ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງ ສປປ ລາວ ໂທລະເລກຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງຝ່າຍ ສປ ຈີນ, ເນື່ອງໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງອີກວາລະໜຶ່ງ

 

ເຖິງ​: ສະຫາຍ ສີ ຈິ້ນຜິ

ປະທານປະເທດແຫ່ງສາທາລະນະລັດ ປະຊາຊົນຈີນ

ທີ່ນະຄອນຫຼວງປັກກິ່ງ

ສະຫາຍທີ່ນັບຖືແລະ ຮັກແພງ,

ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບການເລືອກຕັ້ງຈາກກອງປະຊຸມຄົບຄະນະຄັ້ງທີ 1 ຂອງສະພາຜູ້ແທນປະຊາຊົນທົ່ວປະເທດສະໄໝທີ XIII ​ແຫ່ງ ສາທາລະນະລັດ ປະຊາຊົນຈີນໃຫ້ດຳລົງຕຳແໜ່ງເປັນປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ ອີກວາລະໜຶ່ງ, ຕາງໜ້າໃຫ້ລັດຖະບານແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄວາມຊົມເຊີຍອັນອົບອຸ່ນແລະ ພອນໄຊອັນປະເສີດມາຍັງ ສະຫາຍ.

ການເລືອກຕັ້ງໃຫ້ສະຫາຍດຳລົງຕຳແໜ່ງອັນສູງສົ່ງອີກໜຶ່ງສະໄໝນີ້ແມ່ນເປັນການສະແດງເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ການຕີລາຄາສູງຂອງພັກ, ລັດແລະ ປະຊາຊົນຈີນ ຕໍ່ບົດບາດ ແລະ ຄວາມປີຊາສາມາດໃນການຊີ້ນຳນຳພາທີ່ເຕັມໄປດ້ວຍປະສົບການອັນສູງສົ່ງ ແລະ ຜົນງານອັນໂດດເດັ່ນ ຂອງ ສະຫາຍ ໃນພາລະກິດສ້າງສາພັດທະນາປະເທດຈີນ ຕາມທິດທາງ ແລະ ສີສັນພິເສດຂອງພັກກອມມູນິດຈີນໄດ້ວາງອອກ.

         ຂ້າພະເຈົ້າເຊື່ອໜັ້ນຢ່າງໜັກແໜ້ນວ່າພາຍໃຕ້ການນຳພາອັນສະຫຼາດສອງໃສຂອງພັກກອມ ມູນິດຈີນທີ່ມີສະຫາຍເປັນແກ່ນນຳນັ້ນຈະເຮັດໃຫ້ພາລະກິດສ້າງສາປະເທດຈີນ ດ້ວຍທັດສະນະໃໝ່, ແນວຄິດໃໝ່ ແລະ ຍຸດທະສາດໃໝ່ ເພື່ອປົກຄອງລັດ-ບໍລິຫານປະເທດ ມີຄວາມເຂັ້ມແຂງຮອບດ້ານ, ເຊິ່ງຈະເຮັດໃຫ້ພາລະກິດສ້າງສາສັງຄົມນິຍົມແບບສີສັນພິເສດຂອງຈີນນັ້ນ ປະສົບຜົນສຳເລັດຢ່າງໃຫຍ່ຫລວງ, ຮອບດ້ານ, ມີລັກສະນະປະຫວັດສາດ ແລະ ກາຍເປັນພື້ນຖານອັນໜັກແໜ້ນ ເພື່ອບັນລຸເປົ້າໝາຍແຜນການພັດທະນາ 5 ປະການໃນໜຶ່ງດຽວ, ຍຸດທະສາດ 4 ຮອບດ້ານ ແລະ ເປົ້າໝາຍສູ້ຊົນ “ 100 ປີ 2 ເຫດການ ” ແລະ ຄວາມຝັນຂອງຈີນ ໃນການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງເຊື້ອຊາດຈີນ, ສ້າງສາປະເທດຈີີນ ໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝ, ປະຊາຊົນຮັ່ງມີຜາສຸກ, ປະເທດຊາດ ມີຄວາມມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີກົມກຽວປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລໃຫ້ປະກົດຜົນເປັນຈິງ ແລະ ຍຸດທະສາດ “ ໜຶ່ງແລວ ໜຶ່ງເສັ້ນທາງ ”, ທີ່ສະຫາຍໄດ້ລິເລີ່ມນັ້ນ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກປະເທດຕ່າງໆໃນໂລກ ທີ່ພວມເກີດມີບັນດາກົນໄກການຮ່ວມມືໃນພາກພື້ນຕ່າງໆ ຢ່າງເປັນຮູບປະທຳຢ່າງຕັ້ງໜ້າ ອັນໄດ້ເພີ່ມທະວີບົດບາດຂອງ ສປ ຈີນ ໃຫ້ສູງເດັ່ນໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາວ- ຈີນ ຈົ່ງໄດ້ຮັບການເສີມຂະຫຍາຍ, ແຕກດອກອອກຜົນຍິ່ງໆຂື້ນຕະຫລອດໄປເພື່ອພາລະກິດສັນຕິພາບ ແລະ ການພັດທະນາຢູ່ພາກພື້ນກໍຄືໃນໂລກ.

ອວຍພອນໃຫ້ສະຫາຍຈົ່ງມີສຸຂະພາລະນາໄມ​​ສົມບູນ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນພາລະກິດອັນສູງສົ່ງ ແລະ ມີກຽດສະຫງ່າຂອງສະຫາຍ.

ນະຄອນຫຼວງວຽງຈັນ, ວັນທີ 17 ມີນາ 2018

                                                 

ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

​----------------------------------------------------------------------------------------------------


 

 

ເຖິງ: ສະຫາຍ ຫວາງ ສີສ່ານ, ຮອງປະທານປະເທດ

 

ແຫ່ງ ສາທາລະນະລັດ ປະຊາຊົນຈີນ

 

ທີ່ ນະຄອນຫຼວງປັກກິ່ງ

 

ສະຫາຍທີ່ຮັກແພງແລນັບຖື,

 

ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ເປັນຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ, ຕາງໜ້າໃຫ້ລັດຖະບານແລະປະຊາຊົນລາວ ກໍ່ຄືໃນນານສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍຢ່າງສຸດອົກສຸດໃຈມາຍັງ​ ສະຫາຍ.

 

ສະຫາຍໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງອັນສູງສົ່ງນີ້ເປັນການສະແດງເຖິງຄວາມໄວ້ເນື້ອເຊື່ອໃຈແລະ ການຕີລາຄາສູງຂອງພັກ, ລັດແລະ ປະຊາຊົນຈີນ ທີ່ມີຕໍ່ບົດບາດ ແລະ ຜົນງານຂອງ ສະຫາຍ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນພາລະກິດສ້າງສາພັດທະນາປະເທດ ສປ ຈີນ ຕະຫຼອດໄລຍະທີ່ຜ່ານມາ.      

 

ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຈີນ ອັນມີ ສະຫາຍ ແລະ ເລຂາທິທິການໃຫຍ່ ສີ ຈີ້ນຜິງ ເປັນແກນນຳນັ້ນ, ລັດຖະບານກໍ່ຄື ປະຊາຊົນຈີນ ອ້າຍນ້ອງ ຈະບັນລຸບັນດາເປົ້າໝາຍທີ່ວາງໄວ້ດ້ວຍຜົນສຳເລັດຢ່າງໃຫຍ່ຫລວງ ແລະ ຮອບດ້ານ. ພ້ອມນັ້ນ, ກໍ່ຈະເຮັດໃຫ້ ສປ ຈີນ ມີບົດບາດອັນສູງເດັ່ນໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.

 

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຈົ່ງໄດ້ຮັບການຂະຫຍາຍຕົວສູງຂື້ນເລື້ອຍໆ.

 

ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດອັນສູງສົ່ງຂອງສະຫາຍ.

 

         

 

                                                                ນະຄອນຫຼວງວຽງຈັນ, ວັນທີ17ມີນາ 2018

 

                                                 

 

ພັນຄຳ ວິພາວັນ

 

ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

​----------------------------------------------------------------------------------------------------

 

ເຖິງ: ສະຫາຍຫຼີ ເຄີ້ສຽງ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນຈີນ

 

ທີ່ນະຄອນຫຼວງປັກກິ່ງ

 

ສະຫາຍນາຍົກທີ່ຮັກແພງແລນັບຖື,

 

​​ເນື່ອງໃນໂອກາດທີ່ສະຫາຍ ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ​​ເປັນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນຈີນ ອີກວາລະໜຶ່ງ, ຕາງໜ້າໃຫ້ລັດຖະບານແລະ ປະຊາຊົນລາວກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນທີ່ສຸດມາຍັງສະຫາຍ.

ສະຫາຍໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງອັນສູງສົ່ງແລະ ສຳຄັນຍິ່ງອີກວາລະໜຶ່ງນີ້ ແມ່ນສະແດງເຖິງຄວາມໄວ້ວາງໃຈ ຂອງພັກ, ລັດ ແລະ ປະຊາຊົນຈີນ ຕໍ່ຄວາມປີຊາສາມາດ ແລະ ຜົນງານອັນໂດດເດັ່ນຂອງສະຫາຍທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດສ້າງສາປະເທດຊາດ ເດີນຕາມທິດສັງຄົມນິຍົມຕາມສີສັນພິເສດຂອງຈີນ​.

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກ​​ແໜ້ນວ່າ, ລັດຖະບານ ສປ ຈີນໂດຍມີສະຫາຍເປັນນາຍົກລັດຖະມົນຕີຈະສືບຕໍ່ນຳພາລັດຖະບານ ແລະ ປະຊາຊົນຈີນ ຍາດໄດ້ໄຊຊະນະ ແລະ ຜົນສຳເລັດອັນໃຫຍ່ຫຼວງ ໃນການບັນລຸທຸກພາລະກິດ ຂອງພັກ-ລັດຢ່າງຮອບດ້ານ ແລະ ເຮັດໃຫ້ ສປ ຈີນ ນັບມື້ນັບມີບົດບາດພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ. ປະກອບສ່ວນເຂົ້າ​​ໃນພາລະກິດເສີມສ້າງສັນຕິພາບ, ສະຖຽນລະພາບແລະ ສົ່ງເສີມການຮ່ວມມືເພື່ອການພັດທະນາໃນພາກພື້ນ​ ແລໃນໂລກ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອແລຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ທີ່ມີປະສິດທິຜົນ ລະຫວ່າງ ສປປ ລາວ ​​ແລະ ສປ ຈີນ ກໍຄືລະຫວ່າງ ປະຊາຊົນສອງຊາດພວກເຮົາ ຈົ່ງໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໄປ. ​

ຂໍອວຍພອນໃຫ້ສະຫາຍຈົ່ງມີສຸຂະພາບເຂັ້ມ​​ແຂງແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫຼວງ​​ໃນພາລະກິດອັນສູງສົ່ງຂອງສະຫາຍ.

 

 

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ, ວັນທີ 18 ມີນາ 2018

-----------------------------------------------------------------------

 

ເຖິງ:

 

ສະຫາຍ ຫວາງ ອີ້, ທີ່ປຶກສາແຫ່ງລັດ,

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

ທີ່ນະຄອນຫຼວງປັກກິ່ງ

       ສະຫາຍທີ່ຮັກແພງ,

 

​​ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນທີ່ປຶກສາແຫ່ງລັດ ແລະ ສືບຕໍ່ດຳລົງຕຳແໜ່ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ອີກວາລະໜຶ່ງ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍຢ່າງຈິງໃຈມາຍັງສະຫາຍ.

ການທີ່ສະຫາຍ​ ​ໄດ້ຮັບການແຕ່ງຕັ້ງ​​ໃຫ້ດຳລົງຕຳແໜງທີ່ມີຄວາມສຳຄັນໃນຄວາມຮັບຜິດຊອບສູງນີ້ເປັນການສແດງເຖິງຄວາມໄວເນື້ອເຊື່ອໃຈແລະການຕີລາຄາສູງຂອງພັກ, ລັດຖະບານແລະ ປະຊາຊົນຈີນຕໍ່ບົດບາດແລະ ການປະກອບສ່ວນອັນສຳຄັນຂອງສະຫາຍເຂົ້າໃນພາລະກິດສ້າງສາພັດທະນາປະເທດຈີນເພື່ອເຮັດໃຫ້ສປຈີນກາຍເປັນປະເທດສັງຄົມນິຍົມທີ່ທັນສະໄໝແລະ ມັ່ງຄັ່ງ​​ເຂັ້ມແຂງ, ມີບົດບາດນັບມື້ນັບສູງເດັ່ນຂື້ນໃນເວທີພາກພື້ນແລະ ສາກົນ.

ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ຈະສືບຕໍ່ຮ່ວມກັບສະຫາຍເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອແລະ ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ສປປ ລາວແລະ ສປຈີນ​, ໂດຍສະເພາະແມ່ນການຮ່ວມມືທີ່ມີປະສິດທິຜົນ ລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ຈີນ ແລະ ເພື່ອສັນຕິພາບແລການພັດທະນາຂອງພາກພື້ນ ແລະ ສາກົນ.

ຂໍອວຍພອນ​​ໃຫ້ສະຫາຍຈົ່ງມີສຸຂະພາບເຂັ້ມແຂງແລະປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າ​​ເກົ່າໃນພາລະກິດອັນສູງສົ່ງຂອງສະຫາຍ.

 

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ, ວັນທີ 19 ມີນາ 2018

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486590
ມື້ນີ້144
ມື້ວານ142
ອາທິດນີ້252
ເດືອນນີ້5895