ນະຄອນຫຼວງວຽງຈັນ, ວັນທີ 05 ມີນາ 2021
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຂອງ ພະນະທ່ານ ໄມໂຄ ໂຊມາເຣ, ອາດີດນາຍົກລັດຖະມົນຕີ ແຫ່ງ ປາປົວນິວກິນີ ໃນວັນທີ 26 ກຸມພາ 2021 ທີ່ຜ່ານມາ.
ການຈາກໄປຂອງ ພະນະທ່ານ ໄມໂຄ ໂຊມາເຣ ແມ່ນການສູນເສຍວິລະບູລຸດຂອງຊາດ ຜູ້ທີ່ມີບົດບາດສູງທາງດ້ານການເມືອງ ທັງເປັນ ຜູ້ນໍາອັນແສນເຄົາລົບຮັກຂອງ ປະຊາຊົນ ປາປົວນິວກິນີ. ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສົ່ງຄວາມໄຫວ້ອາໄລ ຢ່າງສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ຄອບຄົວຂອງ ພະນະທ່ານ ໄມໂຄ ໂຊມາເຣ, ລັດຖະບານ ແລະ ປະຊາຊົນ ປາປົວນິວກິນີ ມານະໂອກາດນີ້ດ້ວຍ.
ຂໍໃຫ້ດວງວິນຍານ ຂອງ ພະນະທ່ານ ໄມໂຄ ໂຊມາເຣ ຈົ່ງໄປສູ່ສຸຂະຕິ.
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ເຈມສ ມາຣາປີ
ນາຍົກລັດຖະມົນຕີ ແຫ່ງ ປາປົວນິວກິນີ
ທີ່ ພອດໂມສບ