ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຫດການອຸປະຕິເຫດລົດໂດຍສານ ເສຍຫຼັກຕົກເຫວ ທີ່ ແຂວງຫຼວງພະບາງ

 

ນະຄອນຫຼວງວຽງຈັນ, ວັນທີ 20 ສິງຫາ 2019

ສະຫາຍ ຫລີ ເຄີສຽງ ທີ່ນັບຖື,

          ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ເຫດການອຸບັດຕິເຫດລົດໂດຍສານ ເສຍຫຼັກຕົກເຫວ ຢູ່ ແຂວງຫຼວງພະບາງ ສປປ ລາວ ໃນຕອນແລງຂອງວັນທີ 19 ສິງຫາ 2019 ນີ້, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ມີຜູ້ໄດ້ຮັບບາດເຈັບ ຊຶ່ງໃນນັ້ນມີນັກທ່ອງທ່ຽວຈາກ ສປ ຈີນ ເປັນຈໍານວນຫຼາຍ. ເຈົ້າໜ້າທີ່ກ່ຽວຂ້ອງທຸກພາກສ່ວນ ກໍາລັງຊ່ວຍກອບກູ້ ແລະ ຊ່ວຍເຫຼືອຜູ້ບາດເຈັບ ພ້ອມທັງ ດໍາເນີນການສອບສວນຫາສາເຫດ ຂອງ ອຸບັດຕິເຫດ ດ້ວຍຄວາມເອົາໃຈໃສ່.

        ໃນນາມ ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ການສູນເສຍຄັ້ງນີ້ ໂດຍສະເພາະຕໍ່ຄອບຄົວຜູ້ປະສົບເຄາະຮ້າຍໃນເຫດການດັ່ງກ່າວ. ຂ້າພະເຈົ້າໄດ້ຊີ້ນໍາຢ່າງໃກ້ຊິດ ເພື່ອໃຫ້ພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ຊ່ວຍກອບກູ້ເອົາຜູ້ເສຍຊີວິດ ແລະ ຊ່ວຍເຫຼືອຜູ້ໄດ້ຮັບບາດເຈັບທັງໝົດໃຫ້ປອດໄພ ເພື່ອສາມາດກັບຄືນ ສປ ຈີນ ໃນເວລາອັນໃກ້ນີ້.

ດ້ວຍຄວາມນັບຖືຢ່າງສູງ,

                                      

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ສະຫາຍ ຫລີ ເຄີສຽງ, ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາຊົນຈີນ

ທີ່ ນະຄອນຫຼວງປັກກິ່ງ

------------------------------------------------------------------------

 

ສະຫາຍ ຫວັງ ອີ້,

ທີ່ປຶກສາແຫ່ງລັດ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາຊົນຈີນ.                             

 

ສະຫາຍ ຫວັງ ອີ້ ທີ່ນັບຖື,

 

            ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈເປັນຢ່າງຍິ່ງຕໍ່ເຫດການ ອຸບັດຕິເຫດລົດໂດຍສານຕົກເຫວ ຢູ່ ບ້ານນາເມືອງ, ເມືອງນານ, ແຂວງຫລວງພະບາງ ໃນຕອນແລງຂອງວັນທີ 19 ສິງຫາ 2019 ເຊິ່ງເຮັດໃຫ້ນັກທ່ອງທ່ຽວຈາກ ສປ ຈີນ ເສຍຊີວິດ ແລະ ໄດ້ຮັບບາດເຈັບຈໍານວນຫລາຍ.

          ຂ້າພະເຈົ້າ ໃນນາມສ່ວນຕົວ ກໍຄືການນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຂໍສະແດງຄວາມເສຍໃຈເປັນຢ່າງສຸດຊຶ້ງຕໍ່ເຫດການທີ່ເກີດຂຶ້ນ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງລັດຖະ ບານ ແລະ ປະຊາຊົນຈີນ ໂດຍສະເພາະຕໍ່ຄອບຄົວຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບໃນຄັ້ງນີ້. ກະຊວງການຕ່າງປະເທດຂອງພວກຂ້າພະເຈົ້າ ໄດ້ເອົາໃຈໃສ່ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ໃນການໃຫ້ການຊ່ວຍເຫລືອ ແລະ ກອບກູ້ຜູ້ຖືກເຄາະຮ້າຍຢ່າງເຕັມທີ່ ລວມທັງອຳນວຍຄວາມສະດວກຕ່າງໆແກ່ຄອບຄົວຂອງຜູ້ຖືກເຄາະຮ້າຍໃນຄັ້ງນີ້.

 

ດ້ວຍຄວາມນັບຖືຢ່າງສູງ,

 

 

ສະເຫລີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 22 ສິງຫາ 2019

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486035
ມື້ນີ້166
ມື້ວານ168
ອາທິດນີ້1071
ເດືອນນີ້5340