ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງໃໝ່ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ

 

ພະນະທ່ານ ໂຈເຊ ມາເຣຍ ວາສະກົງແຊລອດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ

ທີ່ ດີລີ

ພະນະທ່ານ,

ໃນນາມລັດຖະບານ ແລະປະຊາຊົນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະ​ເຈົ້າ ມີຄວາມຍິນດີ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ປະສົບການອັນສູງສົ່ງ ຂອງພະນະທ່ານ, ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ຈະໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າ ແລະ ວັດທະນາຖາວອນຍິ່ງໆຂຶ້ນ. ຂ້າພະເຈົ້າ ຫວັງວ່າຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ຕີມໍ-ເລສເຕ ໃຫ້ຂະຫຍາຍຕົວ ເພື່ອຜົນປະໂຫຍລວມຂອງປະຊາຊົນ ສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ ພາຍໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດໃຫ້ ພະນະທ່ານ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

ດ້ວຍຄວາມນັບຖືຢ່າງສູງ

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487816
ມື້ນີ້62
ມື້ວານ194
ອາທິດນີ້178
ເດືອນນີ້1209