ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍຈາກ ບັນດາການນຳ ແຫ່ງ ມາເລເຊຍ ເຖິງ ບັນດາການນຳ ແຫ່ງ ສປປ ລາວ ເນື່ອງໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ໃໝ່

ພະລາດສະວັງ ອິດສະຕານາ ເນກາຣາ

ກົວລາລຳເປີ

ວັນທີ 1 ເມສາ 2021

ພະນະທ່ານ ທອງລຸນ ສີສຸລິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ

ພະນະທ່ານ,

ເນື່ອງໃນໂອກາດອັນສະຫງ່າລາສີ ເປີດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະໄໝທີ 11, ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ ທີ່ໄດ້ຮັບເລືອກຕັ້ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ພວກຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງຕໍ່ກັບສາຍພົວພັນທີ່ດີເລີດ ແລະອົບອຸ່ນ ລະຫວ່າງ ມາເລເຊຍ ແລະສປປ ລາວ. ພວກຂ້າພະເຈົ້າ ຫວັງວ່າ ສອງປະເທດຂອງພວກເຮົາ ຈະສືບຕໍ່ຮັດແໜ້ນເພື່ອຜົນປະໂຫຍດຂອງສອງຊາດຂອງພວກເຮົາ.

ຂ້າພະເຈົ້າ ແລະສົມເດັດ ມະເຫສີ ຣາຈາ ເປີໄມຊູຣິ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ພັນລະຍາ ທ່ານ ນາງ ນາລີ ສີສຸລິດ ຈົ່ງມີສຸຂະພາບເຂັ້ມແຂງ ແລະມີຄວາມຜາສຸກ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສືບຕໍ່ມີຄວາມສະຫງົບສຸກ ແລະ ມີຄວາມວັດທະນະຖາວອນຕະຫຼອດໄປ.

[ລາຍເຊັນ]

ສົມເດັດ ອັນ-ຊຸນຕັນ ອັບດຸນລາ ຣິ ອາຢາຕູດິນ ອັນ-ມຸສຕາຟາ ບິນລາ ຊາ ອິບນີ-ອັນມາຮຸມ ຊຸນຕັນ ຮາຈີ ອາມັດຊາ ອັນມູສຕາຟາ ອິນບິນລາ

ສົມເດັດຣາຊາທິບໍດີ ແຫ່ງ ມາເລເຊຍ


 

ພະນະທ່ານ ພັນຄຳ ວິພາວັນ

 

ນາຍົກລັດຖະມົນຕີ

 

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ທີ່ ນະຄອນຫຼວງວຽງຈັນ

 

ພະນະທ່ານ,

 

ໃນນາມລັດຖະບານ ແລະປະຊາຊົນ ມາເລເຊຍ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ທີ່ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພະນະທ່ານ, ສປປ ລາວ ຈະສືບຕໍ່ປະສົບຜົນສຳເລັດຕາມຄວາມມຸ້ງມາດປາດຖະໜາຂອງປະຊາຊົນລາວທັງຊາດ. ຂ້າພະເຂົ້າ ຫວັງຢ່າງຍິ່ງວ່າ ສອງປະເທດຂອງພວກເຮົາ ຈະສືບ ຕໍ່ໄດ້ຮັບຜົນປະໂຫຍດຈາກການຮ່ວມມືທີ່ໃກ້ຊິດ, ມິດຕະພາບ ແລະການພົວພັນຮ່ວມມືສອງຝ່າຍ. ດັ່ງທີ່ປະເທດຊາດຂອງພວກເຮົາພວມສຸມໃສ່ການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ມາເລເຊຍ ກໍ່ຍັງຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັບ ສປປ ລາວ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ມາເລເຊຍ ແລະສປປ ລາວ ຈະສາມາດເອົາຊະນະທຸກໆບັນຫາທີ່ກຳລັງປະເຊີນຢູ່ໄປພ້ອມໆກັນ ແລະການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດຂອງພວກເຮົາ ໃນອະນາຄົດອັນໃກ້ນີ້.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ ຢືນຢັນຄືນຄວາມມຸ້ງມາດປາດຖະໜາຂອງມາເລເຊຍ ໃນການເຮັດວຽກຮ່ວມກັບ ສປປ ລາວ ເພື່ອບັນລຸເປົ້າໝາຍຂອງອາຊຽນ ແລະສ້າງບາດກ້າວໃໝ່, ສ້າງໃຫ້ອາຊຽນກາຍເປັນແກນກາງແຫ່ງສັນຕິພາບສະຖຽນລະພາບ ແລະຄວາມວັດທະນະຖາວອນ ໃນພາກພື້ນ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ ຮຽນເຊີນພະນະທ່ານ ເດີນທາງຢ້ຽມຢາມທາງການ ທີ່ ມາເລເຊຍ ໃນເວລາທີ່ພະນະທ່ານ ມີຄວາມສະດວກ.

 

ດ້ວຍຄວາມນັບຖືຢ່າງສູງ.

 

[ລາຍເຊັນ]

 

ຕັນ ສຣິ ມູຢິດດິນ ຢັດຊິນ


 

ພະນະທ່ານ ສະເຫຼີມໄຊ ກົມມະສິດ

 

ລັດຖະມົນຕີຕ່າງປະເທດ

 

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ທີ່ ນະຄອນຫຼວງວຽງຈັນ

 

ພະນະທ່ານ,

 

ຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ທີ່ໄດ້ຮັບແຕ່ງຕັ້ງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີກສະໄໝໜຶ່ງ.

 

ມາເລເຊຍ ແລະ ສປປ ລາວ ມີສາຍພົວພັນທີ່ຍາວນານ ແລະການຮ່ວມມືສອງຝ່າຍທີ່ດີເລີດ, ຂ້າພະເຈົ້າ ຍິນດີທີ່ຈະສືບຕໍ່ຮ່ວມເຮັດວຽກກັບ ພະນະທ່ານ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍໃນຫຼາຍຂົງເຂດເພື່ອຜົນປະໂຫຍດຂອງປະເທດຊາດຂອງພວກເຮົາ. ຂ້າພະເຈົ້າ ຫວັງວ່າ ຈະໄດ້ຮ່ວມປືກສາຫາລືການຮ່ວມມືສອງຝ່າຍຢ່າງລະອຽດຮ່ວມກັບ ພະນະທ່ານ ໃນກອງປະຊຸມຄະນະກຳມາທິການຮ່ວມສອງຝ່າຍ ຄັ້ງທີ 4 ຫຼື JC ຈັດຂຶ້ນທີ່ ສປປ ລາວ ໃນອະນາ ຄົດອັນໃກ້ນີ້.

 

ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາໃນເວທີອາຊຽນ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນຢູ່ໃນພາກພື້ນຂອງພວກເຮົາ ໂດຍຢຶດຖືຄວາມເປັນແກນກາງ ເພື່ອຮັບປະກັນຄວາມໝັ້ນຄົງ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງປະຊາຄົມອາຊຽນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ມາເລເຊຍ ແລະ ສປປ ລາວ ຈະຮັດແໜ້ນການພົວພັນຮ່ວມມືຂອງພວກເຮົາທັງໃນຂອບຫຼາຍຝ່າຍ ໃນບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນໃນຊຸມປີຕໍ່ໜ້າ.

 

ດ້ວຍຄວາມນັບຖືຢ່າງສູງ,

 

[ລາຍເຊັນ]

 

ຮິຊາມມູດດິນ ຕຸນ ຮັດສ໌ເຊັນ

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487337
ມື້ນີ້5
ມື້ວານ167
ອາທິດນີ້999
ເດືອນນີ້730