ພະນະທ່ານ ພັນຄຳ ວິພາວັນ ທີ່ນັບຖື,
ຕາງໜ້າລັດຖະບານແຫ່ງ ສ.ຣັດເຊຍ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຊົມເຊີຍມາຍັງພະນະທ່ານ ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ຣັດເຊຍ ແລະ ລາວ ມີຄວາມຜູກພັນກັນ ດ້ວຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມມືນໍາກັນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຕິດຕໍ່ພົວພັນກັນເພີ່ມຂຶ້ນ ລະຫວ່າງ ລັດຖະບານຂອງພວກເຮົາ ຈະສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ, ວັດທະນະທຳ ແລະ ດ້ານມະນຸດສະທຳ, ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ມີຄວາມສຳຄັນໃນຫຼາຍຂົງເຂດໃຫ້ໜັກແໜ້ນຍິ່ງໆຂຶ້ນ. ອັນນີ້ຈະຕອບສະໜອງຜົນປະໂຫຍດຂອງ ສ. ຣັດເຊຍ ແລະ ສປປ ລາວ ຢ່າງເຕັມສ່ວນ.
ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ ແລະ ປະສົບຜົນສຳ ເລັດໃນໜ້າທີ່ຮັບຜິດຊອບຂອງ ພະນະທ່ານ.
ມິຄາອິວ ມິດຊູສະຕິນ
ນາຍົກລັດຖະມົນຕີແຫ່ງ ສ. ຣັດເຊຍ