ເຖິງ: - ສະຫາຍ ຫງວຽນ ຝູ້ ຈ໋ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ,
ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.
- ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.
- ສະຫາຍ ນາງ ຫງວຽນ ທິ ກີມ ເງິນ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ
ຫວຽດນາມ.
ທີ່ນະຄອນຫຼວງຮ່າໂນ້ຍ.
ບັນດາສະຫາຍທີ່ຮັກແພງ,
ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 74 ປີ (2/9/1945-2/9/2019),ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດມາຍັງ ບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ.
ພວກຂ້າພະເຈົ້າ ຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 74 ປີທີ່ຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ, ປະຊາຊົນຫວຽດນາມອ້າຍນ້ອງໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການໃນພາລະກິດແຫ່ງການຕໍ່ສູ້ອັນເດັດດ່ຽວເພື່ອທ້ອນໂຮມປະເທດຊາດເປັນເອກະພາບ ໃນຕະຫຼອດໄລຍະຫຼາຍທົດສະວັດຜ່ານມາ ແລະ ສາມາດຍາດໄດ້ຜົນສຳເລັດທີ່ໃຫຍ່ຫຼວງ, ສໍາຄັນຮອບດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ. ພິເສດ ແມ່ນໄລຍະ 30 ກວ່າປີ ແຫ່ງການດຳເນີນ ພາລະກິດປ່ຽນແປງໃໝ່, ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບດ້ານການເມືອງທີ່ໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະສູງຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງທີ່ດີຂຶ້ນ, ຊື່ສຽງອິດທິພົນ ແລະ ຖານະບົດບາດ ຂອງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ນັບມື້ນັບໄດ້ຮັບການເຊີດຊູສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັບສົນ, ວ່ອງໄວ ແຕ່ຕະຫລອດໄລຍະຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໂດຍບັນດາການນຳຫຼາຍຮຸ່ນຂອງສອງຊາດພວກເຮົາ ແລະ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ຮັບການປົກປັກຮັກສາ, ເພີ່ມພູນຄູນສ້າງ ດ້ວຍຢາດເຫື່ອ ແລະ ເລືອດເນື້ອ ຂອງບັນດານັກຮົບປະຕິວັດຂອງສອງປະເທດຈົນນັບບໍ່ຖ້ວນ ເຊິ່ງສາຍພົວພັນນັ້ນໄດ້ ກາຍເປັນມູນມໍລະດົກລວມອັນລໍ່້າຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ, ທັງເປັນໜຶ່ງໃນປັດໃຈຕັດສິນໄຊຊະນະຂອງພາລະກິດປະຕິວັດຂອງແຕ່ລະປະເທດ.
ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ພາລະກິດປະຕິວັດຂອງ ປະຊາຊົນລາວ ພວກຂ້າພະເຈົ້າ ຕະຫຼອດມາ ທັງໃນໄລຍະຕໍ່ສູ້ກູ້ຊາດເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ກໍ່ຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ.
ພວກຂ້າພະເຈົ້າຂໍຢືນຢັນວ່າ ເຖິງແມ່ນວ່າສະພາບການພາກພື້ນ ແລະ ສາກົນຈະມີການປ່ຽນແປງຢ່າງສັບສົນປານໃດກໍ່ຕາມ, ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມກັບບັນດາສະຫາຍ ໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະນົງແກ່ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອພ້ອມກັນນຳເອົາປະເທດຊາດຂອງພວກເຮົາກ້າວຂຶ້ນຢ່າງໜັກແໜ້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ພາລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນໃນການສືບຕໍ່ນຳພາປະເທດຊາດຫວຽດນາມ ກ້າວຂຶ້ນຢ່າງໜັກແໜ້ນ ເພື່ອຫັນປະເທດ ເປັນປະເທດອຸດສາຫະກຳຕາມທິດທັດສະໄໝ, ບັນລຸເປົາໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ ຍຸດຕິທຳ ແລະ ສີວິໄລ, ປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ໃຫ້ປະກົດເປັນຈິງ, ກ້າວໄປສູ່ການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃນຕໍ່ໜ້າ.
ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ.
ນະຄອນຫຼວງວຽງຈັນ, ວັນທີ 30 ສິງຫາ2019
ບຸນຍັງ ວໍລະຈິດ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ປານີ ຢາທໍ່ຕູ້
ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ເຖິງ: ສະຫາຍ ຟາມ ບິ່ງ ມິງ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມັນຕີ
ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ທີ່ ນະຄອນຫຼວງຮ່າໂນ້ຍ.
ສະຫາຍລັດຖະມົນຕີທີ່ຮັກແພງ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 74 ປີ (2/9/1945-2/9/2019), ຕາງໜ້າຄະນະນໍາ, ພະນັກງານ ແລະ ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີຮັກແພງ ອັນສະໜິດສະໜົມຖານສະຫາຍອ້າຍນ້ອງມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງຄະນະນໍາ, ພະນັກງານ ແລະ ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທຸກຖ້ວນໜ້າ.
ພວກຂ້າພະເຈົ້າ, ຮູ້ສຶກປິຕິຍິນດີ ແລະ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງທາງດ້ານການຕ່າງປະເທດ ທີ່ ສສ ຫວຽດນາມຍາດມາໄດ້ໃນຕະຫຼອດໄລຍະທີ່ຜ່ານມາ, ອັນເປັນການປະກອບສ່ວນສໍາຄັນເຂົ້າໃນການເຊີດຊູຖານະບົດບາດ, ອິດທິພົນ ແລະ ຊື່ສຽງ ຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃຫ້ສູງເດັ່ນຂື້ນ ໃນເວທີພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ
- ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ຕໍ່ສາຍພົວພັນຮ່ວມມືທີ່ນັບມື້ມີຄວາມສະໜິດສະແໜ້ນ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ ລະຫວ່າງສອງກະຊວງການຕ່າງປະເທດພວກເຮົາ ໃນໄລຍະຜ່ານມາ ແລະ ຂໍຢືນຢັນຄວາມຕັດສິນໃຈຂອງຄະນະນໍາ, ພະນັກງານ ແລະ ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງສະໜິດແໜ້ນຮ່ວມກັບ ຄະນະນໍາ, ພະນັກງານ ແລະ ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາໃຫ້ຈະເລີນງອກງາມ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງສອງປະເທດ ລາວ-ຫວຽດນາມ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ໃນຄອບຄົວອາຊຽນ ກໍ່ຄືເວທີພາກພື້ນ ແລະ ໃນໂລກ.
ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນຢ່າງຈິງໃຈ ໃຫ້ບັນດາສະຫາຍຈົ່ງສືບຕໍ່ຍາດໄດ້ ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນວຽກງານການຕ່າງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ບັນລຸຄາດໝາຍການສ້າງປະເທດໃຫ້ກາຍເປັນປະເທດອຸດສາຫະກໍາຕາມທິດທັນສະໄໝໃຫ້ສໍາເລັດໂດຍພື້ນຖານໃນປີ 2020 ເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ສາຍພົວພັນຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ຈົ່ງໝັ້ນຄົງຂະນົງແກ່ນຕະຫຼອດກາລະນານ.
ອວຍພອນໃຫ້ສະຫາຍ ລັດຖະມົນຕີ ຈົ່ງມີພາລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານອັນສູງສົ່ງຂອງຕົນ.
ນະຄອນຫຼວງວຽງຈັນ, ວັນທີ 30 ສິງຫາ 2019
ສະເຫຼີມໄຊ ກົມມະສິດ
ກໍາມະການສູນກາງພັກ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
.