ໃນວັນທີ 23 ຕຸລາ 2020, ທີ່ ພະແນກການຕ່າງປະເທດແຂວງສະຫວັນນະເຂດ, ໄດ້ມີພິທີມອບ-ຮັບ ເຄື່ອງນຸ່ງຮົ່ມ ຈຳນວນ 60 ແກັດ ມູນຄ່າ 30,000 ໂດລາສະຫະລັດ ແລະ ເງິນສົດຈໍານວນ 20,000,000 ກີບ ເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ທີ່ ແຂວງ ສະຫວັນນະເຂດ. ຕາງໜ້າມອບໂດຍ ທ່ານ ໄມບົວ ໄຊຍະວົງ, ຮອງຫົວໜ້າກົມເອີຣົບ ແລະ ອາເມຣິກາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ຕາງໜ້າຮັບໂດຍ ທ່ານ ພົງຄຳຮັກ ບຸດທະວົງ, ຫົວໜ້າພະແນກການຕ່າງປະເທດແຂວງສະຫວັນນະເຂດ.