ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນຊາດ ແຫ່ງ ສາທາລະນະລັດ ຝຣັ່ງ


 

ນະຄອນຫຼວງວຽງຈັນ, ວັນທີ 13ກໍລະກົດ 2018

ພະນະທ່ານເອັມມານູແອນມາຄຣົງ

ປະທານາທິບໍດີແຫ່ງສາທາລະນະລັດຝຣັ່ງ

ທີ່ປາຣີ

ພະນະທ່ານ,

ເນື່ອງໃນໂອກາດວັນຊາດແຫ່ງສາທາລະນະລັດຝຣັ່ງ, ໃນນາມປະຊາຊົນລາວແລະໃນນາມສ່ວນຕົວ,ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງພະນະທ່ານແລະປະຊາຊົນຝຣັ່ງ      ທຸກຖ້ວນໜ້າຈົ່ງມີແຕ່ຄວາມຜາສຸກ, ມີຜົນສຳເລັດແລະວັດທະນະຖາວອນ.

ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນມິດຕະພາບແລະຮ່ວມມືລະຫວ່າງ   ສອງປະເທດລາວ-ຝຣັ່ງມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆແລະ ຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນແລະຊ່ວຍເຫຼືອອັນລ້ຳຄ່າ ຂອງປະເທດຝຣັ່ງ, ໂດຍສະເພາະ ພາຍໃນຂອບການຮ່ວມມືສອງຝ່າຍແລະ ອົງການບັນດາປະເທດທີ່ໃຊ້ພາສາຝຣັ່ງ(ຝຣັ່ງໂກໂຟນີ) ກໍຄືສະຫະພາບເອີຣົບ,​ ອັນເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປລາວ ເພື່ອໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020.

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າສາຍພົວພັນມິດຕະພາບແລະການຮ່ວມມືດັ່ງກ່າວຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ,ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບໂລກ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນຂົງເຂດພາກພື້ນ ແລະ ໃນທົ່ວໂລກ.

           ດ້ວຍຄວາມນັບຖືຢ່າງສູງ,

                   ບຸນຍັງວໍລະຈິດ

                  ປະທານປະເທດ

                ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ


 

ນະຄອນຫຼວງວຽງຈັນ, ວັນທີ 13ກໍລະກົດ 2018

ພະທ່ານເອດູອາກຟີລິບ

ນາຍົກລັດຖະມົນຕີແຫ່ງສາທາລະນະລັດຣັ່ງ

ທີ່ປາຣີ

ພະນະທ່ານ,

ເນື່ອງໃນໂອກາດວັນຊາດແຫ່ງສາທາລະນະລັດຣັ່ງ, ໃນນາມລັດຖະບານແຫ່ງສາທາລະນະລັດ       ປະຊາທິປະໄຕຊາຊົນລາວແລະໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຊື່ນຊົມເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງພະນະທ່ານແລະຄະນະລັດຖະບານຣັ່ງທຸກຖ້ວນໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າສາຍພົວພັນມິດຕະພາບແລະການຮ່ວມມືອັນເປັນມູນເຊື້ອ     ລະຫວ່າງລາວແລະສາທາລະນະລັດ ຣັ່ງຈະໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ແຂງແລະແຕກດອກ ອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດຂອງປະຊາຊົນສອຊາດວກເຮົາ, ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພຶ້ນ ແລະ ໃນໂລກ.

             ດ້ວຍຄວາມນັບຖືຢ່າງສູງ

                   ທອງລຸນສີສຸລິດ

             ນາຍົກລັດຖະມົນຕີແຫ່ງ

                                                                 ສາທາລະນະລັດປະຊາທິປະໄຕປະຊາຊົນລາວ


 

ນະຄອນຫຼວງວຽງຈັນ, ວັນທີ 13ກໍລະກົດ 2018

ພະນະທ່ານຊັງອີວວ໌ເລີດຣຽງ,

ລັດຖະມົນຕີ​​ກິດຈະການເອີຣົບແລະການຕ່າງປະເທດ

ແຫ່ງສາທາລະນະລັດຣັ່ງ

ທີ່ປາຣີ

ພະນະທ່ານ,

ເນື່ອງໃນໂອກາດວັນຊາດແຫ່ງສາທາລະນະລັດຣັ່ງ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍຢ່າງຈິງໃຈແລະອວຍພອນ​​ ໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ,ມີຄວາມຜາສຸກແລະປະສົບຜົນສຳເລັດທຸກປະການໃນການປະຕິບັດໜ້າທີ່ອັນສູງສົ່ງຂອງຕົນ.

ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄວາມພະຍາຍາມຮ່ວມກັນເພີ່ມຂຶ້ນ ສາຍພົວພັນມິດຕະພາບແລະການຮ່ວມມືອັນດີ, ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ,ລະຫວ່າງສອງປະເທດກໍ່ຄືສອງກະຊວງການຕ່າງປະເທດພວກເຮົາຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງແລະມີປະສິດທິຜົນຍິ່ງໆຂຶ້ໃນອະນາຄົດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ, ກໍຄືເພື່ອສັນຕິພາບ, ສະຖຽນລະພາບແລະກາຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນແລະໃນໂລກ.

ດ້ວຍຄວາມນັບຖືຢ່າງສູງ,

ສະເຫຼີມໄຊກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ

                               ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ


 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486600
ມື້ນີ້154
ມື້ວານ142
ອາທິດນີ້262
ເດືອນນີ້5905