ໃນຕອນເຊົ້າວັນທີ 30 ມັງກອນ 2016, ສະຫະພັນກຳມະບານກະຊວງການຕ່າງປະເທດ ໄດ້ຈັດຕັ້ງຂະບວນການອອກແຮງງານລວມວັນເສົາແດງ ເພື່ອອະນາໄມຢູ່ບໍລິເວນອາຄານຂອງກະຊວງການຕ່າງປະເທດ, ໂດຍການເຂົ້າຮ່ວມຂອງ ທ່ານ ຄຳອິນ ຄິດຈະເດດ, ປະທານສະຫະພັນກຳມະບານກະຊວງ ພ້ອມດ້ວຍຄະນະ, ມີຫົວຫນ້າຫ້ອງການ, ຫົວຫນ້າກົມ, ຮອງກົມ ພ້ອມດ້ວຍສະມາຊິກກຳມະບານກະຊວງເຂົ້າຮ່ວມຢ່າງພ້ອມພຽງ. ການອອກແຮງງານລວມຄັ້ງນີ້ ນອກຈາກສ້າງຂະບວນການເພື່ອຂໍ່ານັບຊົມເຊີຍວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 60 ປີແລ້ວ ຍັງເປັນການສ້າງຂະບວນການເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງ ພັກ ແລະ ວັນສຳຄັນຕ່າງໆຂອງຊາດນຳອີກ.