ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຊາວໜຸ່ມກະຊວງການຕ່າງປະເທດໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະ

 

ASEAN Pakse1

ASEAN Pakse2

 

ໃນຕອນບ່າຍຂອງວັນທີ 08 ທັນວາ 2023, ທີ່ ເດີ່ນເຕະບານອາໂລຮາ, ນະຄອນຫຼວງວຽງຈັນ, ຊາວໜຸ່ມກະຊວງການຕ່າງປະເທດໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະຊິງຂັນເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງ ປະເທດ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ (2 ທັນວາ 1975 - 2 ທັນວາ 2023), ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ໄມທອງ ທໍາມະວົງສາ, ກຳມະການ ຄະນະບໍລິຫານງານພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ສະຫາຍ ໂພທອງ ພົງພູທອນ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ, ສະຫາຍ ຄໍາໄພ ພັນທອງດີ, ຮອງປະທານສະຫະພັນກໍາມະບານ ກະຊວງການຕ່າງປະເທດ, ສະຫາຍ ນາງ ຂັນມາລາ ພັນດານຸວົງ, ຮອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ມີບັນດາສະມາຊິກຊາວໜຸ່ມ, ກຳມະບານ, ແມ່ຍິງ ກໍ່ຄື ພະນັກງານພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

 

ການແຂ່ງຂັນກິລາບານເຕະໃນຄັ້ງນີ້, ໄດ້ຈັດແບ່ງອອກເປັນ 02 ປະເພດ ຄື: ບານເຕະຊາຍ (4 ທີມ) ແລະ ບານເຕະຍິງ (2 ທີມ), ເຊິ່ງນອກຈາກເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບ ຮອບ 48 ປີ ແລ້ວ, ຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມສະຫຼຸບວຽກງານຊາວໜຸ່ມຂອງ ກະຊວງການຕ່າງປະເທດ ປະຈໍາປີ 2023 ທີ່ຈະຈັດຂຶ້ນໃນທ່າຍເດືອນທັນວາ 2023 ນີ້, ພ້ອມນີ້ ກໍຍັງເປັນການເພີ່ມທະວີຮັດແຫນ້ນຄວາມສາມັກຄີຮັກແພງຊຶ່ງກັນ ແລະ ກັນ ໃຫ້ແກ່ສະມາຊິກຊາວໜຸ່ມ ກໍຄືພະນັກງານພາຍໃນກະຊວງການຕ່າງປະເທດ, ເຊິ່ງການແຂ່ງຂັນກິລາຄັ້ງນີ້ ແມ່ນໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງມິດຕະພາບ, ຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487204
ມື້ນີ້39
ມື້ວານ191
ອາທິດນີ້866
ເດືອນນີ້597