ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດລາວ ສົ່ງສານສະແດງຄວາມຂອບໃຈ ເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ສສ ຫວຽດນາມ

 

 

ເຖິງ:

- ສະຫາຍຫງວຽນຟູຈ້ອງ, ເລຂາທິການໃຫຍ່​ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

- ສະຫາຍເຈີນດ້າຍກວາງ, ປະທານປະເທດ​ ແຫ່ງ ສາທາລະນະລັດ ສັງຄົມນິຍົມ​ ຫວຽດນາມ.

                                              ທີ່ນະຄອນຫຼວງຮ່າໂນ້ຍ.

ຂ້າພະເຈົ້າພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ - ລັດ ລາວ ໄດ້ເດີນ​ທາງກັບຄືນເຖິງປະເທດ ດ້ວຍຄວາມສະຫວັດດີພາບທຸກປະການ. ຕາງໜ້າຄະນະຜູ້ແທນ, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງ​​ໃຈມາຍັງສະຫາຍ​ ເລຂາທິການ​ໃຫຍ່ ຫງວຽນ ​ຟູ ຈ້ອງ, ສະຫາຍ ​ປະທານ​ປະ​ເທດ ເຈີນ ​ດ້​າຍ ກວາງ, ບັນດາສະຫາຍການນຳພັກ, ລັດແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ນະຄອນ ຫຼວງຮ່າໂນ້ຍ ແລະ ແຂວງເຫງະອານ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ, ​ສົມກຽດເຕັມໄປດ້ວຍໄມຕີຈິດມິດຕະພາບ ຖານ​ສະຫາຍ​ອ້າ​ຍນ້ອງ ແກ່ຄະນະພວກຂ້າພະເຈົ້າ ຕະຫຼອດໄລຍະຂອງການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ​ໃນ​ຄັ້ງ​ນີ້.

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັແໜ້ນວ່າ ຜົນສຳເລັດຂອງການຈັດສະເຫຼີມສະຫຼອງສອງວັນປະຫວັດສາດ ໃນກອບຂອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2017, ກໍ່ຄືການພົບປະແລກປ່ຽນຄຳຄິດເຫັນຢ່າງເລິກເຊິ່ງ, ກົງໄປກົງມາ ລະຫວ່າງ ການນຳຂັ້ນສູງສອງພັກ, ສອງລັດ ພວກເຮົາໃນຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນໃນການເພີ່ມພູນສາຍພົວພັນມິດຕະພາບອັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາ-ຫວຽດນາມ ໃຫ້ນັບມື້ນັບ​ໄດ້​ຮັບ​ການເສີມຂະຫຍາຍຕົວຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຂອງພວກເຮົາ.

ຂໍອວຍພອນ​​ໃຫ້ ປະຊາຊົນ ຫວຽດນາມ ​ອ້າຍນ້ອງ​ ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງພັກກອມມູນິດ ຫວຽດນາມ ທີ່ມີ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ເປັນຜູ້ນຳໜ້ານັ້ນ ຈົ່ງສືບຕໍ່ຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການ​ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນ ແປງໃໝ່, ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ມະ​ຕິກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເພື່ອຫັນ ສສ ຫວຽດນາມ ​ເປັນ​ປະ​ເທດ​ອຸດສາຫະກຳ ຕາມທິດ​ທັນ​ສະ​ໄໝ ແລະ ບັນລຸເປົ້າໝາຍ ເຮັດ​ໃຫ້ປະຊາ​ຊົນ​ ຮັ່ງມີ​ຜາ​ສຸກ, ປະ​ເທດ​ຊາດ ມັ່ງ​ຄັ່ງ​ເຂັ້ມ​ແຂງ, ປະຊາທິປະ​​ໄຕ, ຍຸຕິ​ທຳ ​ແລະ ສີວິ​ໄລ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນ​ຍິ່ງໃຫຍ່, ​ຄວາ​ມສາມັກຄີ​ພິ​ເສດແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດແລະ ປະຊາຊົນ ສອງຊາດ ລາ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຊົ່ວ​ກາລະ​ນານ.

ອວຍພອນໃຫ້ ສະຫາຍ​ເລຂາທິການ​ໃຫຍ່ ຫວຽນ ​ຟູ ຈ້ອງ, ສະຫາຍປະທານ​ປະ​ເທດ ເຈີນ    ດ້​າຍ ກວາງ ພ້ອມດ້ວຍການນຳຂັ້ນສູງ ພັກ-ລັດ ຫວຽດນາມ ຈົ່ງມີສຸຂະພະລານາໄມສົມບູນມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງແລະ ມີກຽດສະຫງ່າຂອງບັນດາສະຫາຍ.

 

ບຸນຍັງວໍລະຈິດ

 

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ 

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ, ວັນທີ 21 ທັນວາ 2017

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487663
ມື້ນີ້103
ມື້ວານ228
ອາທິດນີ້25
ເດືອນນີ້1056