ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດປາຖະກະຖາ ໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 114 ປີ (8 ມີນາ 1910 - 8 ມີນາ 2024)

  

  

  

20240315 Mofa WM 6

20240315 Mofa WM 7

   

  

  

ໃນວັນທີ 15 ມີນາ 2024, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ພາຍໃຕ້ຄຳຂວັນ: “ລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ” ແລະ ສະຫຼຸບການເຄື່ອນໄຫວວຽກງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ປີ 2023 ແລະ ທິດທາງແຜນການການເຄື່ອນໄຫວ ປີ 2024 ໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ທີ່ ກະຊວງການຕ່າງປະເທດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ທຳມາ ເພັດວິໄຊ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ (ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ); ທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາລັດຖະມົນຕີ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ;  ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ; ບັນດາຄະນະກົມ; ຕາງໜ້າອົງການຈັດຕັ້ງຊາວໜຸ່ມ, ສະຫະພັນກຳມະບານ, ບັນດາພັນລະຍາຄະນະນຳກະຊວງ ແລະ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

  

  

20240315 Mofa WM 1

20240315 Mofa WM 4

  

       

ໃນພິທີດັ່ງກ່າວ, ທ່ານ ນາງ ທຳມາ ເພັດວິໄຊ,  ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ກຽດບັນຍາຍ ຫົວຂໍ້​ “ ຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ (8 ມີນາ 1910-8 ມີນາ 2024)” ເພື່ອສະແດງໃຫ້ເຫັນຄວາມໝາຍຄວາມສໍາຄັນ ແລະ ປະຫວັດຄວາມເປັນມາແຫ່ງການຕໍ່ສູ້ເພື່ອທວງເອົາສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງໃນທົ່ວໂລກ. ພ້ອມນັ້ນ, ຍັງຍົກໃຫ້ເຫັນບົດບາດຂອງແມ່ຍິງທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ໃນໂອກາດດັ່ງກ່າວນີ້, ທ່ານ ນາງ ໄກມະນີ ອໍລະບູນ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຜ່ານບົດສະຫລຸບການເຄື່ອນໄຫວຂອງສະຫະພັນແມ່ຍິງ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ທີ່ໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນ ໃນໄລຍະ 1 ປີ ຜ່ານມາ, ເຊິ່ງເອື້ອຍນ້ອງແມ່ຍິງ ໄດ້ປະຕິບັດວຽກງານຂອງສະຫະພັນແມ່ຍິງ ໄປຄຽງຄູ່ກັບການປະຕິບັດວຽກງານວິຊາສະເພາະ ໄດ້ຢ່າງມີປະສິດທິພາບ ແລະ ມີຜົນສຳເລັດ. 

 

 

 20240315 Mofa WM 8

  

  

ໃນພິທີ ຍັງໄດ້ມີການມອບໃບຍ້ອງຍໍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2023 ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ,  ຊຶ່ງໃນນັ້ນ ມີບັນດາໜ່ວຍ ແລະ ບຸກຄົນທີ່ໄດ້ຮັບການຍ້ອງຍໍ ຄື: ດີເດັ່ນປະເພດ I ລວມມີທັງໝົດ 17 ໜ່ວຍ ແລະ  ບຸກຄົນດີເດັ່ນປະເພດ I ລວມມີທັງໝົດ 235 ສະຫາຍ. 

  

  

20240315 Mofa WM 2

20240315 Mofa WM 3

  

  

ໃນໂອກາດອັນສະຫງ່າລາສີນີ້, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ໃຫ້ກຽດມີຄຳເຫັນ ແລະ ໂອ້ລົມໃຫ້ຄຳໂອວາດບັນດາສະມາຊິກສະຫະພັນແມ່ຍິງກະຊວງ ໂດຍໄດ້ຕີລາຄາສູງບົດບາດຂອງເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ທີ່ໄດ້ປະກອບ ສ່ວນອັນສຳຄັນເຂົ້າໃນວຽກງານການຕ່າງປະເທດຕະຫຼອດໄລຍະທີ່ຜ່ານມາ. ພ້ອມນີ້, ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ຍາດມາໄດ້ ເຊິ່ງມີຜົນສຳເລັດຫລາຍດ້ານ.

  

ພິທີປາຖະກະຖາ ໄດ້ດຳເນີນໄປຢ່າງມີຄວາມໝາຍສຳຄັນ, ເປັນຂະບວນຟົດຟື້ນ ແລະ ສຳເລັດລົງ ດ້ວຍຜົນສຳເລັດອັນຈົບງາມ.

  

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487209
ມື້ນີ້44
ມື້ວານ191
ອາທິດນີ້871
ເດືອນນີ້602