ນະຄອນຫຼວງວຽງຈັນ, ວັນທີ 25 ມີນາ 2021
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຂອງ ພະນະທ່ານ ຮາເມັດ ບາກາໂຢໂກ, ອະດີດນາຍົກລັດຖະມົນຕີ, ຫົວໜ້າລັດຖະບານ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ກົດດີວົວ ໃນວັນທີ 10 ມີນາ 2021 ທີ່ຜ່ານມາ.
ໃນນາມ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ກໍຄື ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສົ່ງຄວາມໄຫວ້ອາໄລຢ່າງສຸດຊື້ງ ແລະ ແບ່ງເບົາຄວາມ ທຸກໂສກ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ຄອບຄົວຂອງ ພະນະທ່ານ ຮາເມັດ ບາກາໂຢໂກ,ລັດຖະບານ ແລະ ປະຊາຊົນກົດດີວົວ ມານະໂອກາດນີ້ດ້ວຍ.
ຂໍໃຫ້ດວງວິນຍານຂອງ ພະນະທ່ານ ຮາເມັດ ບາກາໂຢໂກ ຈົ່ງໄປສູ່ສຸຂະຕິ.
ພັນຄຳ ວິພາວັນ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ປາຕຣິກ ອາຊິ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກົດດີວົວ
ອາບິດຈານ.