ນະຄອນຫຼວງວຽງຈັນ, ວັນທີ 18 ສິງຫາ 2017
ພະນະທ່ານ,
ຂ້າພະເຈົ້າໄດ້ຊາບຂ່າວເຫດການດິນຖະຫຼົ່ມ ແລະ ນຳ້ຖ້ວມ ເນື່ອງຈາກຝົນຕົກໜັກຢູ່ຫຼາຍພາກຂອງອິນເດຍ ຊຶ່ງສ້າງຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນຂອງ ປະຊາຊົນ ອິນເດຍ ເປັນຈຳນວນຫລວງຫລາຍ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈໂດຍຜ່ານ ພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ອິນເດຍ, ໂດຍສະເພາະສະມາຊິກຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພທຳມະຊາດ ໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງ ລັດຖະບານ, ປະຊາຊົນ ອິນເດຍ ຈະສາມາດຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດໃນຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ນາເຣັນດຣາ ໂມດີ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ອິນເດຍ