ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ງານແຂ່ງຂັນກິລາບານເຕະຍິງ-ຊາຍ ລະຫວ່າງ 2 ການຈັດຕັ້ງ ກະຊວງການຕ່າງປະເທດ ແລະ ຄະນະຈັດຕັ້ງສູນກາງພັກ

20240319 Sport activity btw Mofa IRPC 1

 

 

ໃນວັນທີ 19 ມີນາ 2024, ໄດ້ມີການຈັດງານ​ແຂ່ງຂັນກິລາບານເຕະຍິງ-ຊາຍ ລະຫວ່າງ 2 ການຈັດຕັ້ງ ກະຊວງການຕ່າງປະເທດ ແລະ ຄະນະຈັດຕັ້ງສູນກາງພັກ ທີ່ ເດີ່ນກິລາບານເຕະເທບປັນຍາ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ຕິ່ງ ສຸກສັນ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນ. ບຸດສະດີ ທະນະເມືອງ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ໃນໂອກາດ 2 ວັນທີ່ສຳຄັນຂອງພັກ-ລັດ ພວກເຮົາ ກໍຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024) ແລະ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 69 ປີ (25 ມີນາ 1955-25 ມີນາ 2024).

 

 

 

20240319 Sport activity btw Mofa IRPC 220240319 Sport activity btw Mofa IRPC 3

20240319 Sport activity btw Mofa IRPC 420240319 Sport activity btw Mofa IRPC 7

20240319 Sport activity btw Mofa IRPC 520240319 Sport activity btw Mofa IRPC 6

 

ສອງການຈັດຕັ້ງ ກະຊວງການຕ່າງປະເທດ ແລະ ຄະນະຈັດຕັ້ງສູນກາງພັກ ໄດ້ຮ່ວມກັນສ້າງແຜນການຈັດຂະບວນການງານກິລາມິດຕະພາບ ເພື່ອເປັນການຂໍ່ານັບຮັບຕ້ອນ ໃນວັນສໍາຄັນດັ່ງກ່າວ ໂດຍສະເພາະກໍ່ຄືວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 69 ປີ, ເພື່ອເປັນການເພີ່ມທະວີຮັດແໜ້ນຄວາມສາມັກຄີລະຫວ່າງ ພະນັກງານ-ລັດຖະກອນ ຂອງ 2 ການຈັດຕັ້ງ ໃຫ້ນັບມື້ແໜ້ນແຟ້ນ ແລະ ກົມກຽວຢິ່ງຂຶ້ນ. ໃນງານແຂ່ງຂັນກິລາສາມັກຄີຄັ້ງນີ້ເປັນຄັ້ງທຳອິດທີ່ສອງການຈັດຕັ້ງໄດ້ຈັດຮ່ວມກັນ, ໂດຍເຊື່ອໝັ້ນວ່າ ງານກິລາດັ່ງກ່າວ ຈະເປັນການສ້າງຂະບວນຟົດຟື້ນ, ມ່ວນຊື່ນ ແລະ ເປັນມິນິດໝາຍທີ່ດີ ຕໍ່ 2 ການຈັດຕັ້ງ ກໍ່ຄືພະນັກງານ-ລັດຖະກອນ 2 ພາກສ່ວນ ແລະ ຫວັງຢ່າງຍິ່ງວ່າ ໃນປີຕໍ່ໆໄປສອງການຈັດຕັ້ງ ຈະສືບຕໍ່ສ້າງກິດຈະກຳ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືດ້ານວິຊາການຕ່າງໆ ຂອງ 2 ພາກສ່ວນຕໍ່ໄປ.

 

20240319 Sport activity btw Mofa IRPC 820240319 Sport activity btw Mofa IRPC 9F

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487210
ມື້ນີ້45
ມື້ວານ191
ອາທິດນີ້872
ເດືອນນີ້603