ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນສ້າງຕັ້ງສາຍພົວພັນການທູດ ລາວ-ມຽນມາ ຄົບຮອບ 65 ປີ ຈາກບັນດາການນຳ ແຫ່ງ ສສ.ມຽນມາ ສົ່ງເຖິງບັນດາການນຳ ແຫ່ງ ສປປ ລາວ

 

ວັນ​ທີ 01 ກໍ​ລະ​ກົດ 2020

 

ພະ​ນະ​ທ່ານ,

 

ປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຮ່ວມກັບ ຂ້າພະເຈົ້າ ຂໍສົ່ງຄຳອວຍພອນ ແລະ ຊົມ ເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ປະຊາຊົນ ແຫ່ງ ສປປ ລາວ ເນື່ອງ​ໃນ​ໂອ​ກາດ​ອັນ​ສະ​ຫງ່າ​ລາ​ສີ ຄົບ​ຮອບ 65 ປີ ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ ລ​ະ​ຫວ່າງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ແລະ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ.

 

ຕະຫຼອດໄລຍະ 65 ປີ ທີ່ຜ່ານມາ, ມຽນມາ ແລະ ສປປ ລາວ ໄດ້ມີສາຍພົວພັນມິດຕະພາບ ບົນພື້ນຖານ ຄວາມເປັນເພື່ອນບ້ານທີ່ດີ ແລະ ອີງໃສ່ 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ ແລະ ໄດ້ຮ່ວມມືກັນໃນຫຼາຍ ຂົງເຂດວຽກງານ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າ ມີຄວາມພາກພູມໃຈເປັນ ຢ່າງຍິ່ງ ທີ່ພວກເຮົາກຳລັງເຫັນການເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງທາງດ້ານສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນດ້ານຕ່າງໆ, ລວມທັງການຄ້າ, ການທ່ອງທ່ຽວ, ວັດທະນະທຳ, ການເຊື່ອມຈອດ ແລະ ສິ່ງທີ່ສຳ ຄັນທີ່ສຸດແມ່ນ ການໄປມາຫາສູ່ເຊິ່ງກັນ ແລະ ກັນ ຂອງປະຊາຊົນ ໃນໄລຍະຊຸມປີຜ່ານມາ. ຂ້າພະເຈົ້າ ຍັງມີຄວາມພາກ ພູມໃຈໃນຄວາມເປັນປຶກແຜ່ນຂອງອາຊຽນ, ມຽນມາ ແລະ ສປປ ລາວ ກຳລັງຮ່ວມມືກັນໃນຫຼາຍຂອບການຮ່ວມມືໃນ ອະນຸພາກພື້ນຕ່າງໆ ເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນຂອງພວກເຮົາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຍາມຈຳເປັນ. ເນື່ອງໃນໂອກາດອັນພິເສດນີ້, ຂ້າພະເຈົ້າ ຂໍຢືນຢັນອີກເທື່ອໜຶ່ງວ່າ ພວກເຮົາກຽມພ້ອມທີ່ ຈະເຮັດວຽກຮ່ວມກັນ ເພື່ອຍົກລະດັບມິດຕະພາບ ແລະ ການເປັນຄູ່ຮ່ວມມື ຂອງພວກເຮົາ ໃຫ້ສູງຂຶ້ນໃນລະດັບໃໝ່ ໃນຊຸມປີຕໍ່ໜ້າ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຊົມເຊີຍການນຳ ແຫ່ງ ສປປ ລາວ ຕໍ່ຜົນສຳເລັດໃນການຄວບຄຸມ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຢ່າງຜົນສໍາເລັດໃນຂອບເຂດທົ່ວປະເທດລາວ.

 

ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດ ແລະ ຂໍໃຫ້ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

 

ດ້ວຍ​ຄວາມ​ນັບ​ຖື,

 

(ລາຍເຊັນ)

 

ວິນ ໝິນ

 

ພະ​ນະ​ທ່ານ ບຸນຍັງ ວໍລະຈິດ

 

ປະ​ທານ​ປະ​ເທດ

 

ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

 

ນະ​ຄອນ​ຫຼວງວຽງ​ຈັນ.

 


 

ວັນ​ທີ 01 ກໍ​ລະ​ກົດ 2020

 

ພະ​ນະ​ທ່ານ,

 

ຂ້າ​ພະ​ເຈົ້າ ມີ​ຄວາມ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ ຂໍສົ່ງ​ຄຳ​ຊົມ​ເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງ​ໃນ​ໂອ​ກາດອັນສະຫງ່າລາສີ ຄົບ​ຮອບ 65 ປີ ແຫ່ງ ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ ລະ​ຫວ່າງ ສາທາລະນະລັດ ສະຫະພາບ ມຽນ​ມາ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ມຽນມາ ຕີລາຄາສູງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດກັບ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງແຮງກ້າວ່າ ຄົບຮອບ 65 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດພວກເຮົາ ຈະເປັນໂອກາດອັນດີ ໃນການເພີ່ມທະວີການເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນ ການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດໃນປະຈຸບັນ ເພື່ອຜົນປະ ໂຫຍດຮ່ວມກັນ ຂອງສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງຄຳອວຍພອນອັນຈິງໃຈ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມ ຜາສຸກ ແລະ ປະສົບຜົນສໍາເລັດ ແລະ ຂໍໃຫ້ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຕະຫຼອດໄປ.

 

ດ້ວຍ​ຄວາມ​ນັບ​ຖື,

 

(ລາຍເຊັນ)

 

ໝິນ ສະເວ

 

ພະ​ນະ​ທ່ານ ພັນຄຳ ວິພາວັນ

 

ຮອງ​ປະ​ທານ​ປະ​ເທດ

 

ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

 

ນະ​ຄອນ​ຫຼວງວຽງ​ຈັນ.

 


 

 

 

ວັນ​ທີ 06 ກໍ​ລະ​ກົດ 2020

 

ພະ​ນະ​ທ່ານ,

 

ຂ້າ​ພະ​ເຈົ້າ ຂໍ​ສົ່ງ​ຄຳ​ຊົມ​ເຊີຍອັນ​ອົບ​ອຸ່ນມາ​ຍັງ​ ພະ​ນະ​ທ່ານ ເນື່ອງໃນໂອກາດພວກເຮົາ ສະເຫຼີມສະຫຼອງວັນ ສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ສະຫະພາບ ມຽນມາ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ນັບຕັ້ງແຕ່ພວກເຮົາ ສ້າງຕັ້ງສາຍພົວພັນການທູດເປັນຕົ້ນມາ, ພວກເຮົາ ໄດ້ຖະນຸຖະໜອມຮັກສາສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າ ຫວັງວ່າ ສາຍພົວພັນ ແລະ ການຮ່ວມມືອັນສະໜິດແໜ້ນ ຈະສືບຕໍ່ກ້າວໜ້າ ໃນຊຸມປີຕໍ່ໜ້າ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ ຂໍສະແດງຄຳອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ສືບຕໍ່ປະສົບຜົນສຳເລັດໃນຄວາມພະຍາຍາມຂອງພະນະທ່ານ ໃນອະນາຄົດ.

 

ດ້ວຍ​ຄວາມ​ນັບ​ຖື.

 

   (ລາຍເຊັນ)

 

ເຮັນຣີ ວັນ ທ່ຽວ

 

ພະ​ນະ​ທ່ານ ພັນຄຳ ວິພາວັນ,

 

ຮອງ​ປະ​ທານ​ປະ​ເທດ

 

ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

 

ນະ​ຄອນ​ຫຼວງວຽງ​ຈັນ.

 


 

 

ວັນ​ທີ 06 ກໍ​ລະ​ກົດ 2020

ພະ​ນະ​ທ່ານ,

ໃນ​ນາມ​ລັດ​ຖະ​ບານ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາແລະ ໃນນາມສ່ວນຕົວ, ຂ້າ​ພະ​ເຈົ້າ ຂໍສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ມາ​ຍັງ ພະ​ນະ​ທ່ານ ແລະ ​ລັດ​ຖະ​ບານ ແຫ່ງ ສປປ ລາວ ເນື່ອງໃນໂອກາດອັນພິເສດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ສະຫະພາບ ມຽນມາ ແລະ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ.

ມຽນມາ ແລະ ລາວ ບໍ່ພຽງແຕ່ເປັນເພື່ອນບ້ານທີ່ໃກ້ຊິດ ແລະ ສະໜິດສະໜົມເທົ່ານັ້ນ ແຕ່ຍັງເປັນສະມາຊິກ ຂອງຄອບຄົວອາຊຽນ ອີກດ້ວຍ ແລະ ມີຄວາມຜູກພັນ ແລະ ຄຸນຄ່າຄວາມເຊື່ອຫຼາຍຢ່າງຄ້າຍຄືກັນ. ຂ້າພະເຈົ້າ ເຊື່ອ ໝັ້ນວ່າ ບົນ​ພື້ນ​ຖານສາຍພົວພັນອັນມູນເຊື້ອຍາວນານດັ່ງກ່າວ ຈະເຮັດໃຫ້ສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ທີ່ກຳລັງຈະເລີນງອກງາມ ລະຫວ່າງ ສອງປະເທດພວກເຮົາ ສືບຕໍ່ເຕີບໃຫຍ່ເຂັ້ມແຂງ ແລະ ເຂົ້າສູ່ລວງເລິກຍິ່ງຂຶ້ນເປັນ ກ້າວໆ ໃນຊຸມປີຕໍ່ໜ້າ.

ຂ້າພະເຈົ້າ ເຊື່ອວ່າ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຂອງພວກເຮົາ ຈະເປັນການເປີດສັງ ກາດໃໝ່ຂອງສາຍພົວພັນສອງຝ່າຍ ແລະ ເປັນໂອກາດອັນຍິ່ງໃຫຍ່ໃຫ້ແກ່ພວກເຮົາ ເພື່ອເສີມຂະຫຍາຍຄວາມຕັ້ງໃຈ ຂອງ ພວກເຮົາ ໃນການເຮັດວຽກຮ່ວມກັນຢ່າງເຂັ້ມແຂງ ເພື່ອສົ່ງເສີມມິດຕະພາບ ແລະ ການຮ່ວມມື ຂອງພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ ໂດຍສະເພາະ ອາຊຽນ ແລະ ສະຫະປະຊາ ຊາດ.ພວກຂ້າພະເຈົ້າ ມີຄວາມຫວັງວ່າ ຈະຮ່ວມສົ່ງເສີມການຮ່ວມມືບໍ່ພຽງແຕ່ ລະຫວ່າງ ລັດຖະບານ ກັບ ລັດຖະບານໃຫ້ເຂັ້ມແຂງເທົ່ານັ້ນ ແຕ່ຍັງຈະສົ່ງເສີມການພົວພັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ອີກດ້ວຍ ເພື່ອເຮັດໃຫ້ມິດຕະພາບ ລະຫວ່າງ ສອງ ປະເທດພວກເຮົາ ຍືນຍົງຄົງຕົວຍາວນານຕະຫຼອດໄປໃນອະນາຄົດ.

ຂ້າ​ພະ​ເຈົ້າ ຂໍ​ຖືໂອກາດນີ້ ສະແດງຄຳອວຍ​ພອນໄຊອັນປະເສີດ ມາຍັງ ​ພະ​ນະ​ທ່ານ ຈົ່ງມີ​ສຸ​ຂະ​ພາບ​ແຂງ​ແຮງແລະມີ​ຄວາມ​ສຸກ​ສ່ວນ​ຕົວ ແລະ ຂໍໃຫ້ປະຊາຊົນ ແຫ່ງ ສປປ ລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງຕະຫຼອດໄປ.

ດ້ວຍ​ຄວາມ​ນັບ​ຖື,

(ລາຍເຊັນ)

ອອງ ຊານ ຊູ ຈີ

ພະ​ນະ​ທ່ານ ທອງ​ລຸນ ສີສຸລິດ,

ນາ​ຍົກ​ລັດ​ຖະ​ມົນ​ຕີ

ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ນະຄອນຫຼວງວຽງຈັນ.

 


 

 

ວັນ​ທີ 06 ກໍ​ລະ​ກົດ 2020

 

ພະ​ນະ​ທ່ານ ສະເຫຼີມໄຊ ກົມມະສິດ ທີ່ຮັກແພງ,

 

ຂ້າ​ພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ ພະ​ນະ​ທ່ານ, ເນື່ອງ​ໃນ​ໂອ​ກາດ​ອັນ​ສະ​ຫງ່າ​ລາ​ສີ ຄົບ​ຮອບ 65 ປີ ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ ລ​ະ​ຫວ່າງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ແລະ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົ​ນ​ລາວ.

 

ຂ້າ​ພະ​ເຈົ້າ ມີ​ຄວາມພາກພູມໃຈ ​ທີ່ພວກເຮົາໄດ້ມີວັດທະນະທຳ ແລະ ຄຸນຄ່າຄວາມເຊື່ອທີ່ຄ້າຍຄືກັນ, ມຽນມາ ແລະ ສປປ ລາວ ໄດ້ທະນຸຖະໜອມ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອແບບອ້າຍນ້ອງ ແລະ ​ການຮ່ວມມືອັນໃກ້​ຊິດສະໜິດສະໜົມ ນັບແຕ່ການສ້າງຕັ້ງສາຍພົວພັນການທູດໃນປີ 1955. ຂ້າພະເຈົ້າ ຍັງມີຄວາມຊົງຈຳອັນດີຕໍ່ຄວາມ ເພິ່ງພໍໃຈ ທີ່ໄດ້ມາຢ້ຽມຢາມຢ່າງເປັນທາງການປະເທດທີ່ສວຍງາມ ແລະ ສະຫງົບສຸກ ຂອງພະນະທ່ານແລະ ໄດ້ມີການ ປຶກສາຫາລືອັນມີໝາກມີຜົນໃນກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມສອງຝ່າຍ ຄັ້ງທີ 12 ຂອງ ພວກເຮົາ ໃນເມື່ອບໍ່ດົນມານີ້.

 

ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ການລະນຶກເຖິງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ເປັນໂອກາດທີ່ມີຄຸນ ຄ່າ ເພື່ອສືບຕໍ່ພັນທະຂອງພວກເຮົາ ໃນການເສີມຂະຫຍາຍມິດຕະພາບຂອງພວກເຮົາ ທັງໃນກອບສອງຝ່າຍ ແລະ ຫຼາຍ ຝ່າຍ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະຊາຊົນສອງຊາດ ຂອງພວກເຮົາ ກໍຄືເພື່ອອາຊຽນ ໂດຍລວມ.

 

ໃນຂະນະທີ່ພວກເຮົາ ພະຍາຍາມສືບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຂອງພວກເຮົາ ໃນ ເວລາທີ່ມີສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ຂ້າພະເຈົ້າ ຫວັງວ່າ ຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດຮ່ວມກັບ ພະນະທ່ານ ທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍ ໃນຫຼາຍຂົງເຂດທີ່ມີຄວາມສົນໃຈຮ່ວມກັນ.

 

ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ສືບຕໍ່ປະສົບຜົນສຳ ເລັດ ແລະ ຂໍໃຫ້ປະຊາຊົນ ແຫ່ງ ສປປ ລາວ ສືບຕໍ່ມີຄວາມຈະເລີນຮຸ່ງເຮືອງ.

 

ດ້ວຍ​ຄວາມ​ນັບ​ຖື,

 

        (ລາຍເຊັນ)

 

   ຈໍ ຕິນ

 

ພະ​ນະ​ທ່ານ ສະເຫຼີມໄຊ ກົມມະສິດ,

 

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ

 

ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

 

ນະຄອນຫຼວງວຽງຈັນ.

 


 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488132
ມື້ນີ້79
ມື້ວານ163
ອາທິດນີ້494
ເດືອນນີ້1525