່ວນທີ່ສູງທີ່ສຸດ ໃນຮອບ 75 ປີຜ່ານມາ. ແມ່ຍິງ ກະຊວງການຕ່າງປະເທດລາວ ກວມເອົາ 33,3% ຂອງພະນັກງານທັງໝົດ. ຈໍານວນເພດຍິງທີ່ເປັນເອກອັກຄະລັດຖະທູດ ແລະ ຂັ້ນກົມຂອງກະຊວງ ກໍມີຈຳນວນເພີ່ມຂຶ້ນ ປະຕິບັດໜ້າທີ່ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເທົ່າທຽມກັບເພດຊາຍ.

ນອກນີ້,​ ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບການເຄື່ອນໄຫວຂອງ ກຸ່ມນັກການທູດຍິງອາຊຽນ ທີ່ ນະ ຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ເພື່ອໃຫ້ກຸ່ມດັ່ງກ່າວ ເປັນຂົວຕໍ່ໃນການຮັດແໜ້ນຄວາມສາມັກຄີ ຂອງບັນດາປະເທດສະມາຊິກອາຊຽນ ເວົ້າສະເພາະ, ເວົ້າລວມແມ່ນ ລະຫວ່າງບັນດາປະເທດທີ່ມີສະຖານທູດຢູ່ແຕ່ລະປະເທດ ໃຫ້ມີຄວາມສະໜິດສະໜົມກັນຂຶ້ນ ໂດຍຜ່ານກິດຈະກຳຕ່າງໆ ທີ່ກຸ່ມຈັດຂຶ້ນ ແລະ ມີການເຂົ້າຮ່ວມຂອງຄອບຄົວ ຂອງບັນດານັກການທູດ ເຊັ່ນ: ກິດຈະກຳວັນຄອບຄົວອາຊຽນ, ການເຂົ້າຄ້າຍພັກແລ້ງ ລູກຮັກນັກການທູດ ຊຶ່ງເປັນກິດຈະກຳທີ່ກຸ່ມນັກການທູດຍິງ ອາຊຽນ ທີ່ ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງປະຕິບັດມາແລ້ວ ແລະ ເຫັນວ່າໄດ້ຮັບຜົນດີ.

ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການພົບປະແລກປ່ຽນຄັ້ງນີ້, ຊຶ່ງຖືເປັນການສືບຕໍ່ຜັນຂະຫຍາຍເນື້ອໃນຈິດໃຈ​​ຂໍ້ຕົກລົງຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ (2014-2020)ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການວ່ມມືຮອບດ້ານ ລະຫວ່າງສອງປະເທດ ກໍຄືສອງກະຊວງການຕ່າງປະເທດ, ໂດຍສະເພາະແມ່ນ ລະຫວ່າງສະຫະພັນແມ່ຍິງຂອງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ຊຶ່ງໄດ້ລິເລີ່ມກໍ່ຕັ້ງໂດຍແມ່ນ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນປີ 2014 ທີ່ຜ່ານມາ ແລະ ໄດ້ສືບຕໍ່ຈັດຕັ້ງປະຕິບັດທຸກໆປີຈົນເຖິງປະຈະບັນ.

ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານ ນາງ ອາ​ລຸ​ນີ ກົມ​ມະ​ສິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຫວໍ ທິ ຢຸງ, ຮອງເລຂາພັກນະຄອນໂຮ່ຈິມິນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485960
ມື້ນີ້91
ມື້ວານ168
ອາທິດນີ້996
ເດືອນນີ້5265