ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS)

 

Ad

 

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວິດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ (ACMECS) ຄົບຮອບ 20 ປີ (ເລີ່ມແຕ່ປີ 2003 -2023), ກອງເລຂາແອັກແມັກຊົ່ວຄາວ ຈຶ່ງໄດ້ຈັດກິດຈະກໍາແຂ່ງຂັນອອກແບບໂລໂກແອັກແມັກ ໂດຍຈະລະດົມເອົາຜູ້ທີ່ມີທັກສະ ແລະ ມີຄວາມສົນໃຈໃນການອອກແບບຈາກ 5 ປະເທດສະມາຊິກແອັກແມັກຄື: ກໍາປູເຈຍ, ສປປ ລາວ, ມຽນມາ, ຫວຽດນາມ ແລະ ໄທ ເຂົ້າຮ່ວມ. ຈຸດປະສົງຂອງການຈັດກິດຈະກໍາແຂ່ງຂັນໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ຂອບການຮ່ວມມືດັ່ງກ່າວ ແລະ ຄັດເລືອກເອົາໂລໂກມານໍາໃຊ້ເປັນສັນຍາລັກທາງການຂອງຂອບການຮ່ວມມືແອັກແມັກ. ໂລໂກ ທີ່ໄດ້ຮັບການຄັດເລືອກຈະຖືກນໍາໃຊ້ໃນບັນດາກອງປະຊຸມສໍາຄັນຕ່າງໆ ເປັນຕົ້ນແມ່ນ ກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 10 ທີ່ ສປປ ລາວ ເປັນເຈົ້າພາບ, ກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສ ແລະ ບັນດາກິດຈະກໍາປິ່ນອ້ອມອື່ນໆທີ່ຈັດຂຶ້ນພາຍໃຕ້ຂອບການຮ່ວມມືແອັກແມັກ ເຊິ່ງລາຍລະອຽດຂອງການແຂ່ງຂັນມີດັ່ງນີ້:

 

ເປົ້າໝາຍຜູ້ເຂົ້າແຂ່ງຂັນ

ຜູ້ທີ່ມີອາຍຸ 15 ປີຂຶ້ນໄປ ຈາກ 5 ປະເທດສະມາຊິກແອັກແມັກຄື: ກໍາປູເຈຍ, ສປປ ລາວ, ມຽນມາ, ຫວຽດນາມ ແລະ ໄທ.

 

ຫົວຂໍ້ສໍາລັບການອອກແບບ

ການອອກແບບໂລໂກແມ່ນໃຫ້ສອດຄ່ອງຫົວຂໍ້ດັ່ງນີ້: ແອັກແມັກ ແມ່ນຂອບການຮ່ວມມືລະດັບອະນຸພາກພື້ນທີ່ມີວິໄສທັດ ແລະ ປັບຕົວໄປຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາຂອງແຕ່ລະປະເທດສະມາຊິກຕາມແຕ່ລະໄລຍະ, ພ້ອມທັງເປັນແກນກາງໃນການເຊື່ອມຈອດກັບຂອບການຮ່ວມມືອື່ນໆ ເພື່ອເປົ້າໝາຍໃນການພັດທະນາອະນຸພາກພື້ນແມ່ນໍ້າຂອງໃຫ້ມີຄວາມຍືນຍົງ ແລະ ຈະເລີນຮຸ່ງເຮືອງ.

 

ໄລຍະເວລາການແຂ່ງຂັນ

ເປີດຮັບສະໝັກຜູ້ເຂົ້າແຂ່ງຂັນ ເລີ່ມແຕ່ວັນທີ 1 ກຸມພາ 2024 ເຖິງ ວັນທີ 30 ມີນາ 2024.

 

ລາງວັນສໍາລັບຜູ້ຊະນະການປະກວດ

ອັນດັບ 1 ຈະໄດ້ຮັບເງິນລາງວັນຈໍານວນ 1000 USD

ອັນດັບ 2 ຈະໄດ້ຮັບເງິນລາງວັນຈໍານວນ 500 USD

ອັນດັບ 3 ຈະໄດ້ຮັບເງິນລາງວັນຈໍານວນ 300 USD

 

ຊ່ອງທາງການສົ່ງຜົນງານເຂົ້າປະກວດ

ຜູ້ເຂົ້າແຂ່ງຂັນ ຕ້ອງສົ່ງຜົນງານອອກແບບຂອງຕົນຜ່ານອີເມວຂອງກອງເລຂາແອັກແແມັກຊົ່ວຄາວ: This email address is being protected from spambots. You need JavaScript enabled to view it.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486092
ມື້ນີ້8
ມື້ວານ215
ອາທິດນີ້1128
ເດືອນນີ້5397