ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບຕຳແໜ່ງ ເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂ້າພະເຈົ້າ ຂໍອວຍພອນ ພະນະທ່ານ ຈົ່ງປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງ ແລະ ນຳພາປະຊາຊົນ ໄປສູ່ຄວາມຈະເລີນກ້າວຫນ້າ ແລະ ວັດທະນະຖາວອນ ຍິ່ງໆຂຶ້ນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມມຸງມາດປາດຖະໜາຂອງ ຣາຊະອານາຈັກ ມາຣົກ ໃນການສົ່ງເສີມສາຍພົວພັນມິດຕະພາບ ທີ່ມີຢູ່ແລ້ວ ກັບ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ. ພວກຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ເຮັດວຽກຮ່ວມກັບ ພະນະທ່ານ ເພື່ອສົ່ງເສີມການຮ່ວມມືສອງຝ່າຍຂອງພວກເຮົາ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.
ດ້ວຍຄວາມຈິງໃຈ,
(ລາຍເຊັນ)
ໂມຮາເມັດ VI
ເຈົ້າຊີວິດ ແຫ່ງ ຣາຊະອານາຈັກ ມາຣົກ
ພະຣາຊະວັງ, ຣາບັດ
26 ມີນາ 2021.