ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍ ຈາກ ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ ສົ່ງເຖິງບັນດາການນຳລາວ ເນື່ອງໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງໃໝ່

 

  

ພະນະທ່ານ ບຸນຍັງ ວໍລະຈິດ,

ປະທານປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

 

ທີ່ ນະ​ຄອນຫຼວງວຽງ​ຈັນ,

 

ພະ​ນະ​ທ່ານ,

 

ຂ້າພະ​ເຈົ້າ ມີ​ຄວາ​ມ​ພາກ​ພູມ​ໃຈ ຂໍ​ສົ່ງຄວາມ​ຊົມ​ເຊີຍມາ​ຍັງ ພະນະທ່ານ ທີ່ໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ. ໃນໂອ​ກາດ​ນີ້, ຂ້າ​ພະ​ເຈົ້າ​ ຂໍ​ອວຍ​ພອນ​ໄຊມາ​ຍັງ ພະ​ນະ​ທ່ານ ຈົ່ງ​ປະ​ສົບຜົນສຳເລັດໃນໜ້າທີ່ວຽກງານ​ໃໝ່ຂອງພະນະທ່ານ, ເພື່ອ​ຄວາມວັດ​ທະ​ນະ​ຖາ​ວອນ​​ຂອງປະ​ເທດ.

 

ຂ້າເຈົ້າ ຂໍຖືໂອກາດນີ້ສະແດງຄວາມຊົມເຊີຍ​​ມາຍັງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ທີ່​ໄດ້​ຮັບ​ກຽດ​ເປັນ​ປະ​ທານໝູນວຽນ​ອາ​ຊຽນ ປີ 2016, ຊຶ່ງ​ເປັນເວ​ລາ​​ທີ່ສຳ​ຄັນ. ການ​ເຂົ້າ​​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນນີ້ ​ແມ່ນ​ຈະພັດ​ທະ​ນາ​ການ​ເຊື່ອມ​ໂຍງ​ດ້ານການ​ເມືອງ, ເສດ​ຖະ​ກິດ ແລະ ສັງ​ຄົມ​-ວັດ​ທ​ະ​ນະ​ທຳ ​ຢູ່ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ໃຫ້ນັບ​ມື້​ນັບ​ສູງ​ຍິ່ງ​ຂຶ້ນ. ຂ້າ​ພ​ະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ການ​ເປັນ​ຄູ່​ຮ່ວມ​ຂະ​ແໜງ​ການ ລະ​ຫວ່າງ ອາ​ຊຽນ ແລະ ສະ​ວິດ​ເຊີ​ແລນ ຈະ​ເປັນ​ການປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າໃນພາລະກິດນີ້ ແລະ ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ສ​ປ​ປ ລາວ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນແກ່ ສະ​ວິດ ໃນ​​ບັນ​ຫາດັ່ງ​ກ່າວ.

 

ຂ້າ​ພ​ະ​ເຈົ້າ ຂໍຢ້ຳຄືນເຖິງພັນ​ທະ​ອັນ​ໜັກ​ແໜ້ນ​ຂອງ​ ສະ​ວິດ​ເຊີ​ແລນ ທີ່ຈະສະ​ໜັບ​ສະ​ໜູນ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ເພື່ອພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສັງ​ຄົມ​ ໃນຂົງ​ເຂດຕ່າງໆທີ່​ສຳ​ຄັນ​ ເຊັ່ນ: ກະສິກຳ ແລະ ຄ້ຳປະກັນສະບຽງອາຫານເຊັ່ນດຽວກັບຂົງເຂດການສ້າງວຽກເຮັດງານທຳ ແລະ ​ອາ​ຊີ​ວະ​ສຶກສາ ແລະ ການຝຶກ​ອົບ​ຮົມ.

 

ຂ້າເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ​​ທີ່ມີມາ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ເສີມ​​​ຂະຍາຍ ແລະ ຈະເລີນງອກງາມຍິ່ງຂຶ້ນໃນ​​ໄລ​ຍະການດຳລົງດຳແໜ່ງຂອງພະນະທ່ານ ແລະ ຂ້າພະເຈົ້າ ຫວັງວ່າການຮ່ວມມືຂອງພວກເຮົາຈະແຕກດອກອອກຜົນຢ່າງ​ເຕັມ​ສ່ວນ.

 

ຂ້າເຈົ້າຂໍສະແດງຄວາມນັບຖືເປັນຢ່າງສູງມານະໂອກາດນີ້.

 

 

 

ໂຈຮັນ ນິເຄຼົ້າສ ສະນາຍເດີ້-ອາມມັນ

ປະທານາທິບໍດີ ແຫ່ງ ສະມາພັນທະລັດສະວິດ

ທີ່ ເບີນ, ວັນທີ 26 ເມສາ 2016

 

 

 

 

 

ພະນະທ່ານ ທອງ​ລຸນ ສີ​ສຸ​ລິດ,

​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

 

ທີ່ ນະ​ຄອນຫຼວງວຽງ​ຈັນ,

 

ພະ​ນະ​ທ່ານ,

 

ໃນ​ນາມ​ສະ​ພາ ​ແຫ່ງ​ ສະ​ມາ​ພັນ​ທະ​ລັດ​ ສະ​ວິດ, ຂ້າພະ​ເຈົ້າ ມີ​ຄວາມ​ພາກ​ພູມ​ໃຈເປັນ​ຢ່າງ​ຍິ່ງ ຂໍ​ສະ​ແສງ​ຄວາມ​ຊົມ​ເຊີຍຢ່າງ​ຈິງ​ໃຈມາ​ຍັງ ພະນະທ່ານ ທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ. ໃນ​ໂອ​ກາດນີ້, ຂ້າ​ພະ​ເຈົ້າ​ ຂໍ​ອວຍພອນ​ໄຊ​​ໃຫ້ ພະ​ນະ​ທ່ານ ຈົ່ງ​ປະ​ສົບຜົນສຳເລັດໃນ​ໜ້າທີ່ວຽກງານໃໝ່​ຂອງພະນະທ່ານ, ເພື່ອ​ຄວາມວັດ​ທະ​ນະ​ຖາ​ວອນ​ຂອງປະ​ເທດ.

 

ຂ້າເຈົ້າ ຂໍຖືໂອກາດນີ້ສະແດງຄວາມຊົມເຊີຍ​​ມາຍັງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ທີ່​ໄດ້​ຮັບ​ກຽດ​ເປັນ​ປະ​ທານໝູນ​ວຽນ​ອາ​ຊຽນ ປີ 2016, ຊຶ່ງ​ເປັນເວ​ລາ​​ທີ່ສຳ​ຄັນ. ການ​ເຂົ້າ​​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນນີ້ ​ແມ່ນ​ຈະພັດ​ທະ​ນາ​ການ​ເຊື່ອມ​ໂຍງ​ດ້ານການ​ເມືອງ, ເສດ​ຖະ​ກິດ ແລະ ສັງ​ຄົມ​-ວັດ​ທ​ະ​ນະ​ທຳ ​ຢູ່ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ໃຫ້ນັບ​ມື້​ນັບ​ສູງ​ຍິ່ງ​ຂຶ້ນ. ຂ້າ​ພ​ະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ການ​ເປັນ​ຄູ່​ຮ່ວມ​ຂະ​ແໜງ​ການ ລະ​ຫວ່າງ ອາ​ຊຽນ ແລະ ສະ​ວິດ​ເຊີ​ແລນ ຈະ​​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດດັ່ງ​ກ່າວ​ນີ້ ແລະ ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ສ​ປ​ປ​ ລາວ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນແກ່ ສະ​ວິດ ໃນ​ບັນ​ຫາດັ່ງ​ກ່າວ.

 

ຂ້າ​ພ​ະ​ເຈົ້າ ຂໍ​ຢ້ຳ​ຄືນເຖິງພັນ​ທະ​ອັນ​ໜັກ​ແໜ້ນຂອງ​ ສະ​ວິດ​ເຊີ​ແລນ ທີ່​ຈະສະ​ໜັບ​ສະ​ໜູນ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ເພື່ອພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສັງ​ຄົມ​ ໃນຂົງ​ເຂດຕ່າງໆທີ່​ສຳ​ຄັນ ເຊັ່ນ: ກະສິກຳ ແລະ ຄ້ຳປະກັນສະບຽງອາຫານເຊັ່ນດຽວກັບຂົງເຂດການສ້າງວຽກເຮັດງານທຳ ແລະ ​ອາ​ຊີ​ວະສຶກສາ ແລະ ການຝຶອົບຮົມ.

 

ຂ້າເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບອັນ​ດີ ລະຫວ່າງ ສອງປະເທດພວກເຮົາຈະໄດ້ຮັບການສືບຕໍ່ເສີມ​​​ຂະຍາຍ ແລະ ຈະເລີນງອກງາມຍິ່ງຂຶ້ນໃນ​​ໄລ​ຍະການດຳລົງດຳແໜ່ງຂອງພະນະທ່ານ ແລະ ຂ້າພະເຈົ້າ ຫວັງວ່າການ​​ຮ່ວມມືຂອງພວກເຮົາຈະແຕກດອກອອກຜົນຢ່າງ​ເຕັມ​ສ່ວນ.

 

ຂ້າເຈົ້າຂໍສະແດງຄວາມນັບຖືເປັນຢ່າງສູງມານະໂອກາດນີ້.

 

 

ໂຈຮັນ ນິເຄຼົ້າສ ສະນາຍເດີ້-ອາມມັນ

ປະທານາທິບໍດີ ແຫ່ງ ສະມາພັນທະລັດສະວິດ 

ທີ່ ເບີນ, ວັນ​ທີ 26 ເມ​ສາ 2016

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485995
ມື້ນີ້126
ມື້ວານ168
ອາທິດນີ້1031
ເດືອນນີ້5300