ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ເຂົ້າອວຍພອນ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

   

  

  

20240118 Mofa WM 1  

  

  

ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949 - 20 ມັງກອນ 2024), ໃນຕອນບ່າຍຂອງວັນທີ 18 ມັງກອນ 2024, ທີ່ ກະຊວງປ້ອງກັນປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ໄກມະນີ ອໍລະບູນ, ກໍາມະການຄະນະບໍລິຫານງານພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ຕ້ອນຮັບໂດຍ ທ່ານ ພັນເອກ ນາງ ໄພວອນ ອິນທະບຸດ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ພ້ອມທັງໄດ້ມອບປັດໃຈ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ລວມເປັນມູນຄ່າທັງໝົດ 10 ລ້ານກວ່າກີບ ເພື່ອປະກອບສ່ວນຊຸກຍູ້ ແລະ ເປັນກຳລັງໃຈ ໃຫ້ແກ່ອ້າຍເອື້ອຍນ້ອງ, ນາຍ ແລະ ພົນທະຫານ ທີ່ກໍາລັງປະຕິບັດໜ້າທີ່ຢູ່ແນວໜ້າ ເຂດຊົນນະບົດ, ທຸລະກັນດານ ແລະ ຫ່າງໄກສອກຫລີກ.

    

  

  

20240118 Mofa WM 2

 

    

ໃນໂອກາດດັ່ງກ່າວ, ທ່ານ ນາງ ໄກມະນີ ອໍລະບູນ ໄດ້ຕາງໜ້າສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະແດງຄວາມຊົມເຊີຍ ຕໍ່ ຜົນງານອັນໃຫຍ່ຫຼວງ ຂອງກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ທີ່ຍາດມາໄດ້ ຕະຫຼອດໄລຍະ 75 ປີຜ່ານມາ, ລວມທັງ ໄດ້ຍົກໃຫ້ເຫັນມູນເຊື້ອຄວາມສາມັກຄີຮັກແພງ ແລະ ການພົວພັນຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງ ສະຫະພັນແມ່ຍິງຂອງສອງກະຊວງ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ກໍຄື ສອງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນີ້, ໂດຍຜ່ານສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໄດ້ສົ່ງກໍາລັງໃຈ ແລະ ຄວາມຫ່ວງໃຍເຖິງອ້າຍນ້ອງທະຫານບັນດາເລົ່າລົບ ຢູ່ ເຂດທຸລະກັນດານ, ຫ່າງໄກສອກຫຼີກ ແລະ ທະຫານຊາຍແດນ, ພ້ອມທັງໄດ້ຝາກຄວາມອວຍພອນ  ໄປຍັງ ຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ ແລະ ກອງທັບປະຊາຊົນລາວ ຈົ່ງມີພະລານາໄມສົມບູນ, ປະຕິບັດໜ້າທີ່ອັນມີກຽດສະຫງ່າ ແລະ ປ້ອງກັນຊາດໄດ້ຢ່າງມີໄຊຕະຫຼອດໄປ.

    

  

  

20240118 Mofa WM 3

  

    

ທ່ານ ພັນເອກ ນາງ ໄພວອນ ອິນທະບຸດ ກໍໄດ້ຕາງໜ້າສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ສະແດງຄວາມຂອບໃຈ ຕໍ່ ການຊົມເຊີຍ ແລະ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ແລະ ເປັນກຳລັງໃຈໃຫ້ແກ້ອ້າຍ, ເອື້ອຍນ້ອງທະຫານທຸກຖ້ວນໜ້າ. ພ້ອມດຽວກັນນັ້ນ, ໄດ້ສະແດງຄວາມຊົມເຊີຍ ແລະ ຢື້ຢາມຖາມຂ່າວ ເຖິງ ຄະນະພັກ-ຄະນະນໍາ ກະຊວງການຕ່າງປະເທດ ໂດຍຜ່ານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ.

   

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487005
ມື້ນີ້31
ມື້ວານ210
ອາທິດນີ້667
ເດືອນນີ້398