ນະຄອນຫຼວງວຽງຈັນ, ວັນທີ 1 ພຶດສະພາ 2024
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ ໃນໂອກາດທີ່ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່, ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ຂອງ ລັດຖະບານ ແລະ ປະຊາຊົນ ຣາຊະອານາຈັກໄທ ທີ່ມີຕໍ່ ພະນະທ່ານ. ຂ້າພະເຈົ້າ ເຊື່ອໝັ້ນວ່າດ້ວຍບົດຮຽນ ແລະ ປະສົບການອັນກວ້າງຂວາງ ຂອງ ພະນະທ່ານ ໃນຂົງເຂດການຕ່າງປະເທດ ພະນະທ່ານ ຈະສາມາດສືບຕໍ່ບັນລຸໝາກຜົນໃນການນຳພາປະຕິບັດວຽກງານການຕ່າງປະເທດ ຂອງ ທ່ານ.
ຂ້າພະເຈົ້າ ພ້ອມທີ່ຈະສືບຕໍ່ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃຫ້ເຮືອນຄຽງທີ່ດີ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມ ຂອງ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນມີກຽດສູງສົ່ງ ຂອງ ພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ຮອງນາຍົກລັດຖະມົນຕີ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ພະນະທ່ານ ມາຣິດ ສະຫງ່ຽມພົງ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ
ທີ່ ບາງກອກ.