ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດລາວ-ບຣູໄນ ຄົບຮອບ 25 ປີ ຈາກການນໍາ ບຣູໄນ ສົ່ງເຖິງ ການນໍາ ສປປ ລາວ


ວັນທີ 27 ກໍລະກົດ 2018

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດ ຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ບຣູໄນ ດາຣູຊາລາມ ແລະ ສປປ ລາວ.

ບຣູໄນ ດາຣູຊາລາມ ແລະ ສປປ ລາວ ໄດ້ສືບຕໍ່ມີສາຍພົວພັນອັນອົບອຸ່ນ ແລະ ການຮ່ວມມືອັນໃກ້ຊິດນຳກັນ ເຊິ່ງສະແດງອອກໃນການໄປມາຫາສູ່ຢ່າງເປັນປົກກະຕິ ຂອງປະຊາຊົນສອງຊາດ ຂອງພວກເຮົາ. ຂີດໝາຍແຫ່ງຜົນສຳ ເລັດທີ່ສຳຄັນນີ້ ໄດ້ຮັບການເສີມຂະຫຍາຍ ໂດຍຜ່ານການຮ່ວມມືໃນຂະແໜງການສຶກສາ, ວັດທະນະທຳ, ຊາວໜຸ່ມ ແລະ ກິລາ. ໃນຖານະເປັນເພື່ອນມິດທີ່ສຳຄັນ ໃນພາກພື້ນ ບຣູໄນ ດາຣູຊາລາມ ຈະສືບຕໍ່ສົ່ງເສີມສາຍພົວພັນທີ່ສຳຄັນດັ່ງກ່າວ ໃຫ້ຂະຫຍາຍຕົວເພີ້ມຂຶ້ນ ເພື່ອນຳເອົາຜົນປະໂຫຍດຊຶ່ງກັນ ແລະ ກັນ ມາສູ່ປະຊາຊົນ ແລະ ປະເທດຊາດ ຂອງພວກເຮົາ.

ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມສຸກຕະຫຼອດໄປ.

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ

ແຫ່ງ ບຣູໄນ ດາຣູຊາລາມ

 


 

 

ວັນທີ 27 ກໍລະກົດ 2018

 

ພະນະທ່ານ

 

ປອ. ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ,

 

ຂ້າພະເຈົ້າ ມີຄວາມຮູ້ສຶກ ປິຕິຍິນດີ ສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງພະນະທ່ານ, ລັດຖະບານ ແລະ ປະ ຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໃນໂອກາດຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ຂອງພວກເຮົາ.

 

ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານ ຂອງພວກເຮົາ ໄດ້ສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນືື່ອງ ໃນຊຸມປີຜ່ານມາ ໂດຍຜ່ານການແລກປ່ຽນການຮ່ວມມືອັນຫ້າວຫັນ ໃນດ້ານການສຶກສາ, ວັດທະນະທຳ, ຊາວໜຸ່ມ ແລະ ກິລາ. ການໄປມາຫາສູ່ກັນ ລະຫວ່າງປະຊາຊົນເຫຼົ່ານີ້ ໄດ້ຢ້ຳຄືນເຖິງຄວາມໝາຍໝັ້ນ ໃນການເສີມສ້າງສາຍພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ໃຫ້ເລີກເຊິ່ງຍິ່ງໆຂຶ້ນ. ຂ້າພະເຈົ້າ ຫວັງວ່າຈະໄດ້ພັດທະນາ ສາຍພົວພັນສອງຝ່າຍທີ່ມີສຳຄັນ ແລະ ການເປັນຄຸ່ຮ່ວມມືໃນພາກພື້ນ ແລະ ສາກົນ ຈະໄດ້ຮັບການຜັນຂະຫຍາຍໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຊຶ່ງກັນ ແລະ ກັນ ມາສູ່ປະຊາຊົນ ແລະ ປະເທດຊາດ ຂອງພວກເຮົາ.

 

ຂໍອວຍພອນໃຫ້ແກ່ພະນະທ່ານ ຈົ່ງປະສົບຜົນສຳເລັດ ແລະ ມີສຸຂະພາບເຂັ້ມແຂງຕະຫຼອດໄປ.

 

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ

 

ແຫ່ງ ບຣູໄນ ດາຣູຊາລາມ

 


 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487920
ມື້ນີ້30
ມື້ວານ136
ອາທິດນີ້282
ເດືອນນີ້1313