ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມເຫັນໃຈຈາກ ການນໍາ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ສົ່ງເຖິງ ການນໍາ ແຫ່ງ ສປປ ລາວ ຕໍ່ເຫດການອຸທົກກະໄພຢູ່ແຂວງອັດຕະປື


ສົມ​ເດັດ ອັກຄະມະຫາ​ເສນາ​ບໍດີ ເຕ​ໂຈ ຮຸນ ​ແຊນ

ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາຈັກ ​ກຳປູ​ເຈຍ

                                       ​             ພະນົມ​ເປັນ, ວັນ​ທີ 26 ກໍລະກົດ 2018

ພະນະ​ທ່ານ ປອ. ທອງລຸນ ສີສຸລິດ

ນາຍົກ​ລັດຖະມົນຕີ

​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

ນະຄອນຫຼວງ​ວຽງ​ຈັນ

 

ພະນະ​ທ່ານ,
​​        ຂ້າພະເຈົ້າ ຂໍຮູ້ສຶກເສຍໃຈຢ່າງເລິກເຊິ່ງຕໍ່ກັບອຸບັດຕິເຫດ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຢູ່ແຂວງອັດຕະປື, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນວັນທີ 23 ກໍລະກົດ 2018, ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດເປັນຈໍານວນຫຼາຍ, ປະຊາຊົນຫຼາຍພັນຄົນສູນຫາຍ ແລະ ອີກຫຼາຍພັນຄົນບໍ່ມີທີ່ຢູ່ອາໃສ.
ໃນນາມລັດຖະບານ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ປະຊາຊົນກໍາປູເຈຍ, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ກໍຄືຄອບຄົວຜູ້ໄດ້ຮັບຜົນກະທົບ ແລະ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງຕໍ່ການສູນເສຍຄັ້ງໃຫຍ່ໃນເຫດການທີ່ບໍ່ຄາດຝັນ.
ດ້ວຍ​ຄວາມເຄົາລົບ ແລະ​ ນັບ​ຖື​ຢ່າງ​ສູງ,
               
            

(ລາຍ​ເຊັນ)

ຮຸນ ​ແຊນ

 


 

ຮອງນາຍົກລັດຖະມົນຕີ                   

ພະນົມເປັນ, 25 ກໍລະກົດ 2018

ພະນະທ່ານ ສອນໄຊ ສີພັນດອນ

ຮອງນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ

 

ພະນະທ່ານ,

        ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າສະຫຼົດໃຈ ຕໍ່ເຫດການອຸບັດຕິເຫດໂຄງການກໍ່ສ້າງເຂື່ອນ ຢູ່ ແຂວງອັດຕະປື, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຕອນແລງວັນຈັນ ວັນທີ 23 ກໍລະກົດ 2018, ອັນເປັນເຫດເຮັດໃຫ້ມີຜູ້ຫາຍສາບສູນຫຼາຍຮ້ອຍຄົນ, ເສຍຊີວິດຈໍານວນຫຼາຍ ແລະ ປະຊາຊົນບໍ່ມີທີ່ຢູ່ອາໃສເປັນຈໍານວນຫຼາຍພັນຄົນ.

        ທ່າມກາງຄວາມໂສກເສົ້າຂອງ ປະຊາຊົນລາວ, ໃນນາມລັດຖະບານ ແລະ ປາຊາຊົນ ແຫ່ງ ຣາຊະອານາຈັກກໍາປູເຈຍ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ຄວາມເສົ້າສະຫຼົດໃຈມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງລັດຖະບານ ແຫ່ງ ສປປ ລາວ ກໍຄືຄອບຄົວຜູ້ໄດ້ຮັບຜົນກະທົບຕໍ່ກັບເຫດການໃນຄັ້ງນີ້.

        ດ້ວຍຄວາມນັບຖືເປັນຢ່າງສູງ

(ລົງລາຍເຊັນ)

ຮໍ ນໍາຮົງ


 

ລັດຖະມົນຕີອາວຸໂສ

ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ

​ແລະ ​​ຮ່ວມ​ມື​ສາກົນ

                                                   ພະນົມ​ເປັນ, ວັນ​ທີ 26 ກໍລະກົດ 2018

   ພະນະ​ທ່ານ ສະເຫຼີມໄຊ ກົມມະສິດ

     ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ

​                                                      ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

   ນະຄອນຫຼວງ​ວຽງ​ຈັນ

 

ພະນະ​ທ່ານ, ​​ລັດຖະມົນຕີ ແລະ ສະຫາຍທີ່​ຮັກ​ແພງ

          ​ຂ້າພະເຈົ້າ ຮູ້ສຶກເສົ້າເສຍໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການເສຍຊີວິດຂອງປະຊາຊົນຈໍານວນຫຼາຍ, ອີກຫຼາຍຮ້ອຍຄົນສູນຫາຍ, ຫຼາຍພັນຄົນບໍ່ມີທີ່ຢູ່ອາໃສ ຊຶ່ງໄດ້ສ້າງຄວາມເສຍຫາຍເປັນວົງກວ້າງ ເນື່ອງຈາກອຸບັດຕິເຫດ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຢູ່ແຂວງອັດຕະປື, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນວັນທີ 23 ກໍລະກົດ 2018.

          ໃນຊ່ວງໄລຍະເວລາທີ່ຫຍຸ້ງຍາກນີ້, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈເປັນຢ່າງຍິ່ງມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງປະຊາຊົນ ແຫ່ງ ສປປ ລາວ,ໂດຍສະເພາະ ຄອບຄົວຜູ້ໄດ້ຮັບຜົນກະທົບ ແລະ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງຕໍ່ການສູນເສຍໃນຄັ້ງນີ້.

          ດ້ວຍຄວາມເຄົາລົບ ແລະ ​ນັບ​ຖື​​ຢ່າງ​ສູງ,

( ລາຍ​ເຊັນ )

ປຣາກ ໂຊຄົນ


 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488018
ມື້ນີ້128
ມື້ວານ136
ອາທິດນີ້380
ເດືອນນີ້1411