ວັນທີ 31 ມີນາ 2021
ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ
ພວກຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດໄດ້ຮັບເລືອກຕັ້ງເປັນ ປະທານປະເທດ ແຫ່ງ ສປປ ລາວ.
ພວກຂ້າພະເຈົ້າ ຂໍຢືນຢັນຄືນເຖິງຄວາມປາດຖະໜາອັນແທ້ຈິງຂອງ ພວກຂ້າພະເຈົ້າ ໃນການສົ່ງເສີມສາຍພົວພັນສອງຝ່າຍ ເພື່ອຜົນປະໂຫຍດລວມຂອງ ປະຊາຊົນສອງຊາດພວກເຮົາ ໃນໄລຍະການດຳລົງຕຳແໜ່ງຂອງ ພະນະທ່ານ.
ພວກຂ້າພະເຈົ້າ ຂໍອວຍພອນ ພະນະທ່ານ ຈົ່ງປະສົບຜົນສຳເລັດຕາມຄວາມມຸ້ງມາດປາຖະໜາຂອງ ປະຊາຊົນລາວ ເພື່ອນມິດ ເພື່ອຄວາມຈະເລີນກ້າວຫນ້າ ແລະ ວັດທະນາຖາວອນຍິ່ງໆຂຶ້ນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ຮາອິທຳ ບິນ ຕາຣິຄ ບິນ ອາລ ຊາຍດິ
ຊຸນຕານ ແຫ່ງ ລັດໂອມານ